ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການ​ຜ່ອນ​ຜັນ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ​ຕື່ມ​ອີກ​ເຮັດ​ໃຫ້​ຊາວ​ໂລກ​​ມາ​ທ່ຽວ​ຈີນ​ເພີ່ມ​ຂຶ້ນ​ອີກ

Dec 20, 2024

ວັນ​ທີ 17 ທັນ​ວາ​ນີ້, ຫຼັງ​ຈາກ​ລັດ​ຖະ​ບານ​ຈີນ​ປະ​ກາດ​ ຈະ​ຜ່ອນ​ຜັນ​ນະ​ໂຍ​ບາຍ ​ຍົກ​ເວັ້ນ​ວີ​ຊາ​​ແກ່​ຜູ້​ຜ່ານ​ຈີນ​ໄປ​ປະ​ເທດ​ທີ 3 ຢ່າ​ງ​ຮອບ​ດ້ານແລ້ວ, ຫົວ​ຂໍ້​ທີ່​ວ່າ “ຈຸດ​ໝາຍ​ຕໍ່​ໄປ ຈະ​ໄປ​ທ່ຽວ​ຈີນ” ໄດ້​ຮັບ​ຄວາມ​ສົນ​ໃຈຫຼາຍ​ອີກ​ຄັ້ງ​ໜຶ່ງ. ໂດຍ​ຜ່ານ​ການ​ຄົ້ນ​ຄວ້າ​​ຖານ​ຂໍ້​ມູນ​ມະ​ຫາ​ສານ​ແລ້ວ​ເຫັນ​ວ່າ, ຫຼັງ​ຈາກ​ຈີນ​ປະ​ກາດ​ນະ​ໂຍ​ບາຍ​ດັ່ງ​ກ່າວ​ແລ້ວ, ການ​ຊອກ​ຂໍ້​ມູນ​ກ່ຽວ​ກັບ “ຈີນ​ຍົກ​ເວັ້ນ​ວີ​ຊາ” ໄດ້ເພີ່ມ​ສູງ​ຂຶ້ນ​ຢ່າງວ່ອງ​ໄວ. ຜູ້​ໃຊ້​ອິນ​ເຕີ​ເນັດ​ຊາວ​ຕ່າງ​ປະ​ເທດ​ພາ​ກັນ​ຫວັງ​ຢາກ​ເດີນ​ທາງ​ມາ​ທ່ຽວ​ຈີນ​ທັນ​ທີ.
ເມື່ອ​ເບິ່ງ​ຈາກ​ເວ​ລາ​ແລ້ວ, ຈີນໄດ້​ຍົກ​ເວັ້ນ​ວີ​ຊາ​ໃຫ້ຄົນ​ຕ່າງ​ປະ​ເທດ​ທີ່​ຜ່ານ​ແດນຈີນ​ໄປ​ປະ​ເທດ​ທີ 3 ​​ໂດຍສາ​ມາດ​ພັກ​ຢູ່​ຈີນ ​ຈາກ 72 ຊົ່ວ​ໂມງ ແລະ 144 ຊົ່ວ​ໂມງ​ໃນ​ເມື່ອ​ກ່ອນ​ແກ່​ຍາວ​​ອອກເປັນ 240 ຊົ່ວ​ໂມງ ຫຼື10 ວັນ; ເມື່ອ​ເບິ່ງ​ຈາກ​ຂອບ​ເຂດ​ແລ້ວ​ເຫັນ​ວ່າ, ເພີ່ມ​ຈາກ 39 ດ່ານ ຂຶ້ນ​ເປັນ 60 ດ່ານ​ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ຄົນ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ເມືອງ​ຈີນ​ໂດຍ​ຍົກ​ເວັ້ນ​ວີ​ຊາ, ຂອບ​ເຂດ​ທີ່​ສາ​ມາດ​ເຄື່ອນ​ໄຫວ​ເພີ່ມ​ຈາກ 19 ແຂວງ ເຂດ​ປົກ​ຄອງ​ຕົນ​ເອງ ແລະ ກຳ​ແພງ​ນະ​ຄອນ ຂຶ້ນ​ເປັນ 24 ແຂວງ, ພ້ອມ​ທັງ​ອະ​ນຸ​ຍາດ​ໃຫ້​ເດີນ​ທາງ​ຂ້າມ​ເຂດ​ແຄວ້ນ. ຂ່າວ​ສານ​ລອຍ​ເຕີ​ອັງ​ກິດ​ລົງ​ພິມ​ບົດ​ຄວ​າມ​ໂດຍ​ວິ​ເຄາະ​ວ່າ: “ຈີນ​ຜ່ອນ​ຜັນ​ນະ​ໂຍ​ບາຍ​ວີ​ຊາ​ໃຫ້​ແກ່​ຜູ້​ໂດຍ​ສານ​ຢ່າງ​ບໍ່​ຢຸດ​ຢັ້ງ, ເພື່ອ​ສົ່ງ​ເສີມ​ຊາວ​ໂລກ​ເດີນ​ທາງ​ໄປ​​ກຸ່ມ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ​ນີ້.”
ຈີນ​ໄດ້​ປັບ​ປຸງ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ​ສຳ​ລັບ​ຜູ້​ຜ່ານ​ຈີນ​ໄປ​ປະ​ເທດ​ທີ 3, ໄດ້​ອຳ​ນວຍ​ຄວາມ​ສະ​ດວກ​ຫຼາຍ​ຂຶ້ນ​ຕໍ່​ຄົນ​ຕ່າງ​ປະ​ເທດ​ທີ່​ເດີນ​ທາງ​ມາ​ຈີນ​ເພື່ອ​ທ່ອງ​ທ່ຽວ ດຳ​ເນີນ​ທຸ​ລ​ະ​ກິດ ຢ້ຽມ​ຢາມ, ຢາມ​ຍາດ​ພີ່​ນ້ອງ ແລະ ການ​ເຄື່ອນ​ໄຫວ​ອື່ນໆ. ພ້ອມ​ກັນ​ນັ້ນ, ຄຽງ​ຄູ່​ກັບ​ຜູ້​ໂດຍ​ສານ​ສາ​ກົນ​ເພີ່ມ​ຂຶ້ນ, ການ​ທ່ອງ​ທ່ຽວ ແລະ ອຸດ​ສາ​ຫະ​ກຳ​ອື່ນໆ​ຂອງ​ຈີນ​ຈະ​ມີ​ໂອ​ກາດ​ທຸ​ລະ​ກິດຫຼາຍກວ່າ​ເກົ່າ, ເພີ່ມ​ພະ​ລັງ​ຂັບ​ເຄື່ອນ​ອັນ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ. ​ສ່ວນການ​ລົງ​ເລິກ​​ການແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ກັບ​ຕ່າງ​ປະ​ເທດ, ຍັງ​ຈະ​ເພີ່ມ​ທະ​ວີ​ມິດ​ຕະ​ພາບ ແລະ ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ຈີນ​ແລະ ຕ່າງ​ປະ​ເທດ, ​ເຊິ່ງ​ຈະສ້າງ​ພື້ນ​ຖານ​​ອັນໜັກ​ແໜ້ນກວ່າ​ເກົ່າ​ໃຫ້​ແກ່​ການ​ຮ່ວມ​ມື​ໃນ​ອະ​ນາ​ຄົດ.
ທີ່ມາ: CMG