ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການປ່ອຍນໍ້າຂອງເຂື່ອນໄຟຟ້ານໍ້າຕົກຊຽງຮຸ່ງ ເປັນພຽງຂ່າວລື

Sep 13, 2024

ເມື່ອບໍ່ດົນມານີ້, ສື່ສັງຄົມອອນລາຍ ໄດ້ເຜີຍແຜ່ຂ່າວກ່ຽວກັບການປ່ອຍນໍ້າຂະໜາດໃຫຍ່ຂອງເຂື່ອນໄຟຟ້ານໍ້າຕົກຊຽງຮຸ່ງ ເຮັດ ໃຫ້ມີຜົນກະທົບຕໍ່ປະເທດລາວ. ຜ່ານການກວດສອບ ແລະ ຢັ້ງ ຢືນ ເຫັນວ່າເຂື່ອນໄຟຟ້ານໍ້າຕົກທີ່ກ່ຽວຂ້ອງຂອງຈີນ ໄດ້ຈັດການນໍາຕາມປົກກະຕິ, ປະລິມານນໍ້າໄຫລອອກຈາກເຂື່ອນໄຟຟ້າຢ່າງສະໝໍ່າສະເໝີ ເຊິ່ງຂ່າວກ່ຽວກັບການປ່ອຍນໍ້າຢູ່ເຂື່ອນດັ່ງ ກ່າວ ເປັນພຽງຂ່າວລື ແລະ ໃນມໍ່ໆມີນີ້ຝົນຕົກແຮງ ແລະ ມີປະລິມານໍ້າຝົນຫລາຍ, ລະດັບນໍ້າກໍຂຶ້ນ ເຂື່ອນໄຟຟ້ານໍ້າຕົກຂອງຈີນ ບໍ່ພຽງແຕ່ບໍ່ໄດ້ປ່ອຍນໍ້າ, ຍັງໄດ້ປັບປະລິມານການໄຫລອອກໜ້ອຍລົງ, ໜ້ອຍກວ່າໄລຍະດຽວກັນ (ພຽງ 30% ຂອງການສະເລ່ຍປະລິມານນໍ້າໄຫລ ກ່ອນເຂື່ອນໄຟຟ້ານໍ້າຕົກທີ່ໄດ້ສ້າງ ຂຶ້ນ) ເຊິ່ງສາເຫດເກີດໄພນໍ້າຖ້ວມຢູ່ ສປປ ລາວ ແມ່ນເກີດຈາກຝົນຕົກຫລາຍ.
ປະລິມານນໍ້າທີ່ໄຫລອອກຈາກຈີນ ກວມ 13.5% ຂອງປະ ລິມານນໍ້າຂອງ ແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ.ດັ່ງນັ້ນ, ມີຜົນກະທົບຕໍ່ການໄຫລຂອງນໍ້າທາງດ້ານລຸ່ມມີຄວາມຈໍາກັດ, ຫລັງຈາກເຂື່ອນໄຟຟ້ານໍ້າຕົກ ໄດ້ສ້າງສໍາເລັດແລະ ດໍາເນີນການຜະລິດມາ, ມີບົດ ບາດຢ່າງຕັ້ງໜ້າໃນການປັບນໍ້າໃນຍາມຝົນ ແລະ ການເພີ່ມນໍ້າໃນຍາມແຫ້ງແລ້ງຢ່າງມີປະສິດທິຜົນ, ໃນເມື່ອນໍ້າຝົນຫລາຍ, ກໍເກັບນໍ້າຝົນຈໍານວນໜຶ່ງໃນອ່າງນໍ້າ. ສ່ວນຍາມແລ້ງ ກໍດໍາເນີນການປ່ອຍນໍ້າລົງສູ່ເຂດລຸ່ມ, ດ້ານໜຶ່ງແມ່ນຫລຸດຜ່ອນການຕ້ານໄພ ນໍ້າຖ້ວມຂອງລຸ່ມແມ່ນໍ້າຂອງ, ຕອບສະໜອງຄວາມຕ້ອງການນໍ້າຂອງປະຊາຊົນທີ່ອາໄສຢູ່ຕາມແມ່ນໍ້າຂອງ.
ໃນກໍລະນີພິເສດ ຄືການກວດກາເຂື່ອນໄຟຟ້ານໍ້າຕົກ, ຝ່າຍຈີນຈະແຈ້ງໃຫ້ບັນດາປະເທດທີ່ຢູ່ລຸ່ມແມ່ນໍ້າຂອງ ແລະ ກໍາມາທິ ການແມ່ນໍ້າຂອງ ຊາບກ່ຽວກັບຂໍ້ມູນການຈັດການນໍ້າ, ໃນເມື່ອພົບໄພນໍ້າຖ້ວມ ຫລື ໄພແຫ້ງແລ້ງທີ່ເປັນຂີດຈໍາກັດ, ຝ່າຍຈີນກໍເຄີຍຈັດການຊ່ວຍເຫລືອໄພພິບັດທີ່ເກີດຂຶ້ນຢູ່ລຸ່ມແມ່ນໍ້າຂອງເປັນຊົ່ວຄາວ.
ຂໍ້ມູນ: ສະຖານທູດ ສປ ຈີນ ປະຈໍາລາວ