ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການຝຶກຊ້ອມກອບກູ້ໄພພິບັດ 3 ປະເທດ ຫວຽດນາມ – ລາວ – ກຳປູເຈຍ

Nov 19, 2024

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 18 ພະຈິກ 2024 ຢູ່ແຂວງກຳປົງ ຊະນັງ (Kampong Chhnang) ປະເທດກຳປູເຈຍ ໄດ້ດຳເນີນພິທີເປີດການຝືກຊ້ອມກອບກູ້ໄພພິບັດ 3 ປະເທດ ຫວຽດນາມ – ລາວ – ກຳປູເຈຍ. ດ້ວຍເນື້ອໃນຫຼັກແມ່ນການສົມທົບກັນກອບກູ້ໄພພິບັດ ແລະ ເສນາຮັກ. ການຝືກຊ້ອມກອບກູ້ໄພພິບັດ 3 ປະເທດ ຫວຽດນາມ – ລາວ – ກຳປູເຈຍ ຄັ້ງນີ້ ຈັດຂຶ້ນໂດຍກຳປູເຈຍດ້ວຍຫົວຂໍ້: “ປະຕິບັດການຊ່ວຍເຫຼືອກອບກູ້ໄພພິບັດອາຄານຖະຫຼົ່ມລົງ”.
ຂ່າວລະບຸວ່າ: ການຝຶກຊ້ອມກອບກູ້ຄັ້ງນີ້ມີການເຂົ້າຮ່ວມຂອງທະຫານປະມານ 1,000 ຄົນ. ບັນດາກຳລັງຂອງກອງທັບ 3 ປະເທດ ຈະພ້ອມກັນເຂົ້າຮ່ວມການເຄື່ອນໄຫວຝືກຊ້ອມກອບກູ້, ຝືກຊ້ອມເສນາຮັກ, ການແຂ່ງຂັນກິລາດ້ານການທະຫານ, ເພື່ອແນໃສ່ເພີ່ມທະວີການຮ່ວມມື ແລະ ຄວາມສາມັກຄີ ລະຫວ່າງ ກອງທັບ 3 ປະເທດ. ນີ້ແມ່ນໂອກາດເພື່ອໃຫ້ກອງທັບ 3 ປະເທດແບ່ງປັນປະສົບການ, ຄວາມຮູ້, ເພີ່ມທະວີການສົມທົບກັບສາກົນໃນຂົງເຂດກອບກູ້ໄພພິບັດ, ເສນາຮັກ.
May be an image of 12 people and text