ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການປູເບຕົງເສັ້ນທາງສີໄຄ-ສີເກີດ ສໍາເລັດແລ້ວ 100%

Feb 14, 2025

ການປູເບຕົງເສັ້ນທາງສີໄຄ-ສີເກີດ ສໍາເລັດແລ້ວ 100%
ທ່ານ ດາລາວຽງ ຈັນທະລັງສີ, ຜູ້ຈັດການບໍລິຫານໂຄງການປັບປຸງເສັ້ນທາງສີໄຄ ຫາ ສີເກີດ, ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງ ຊາດລາວ ໃນວັນທີ 12 ກຸມພາ 2025 ວ່າ: ການປັບປຸງ ແລະ ສ້ອມແປງເສັ້ນທາງແຕ່ ສີໄຄ-ສີເກີດເກີດ, ເຊິ່ງມີໄລຍະທາງ 6,3 ກິໂລແມັດ ໄດ້ສໍາເລັດການເທເບຕົງໜ້າທາງ 100% ໃນວັນທີ 12 ກຸມພານີ້, ຈາກນັ້ນ ໃນທ້າຍເດືອນກຸມພານີ້ ຈະເປີດໃຫ້ພາຫະນະສັນຈອນໄປ-ມາຊົ່ວ ຄາວກ່ອນຈະຮອດມື້ມອບ-ຮັບຜົນສໍາເລັດໂຄງການຢ່າງເປັນທາງ ການ
ການເທເບຕົງໜ້າທາງສຸດທ້າຍ ມີ 2 ຈຸດ ຄື: ຈຸດສາມແຍກສີໄຄ ແລະ ຈຸດສາມ ແຍກໄປທາງດົງນາທອງຫາຄີວລົດສາຍເໜືອ ເຊິ່ງໝາຍຄວາມວ່າການເທເບຕົງໜ້າທາງຂອງໄລຍະທາງທັງໝົດ 6,3 ກິໂລແມັດແມ່ນສໍາເລັດແລ້ວ 100%.
ຫລັງຈາກນັ້ນ, ນັບແຕ່ນີ້ເປັນຕົ້ນໄປຈະໄດ້ເກັບລາຍລະອຽດອົງປະກອບຕ່າງໆ ຢູ່ໜ້າທາງເຊັ່ນ: ວຽກຂອບທາງ, ທາງຄົນຍ່າງ, ແຕ້ມເສັ້ນ ແລະ ອື່ນໆ ໃຫ້ສໍາເລັດພາຍໃນທ້າຍເດືອນມີນາ 2025 ເພາະຕາມສັນຍາແລ້ວການປັບປຸງ ແລະ ສ້ອມແປງເສັ້ນທາງແຕ່ສີໄຄ-ສີເກີດເກີດ ຕ້ອງໃຫ້ສໍາເລັດທຸກຢ່າງ 100% ບໍ່ເກີນວັນທີ 31 ມີ ນາ 2025.
BT, ວສລ