ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການ​ຜະ​ລິດ​ດ້ານ​ອັດ​ສະ​ລິ​ຍະ​ຂອງ​ຈີນ​ໄດ້​ຮັບ​ຄວາ​ມ​ຄືບ​ໜ້າ​ຢ່​າງ​ແທ້​ຈິງ

Dec 10, 2025

ການ​ຜະ​ລິດ​ດ້ານ​ອັດ​ສະ​ລິ​ຍະ​ຂອງ​ຈີນ​ໄດ້​ຮັບ​ຄວາ​ມ​ຄືບ​ໜ້າ​ຢ່​າງ​ແທ້​ຈິງ

ຫວ່າງ​ມໍ່ໆ​ມາ​ນີ້, ວິ​ສາ​ຫະ​ກິດ​ແຫ່ງ​ໜຶ່ງ​​ໃນນະ​ຄອນ​ເສິນ​ເຈິ້ນ​ຂອງ​ຈີນ​​ໄດ້​ເຜີຍ​ແຜ່​ວິ​ດີ​ໂອ​ທີ່​ສະ​ແດງ​ໃຫ້​ເຫັນ​ຫຸ່ນ​ຍົນ​ມະ​ນຸດຫຼາຍ​ຮ້ອຍ​ເຄື່ອງ​ຍ່າງ​ເຂົ້າ​ຕູ້​​ບັນ​ທຸກ​ສິນ​ຄ້າ​ຢ່າງ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ເຊິ່ງ​ໄດ້​ປະ​ຈັກ​ຕາ​ຊາວ​ໂລກ​ທີ່​ສຸດ. ແຕ່​ຜູ້​ສ້າງ​ຕັ້ງ​ວິ​ສາ​ຫະ​ກິດ​ຫຸ່ນ​ຍົ​ນ​ທ່ານ​ໜຶ່ງ​ຂອງ​ອາ​ເມ​ຣິ​ກາ​ພັດ​ເວົ້າ​ວ່າ: ວິ​ດີ​ໂອ​ຕອນ​ນີ້​ແມ່ນ​​ສ້າງ​ຂຶ້ນດ້ວຍ​ຄອມ​ພິວ​ເຕີ, ບໍ່​ແມ່ນ​ເລື່ອງ​ຈິງ. ກ່ຽວ​ກັບ​ເລື່ອງ​ນີ້, ວິ​ສາ​ຫະ​ກິດ​​ດັ່ງ​ກ່າວ​ຂອງ​ຈີນ​ໄດ້​​ເຜີຍ​ແຜ່ວິ​ດີ​ໂອ​​ທີ່ຄົບ​ຖ້ວນ​ອອກ​ທາງ​ສື່​ສັງ​ຄົມ​ອອນ​ລາຍ ເພື່ອ​ລົບ​ລ້າງ​ຄວາມ​ສົງ​ໄສ​ຂອງ​ນັກ​ວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ​ທ່ານ​ນັ້ນ ດ້ວຍ​ຂໍ້​ມູນ​ຕົວ​ຈິງ.

