ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການ​ປ່ຽນ​ແປງ​ຢ່າງ​ຕັ້ງ​ໜ້າ​ຂອງ​ເສດ​ຖະ​ກິດ​ຈີນ​ ໄດ້​ຍົກ​ສູງ​ຄວາມ​ໝັ້ນ​ໃຈ​ຂອງ​ວິ​ສາ​ຫ​ະ​ກິດ​ຕ່າງ​ປະ​ເທດ​ ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຈີນ

Oct 21, 2024

ວັນ​ທີ 18 ຕຸ​ລາ​ 2024, ທາງການຂອງ​ຈີນ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ເສດ​ຖະ​ກິດ​ແຫ່ງ​ຊາດ​ໃນ 3 ໄຕ​ມາດ​ປີ​ນີ້ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ລວມຍອດ​ຜະ​ລິດຕະພັນ​ພາ​ຍ​ໃນ​ຂອງ 3 ໄຕ​ມາດ​ປີ​ນີ້​ໄດ້​ບັນ​ລຸ​ເຖິງ 94.974,6 ຕື້ຢວນ, ເພີ່ມ​ຂຶ້ນ 4,8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຈັງ​ຫວະ​ການ​ເຕີບ​ໂຕ​ດັ່ງ​ກ່າວ​ໄດ້​ມາ​ບໍ່​ແມ່ນ​ງ່າຍ. ນັບ​ແຕ່​ຕົ້ນ​ປີ​ນີ້​ເປັນ​ຕົ້ນ​ມາ, ສະ​ພາບ​ແວດ​ລ້ອມ​ມະ​ຫາ​ພາກ​ມີ​ຄວາມ​ສັບ​ສົນ ແລະ ມີ​ການ​ປ່ຽນ​ແປງ​ຢ່າງຫຼວງຫຼາຍ, ຄວາມ​ກົດ​ດັນ​ຈາກ​ພາຍນອກ​ສືບ​ຕໍ່​ເພີ່ມ​ຂຶ້ນ, ແຕ່ດັດ​ຊະ​ນີ​ດ້ານ​ເສດ​ຖະ​ກິດ​ອັນ​ສຳ​ຄັນ​ຂອງ​ຈີນ ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້​ງ​ໜ້າ, ໄດ້ຮັກ​ສາ​ທ່ວງ​ທ່າ​ການ​ເຄື່ອນໄຫວ​ຢ່າງ​ໝັ້ນ​ທ່ຽງ ເຊິ່ງ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໜຽວ ແລະ ກຳ​ລັງ​ບົ່ມ​ຊ້ອນອັນໃຫຍ່ຫຼວງຂອງເສດຖະກິດຈີນ.
ການ​ປ່ຽນ​ແປງ​ດັ່ງ​ກ່າວ​ກໍ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ໃນ​ດ້ານ​ການ​ລົງ​ເລິກ​ ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຈີນ ​ຂອງວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ເຊັ່ນ​ກັນ. ກ່ອນ​ໜ້າ​ນີ້​ບໍ່​ດົນ, ຫ້ອງ​ທົດ​ລອງ​ຄົ້ນ​ຄ​ວ້າ​ການ​ປະຍຸກຂອງ​ບໍ​ລິ​ສັດ Apple ອາເມຣິກາ ປະຈໍານະ​ຄອນ​ເສີ່ນ​ເຈີ້ນ​ຂອງ​ຈີນ​ ໄດ້​ສ້າງ​ສຳ​ເລັດ; ໃນ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ, ບໍ​ລິ​ສັດ Audi ຂອງ​ເຢຍ​ລະ​ມັນ​ປະ​ກາດ​ຈະ​ວາງ​ແຜນ​ຈັດ​ວາງ​ຜະ​ລິດ​ຕະ​ພັນ​ຢູ່​ຈີນ ທີ່​ມີຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ຕົນ; ບໍ​ລິ​ສັດ​ການ​ແພດ GE ຂອງ​ອາ​ເມ​ຣິ​ກາ​ປະ​ກາດ​ວ່າ: ຈະ​ຈັດສັນ​ງົບ​ປະ​ມານ​ການ​ຄົ້ນ​ຄວ້າ​ການ​ພັດ​ທະ​ນາ​ຢູ່​ຈີນ ໃຫ້ເພີ່ມຂຶ້ນ​ໜຶ່ງ​ເທົ່າ​ໃນ 3 ປີ​ຕໍ່​ໜ້າ. ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ເຫຼົ່າ​ນີ້​ເຫັນ​ວ່າ: ປະເທດ​ຈີນ​​ເປັ​ນ​ຕະຫຼາດ​ໃຫຍ່​, ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ຈະຕ້ອງໄດ້​ເຂົ້າເຖິງ​ເທົ່າ​ນັ້ນ, ຍິ່ງ​ຈະຕ້ອງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຕະຫຼາດ​ຂອງ​ຈີນ ເຊິ່ງ​ກໍ​ຄື ເຮັດ​ໃຫ້​ຕະຫຼາດ​ຈີນ​ກາ​ຍ​ເປັນ​ຕະຫຼາດ​ໃຫ​ຍ່​ທີ່​ທົ່ວ​ໂລກໄດ້​ຊົມ​ໃຊ້​ຮ່ວມ​ກັນ ໂດ​ຍ່​ຜ່ານ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ.
May be an image of text