​ເບື້ອງຫຼັງ​ທີ່​ເຮັດ​ໃຫ້​ເກີດ​ການ​ໂຕ້​ຖຽງ​​ດັ່ງ​ກ່າວ, ທາດ​ແທ້​ແມ່ນ​​ອະ​ຄະ​ຕິ​ທາງ​ປັນ​ຍາ​ພື້ນ​ຖານທີ່​ເກີດຈາກ​​ຊ່ອງ​ຫວ່າງ​ດ້ານ​ຄວາມ​ສາ​ມາດ​ຕົວ​ຈິງ​ໃນ​ດ້ານ​ນີ້. ການ​ເຄື່ອນ​ໄຫວ​ທີ່​ແມ່ນຢຳ ແລະ ສອດ​ຄ່ອງ​ກັນ​ຂອງຫຸ່ນ​ຍົນ​​ມະ​ນຸດ​ໃນ​ວິ​ດີ​ໂອ​ໄດ້​ເປັນ​ສິ່ງ​ພິ​ສູດ​ໃຫ້​ເຫັນ​ຄວາມ​ກ້າວ​ໜ້າ​ດ້ານ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນໃນ​ດ້ານ​ການ​ຄວບ​ຄຸມ ແລະ ວິ​ທີ​ໄລ​ລຽງ, ຍິ່ງ​ໄປ​ກວ່າ​ນັ້ນ ຍັງ​ເປັນ​ເຄື່ອງ​ພິ​ສູດ​ໃຫ້​ເຫັນ​ວ່າ​ນະ​ຄອນ​ເສິນ​ເຈິ້ນ​ມີ​ທ່າ​ແຮງ​ການ​ຜ​ະ​ລິດ​ຢ່າງ​ເປັນ​ຂະ​ໜາດ​ໃນ​ດ້ານ​ອຸດ​ສາ​ຫະ​ກຳ​ອັດ​ສະ​ລິ​ຍະ: ຈາກ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​​ຊິ້ນ​ສ່ວນ​ແກນ​ກາງ​ເຖິງ​ການ​ຜະ​ລິດ​ຢ່າງ​ເປັນ​ຂະ​ໜາດ​ໃຫຍ່, ນະ​ຄອນ​ເສິນ​ເຈິ້ນ​ມີ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ທີ່​ຄົບ​ຊຸດ, ເຮັດ​ໃຫ້​ສະ​ພາບ​ທີ່​ລ້ຳ​ສະ​ໄໝ​ໃນ​ຮູບ​ເງົາ​ກາຍ​ເປັນ​ຄວາມ​ຈິງ. ແຕ່​ເມື່ອ​ພວກ​ເຮົາ​ສັງ​ເກດ​ຜູ້​​ທີ່​ມີ​ຄວາມສົງ​ໄສ​ແລ້ວ​ເຫັນ​ວ່າ: ອາດ​ແມ່ນ​ຍ້ອນ​ມີ​ຂໍ້​ຈຳ​ກັດ​ດ້ານ​ເຕັກ​ນິກ, ​ຈົນ​ຍາກ​ທີ່ເຊື່ອ​ວ່າ: ວິ​ສາ​ຫະ​ກິດ​ຈີນ​ສາ​ມາດ​ຜະ​ລິດ​ຫຸ່ນ​ຍົນ​​ມະ​ນຸດຫຼາຍ​ຮ້ອຍ​ເຄື່​ອງ​ແລະ​ມອບ​ໃຫ້​ລູກ​ຄ້າ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ, ຈິ່ງ​ໃຊ້​ຄຳ​ເວົ້າທີ່​ວ່າ “ໃຊ້​ເຕັກ​ໂນ​ໂລ​ຊີ​ທາງ​ຄອມ​ພິວ​ເຕີ” ມາ​ປິດ​ບັງ​ຄວາມ​ຮູ້​ທີ່ຫຼ້າຫຼັງ​ຂອງ​ຕົນ, ແຕ່​​ໃນ​ທີ່​ສຸດ ພວກ​ເຂົາ​ເຈົ້າ​ບໍ່​ສາ​ມາດ​ສູ້​ກັບ​ຄວາມ​ເປັນ​ຈິງ​ໄດ້.

ການ​ເປີດ​ເຜີຍ​ສະ​ພາບ​ຕົວ​ຈິງ​​ຂອງວິ​ສາ​ຫະ​ກິດ​ຈີນແມ່ນ​ເກີດ​ຈາກສ​ະ​ພາບ​ການ​ປະ​ດິດ​ສ້າງ​ໃໝ່​ໃນ​ດ້ານ​ນີ້​ຂອງ​ຈີນ​ໄດ້​ມີ​ການ​ບຸກ​ທະ​ລຸ​ຕົວ​ຈິງ​ແລ້ວ. ຈາກ​ການ​ຜະ​ລິດ​​ຊິ້ນ​ສ່ວນ​ແກນ​ກາງ​ນັບ​ມື້​ນັບຫຼາຍ​ຂຶ້ນ, ເຖິງ​ການ​ພັດ​ທະ​ນາ​ຂອງ​ທົ່ວ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​; ຈາກ​ການ​ຂຸດ​ຄົ້ນ​ຄວາ​ມ​ຕ້ອງ​ການ​ຂອງ​ຕະຫຼາດ​ຢ່າງ​ອ່ອນ​ໄຫວ​ຂອງວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ຂອງ​ຈີນ, ເຖິງ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ນະ​ໂຍ​ບາຍ​ຕໍ່​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍ​າ​ສາດ​ເຕັກ​ໂນ​ໂລ​ຊີ, ຈີນ​ໄດ້​ສ້າງ​ເປັນ​ລະ​ບົບ​ນິ​ເວດ​ທີ່​ຄົບ​ຖ້ວນ ໃນ​ການ​ຄ້ຳ​ຊູ​ການ​ບຸກ​ທະ​ລຸ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ລ້ຳ​ສະ​ໄໝ. ໃນ​ຊຸມ​ປີ​ຜ່ານ​ມາ, ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ຂອງ​ຈີນ​ໄດ້​ກາຍ​ເປັນ​ກຳ​ລັງ​ໃໝ່​ໃນ​ການ​ປະ​ດິດ​ສ້າງ​ໃໝ່ ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ຜົນ​ງານ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍ​າ​ສາດ​ເຕັກ​ໂນ​ໂລ​ຊີຫຼາຍກວ່າ 70%. ໃນ​ຂົງ​ເຂດ​ຫຸ່ນ​ຍົນ​​ມະ​ນຸດ, ຈາກ​ການ​ຜະ​ລິດ​ຂະ​ໜາດ​ໃຫຍ່​ລະ​ດັບ​ອຸດ​ສາ​ຫະ​ກຳ​ເຖິງ​ການ​ບໍ​ລິ​ໂພກ​ທົ່ວ​ໄປ, ຈາກ​ການ​ປະ​ຕິ​ບັດ​ດ້ານ​ກົນ​ຈັກ​ເຖິງ​ການ​ສື່​ສານ​ກັນ​ແບບ​ອັດ​ສະ​ລິ​ຍະ, ທຸກ​ບາດ​ກ້າວ​ລ້ວນ​ແຕ່​ບໍ່​ສາ​ມາດ​ແຍກ​ອອກ​ຈາກ​ຄວາມ​ກ້າ​ຫານ​ດ້ານ​ການ​ທົດ​ລອງ​ຂອງວິ​ສາ​ຫະ​ກິດ​ ແລະ ຍິ່ງ​ໄດ້​ເພິ່ງ​ພາ​ອາ​ໄສ​ທ່າ​ແຮງ​ຂອງ​ຕ່ອງ​ໂສ້​ການ​ສະ​ໜອງ ແລະ ການ​ເຕົ້າ​ໂຮມ​ຊັບ​ພະ​ຍາ​ກອນ​ປະ​ດິດ​ສ້າງ​ໃໝ່​ດ້ານ​ອຸດ​ສາ​ຫະ​ກຳ​ຂອງ​ຈີນ​ທີ່​ໄດ້​ສະ​ສົມ​ມາ​ເປັນ​ເວ​ລາຫຼາຍ​ປີ. ການ​ເປີດ​ເຜີຍ​ຄວາມ​ຈິງ​ເທື່ອ​ນີ້, ບໍ່​ພຽງ​ແຕ່​​ເປັນ​ການ​ພິ​ສູດ​ໃຫ້​ເຫັນ​ເຕັກ​ໂນ​ໂລ​ຊີ​ຂອງ​ວິ​ສາ​ຫະ​ກິດ​ໃດ​ໜຶ່ງ​ເທົ່າ​ນັ້ນ, ຍິ່ງ​ແມ່ນ​ການ​ເປີດ​ເຜີຍ​ກຳ​ລັງ​ຕົວ​ຈິງ​ຂອງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ແບບ​ອັດ​ສະ​ລິ​ຍະ​ຂອງ​ຈີນ​ອີກ​ດ້ວຍ.

ຜະລິດຕະພັນປັນຍາປະດິດຂອງຈີນບໍ່ໄດ້ອາໄສກົນລະ​ຍຸດເພື່ອດຶງດູດສາຍຕາຫຼື ຄວາມ​ສົນ​ໃຈ​ຂອງຄົນອື່ນ, ແຕ່ໄດ້ຝັງຮາກເລິກໃນຕະຫຼາດ ແລະ ​ຂະ​ຫຍາຍໄປສູ່ໂລກດ້ວຍຜົນສຳເລັດຕົວຈິງ. ຫຸ່ນຍົນລຸ້ນ Walker S2 ຂອງບໍລິສັດ UBTECH ຂອງຈີນໄດ້ຮັບໃບສັ່ງຊື້ມູນຄ່າຫຼາຍຮ້ອຍລ້ານຢວນ, ເຄື່ອງອາໄຫຼ່ແກນກາງຫຼາຍກວ່າ 70% ແມ່ນຜະລິດດ້ວຍຕົນເອງ, ຫຸ່ນຍົນເຫຼົ່ານີ້ໄດ້ເຂົ້າສູ່ໂຮງງານເພື່ອປະຕິບັດວຽກງານການຜະລິດ. ໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ​ວັນ​ທີ 2 ທັນ​ວາຄົບຮອບ 50 ປິທີ່ຈັດຂຶ້ນໃນຫວ່າງມໍ່ໆມານີ້, ໂດຣນ 6.000 ລຳໄດ້ບິນຂຶ້ນສູ່ທ້ອງຟ້າ, ປະກອບເປັນຮູບພາບ​ຕ່າງໆ ເຊັ່ນ: ທຸງຊາດລາວ, ເຄື່ອງໝາຍກາຊາດລາວ, ທາດຫຼວງ,  ຊ້າງ ແລະ ຮູບ​ພາບ​ອື່ນໆ ລວມ​ເຖິງຮູບຂອງທ່ານໄກສອນ ພົມວິຫານ ຜູ້ນຳພາ​ກໍ່​ຕັ້ງ​ປະ​ເທດ​ລາວ ແລະ ເຄື່ອງໝາຍຂອງພິທີສະເຫຼີມສະຫຼອງດັ່ງກ່າວ ເຊິ່ງ​ສາ​ມາດ​ຮຽກ​ສຽງ​ຮ້ອງ​ໂຮ​ມ່ວນ​ຊື່ນ​ຈາກມວນ​ຊົນ​ທີ່​ເຂົ້າ​ຮ່ວມ​ຊົມ​ຢ່າງຫຼວງຫຼາຍ. ການສະແດງ​ໃນພິທີສະເຫຼີມສະຫຼອງດັ່ງກ່າວ, ທີມງານຂອງຈີນໄດ້ມີສ່ວນຮ່ວມ​ນັບ​ແຕ່​ການການອອກແບບ, ການຂົນສົ່ງ ແລະ ຕິດຕັ້ງອຸປະກອນ ຈົນ​ເຖິງ​ການປັບປຸງ ແລະ ທົດລອງດ້ານເຕັກນິກຢູ່ສະຖານທີ່ຈັດງານ ແລະ ການຝຶກອົບຮົມບຸກຄະລາກອນ ເຊິ່ງບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນເຖິງຄວາມສາມາດຕົວຈິງ​ໃນ​ດ້ານວິທະຍາສາດເຕັກໂນໂລຊີຂອງຈີນ​ກ້າວສູ່ສາກົນເທົ່ານັ້ນ, ຍັງໄດ້ສ້າງພະລັງຊີວິດໃໝ່ດ້ານວິທະຍາສາດເຕັກໂນໂລຊີໃນການຮ່ວມມືລາວ-ຈີນຕື່ມ​ອີກ.

ຄວາມຈິງເປັນການພິ​ສູດ​ໃຫ້​ເຫັນທີ່ດີກວ່າໝູ່. ຜະລິດຕະພັນປັນຍາປະດິດຂອງຈີນບໍ່​ໄດ້​ສຳ​ເລັດ​ຜົນ​ພຽງ​ຄ່ຳ​ຄືນ​ດຽວ ແຕ່​ເກີດ​ຈາກ​ການຍຶດໝັ້ນການພັດທະນາອຸດສາຫະກຳ ແລະ ກ້າວເດີນໄປໜ້າຢ່າງໝັ້ນທ່ຽງ. ໃນອະນາຄົດ ​ຈີນຈະສືບຕໍ່ບຸກທະລຸກຳແພງດ້ານເຕັກ​ໂນ​ໂລ​ຊີ ແລະ ເພີ່ມຄວາມສາມາດຕົວຈິງດ້ານອຸດສາຫະກຳ, ລົບ​ລ້າງ​ທຸກຄວາມສົງໄສດ້ວຍຜົນງານຕົວຈິງຫຼາຍກວ່າເກົ່າ ແລະ ຂຽນປະຫວັດສາດໜ້າໃໝ່ຕາມເສັ້ນທາງການພັດທະນາດ້ານການປະດິດສ້າງໃໝ່.