ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການ​ພັດ​ທະ​ນາ​ເສດ​ຖະ​ກິດທີ່​ມີຄຸນ​ນະ​ພາບ​ສູງ​ຂອງ​ຈີນ​ໄດ້​ເພີ່ມພະ​ລັງ​ແຮງໃໝ່​ໃຫ້​ແກ່​ເສດ​ຖະ​ກິດ​ໂລກ

Mar 24, 2025

ບຸກ​ຄົນ​ສາ​ກົນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລືຂັ້ນ​ສູງ​ການ​ພັດ​ທະ​ນາ​ຈີນ​ປະ​ຈຳ​ປີ 2025 ກ່າວ​ຢືນ​ຢັນ​ວ່າ: ​ການ​ທີ່ຈີນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ມີຄຸນ​ນະ​ພາບ​ສູງ​ຢ່າງ​ຕໍ່​ເນື່ອງ ຈະ​ເພີ່ມ​ແຮງ​ຂັບ​ເຄື່ອນ​ ແລະ​ ຄວາມ​ແນ່ນອນຫຼາຍ​ຂຶ້ນກວ່າ​ເກົ່າ​ໃຫ້​ແກ່​ເສດ​ຖະ​ກິດ​ໂລກ.
ຜູ້​​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເຫັນ​ວ່າ: ຈີນ​ພວມ​ສະ​ສົມ​ແຮງ​ຂັບ​ເຄື່ອນ​ໃໝ່​ໃນ​ຂົງ​ເຂດ​ຕ່າງໆ​ໃຫ້​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຢ່າງບໍ່​ຢຸດ​ຢັ້ງ. ນີ້​ຈະ​ເປັນ​ພະ​ລັງ​ແຮງ​​ທີ່​ຍືນ​ຍົງ​ ແລະ ເຂັ້ມ​ແຂງໃນ​ການຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຈີນ​, ທັງ​ເປັນ​​ກາ​ລະໂອ​ກາດ​ໃໝ່​ຂອງ​ໂລກ. ນອກ​ນີ້, ການ​ປະ​ດິດ​ສ້າງ​ຂອງ​ຈີນ​ພວມ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງວ່ອງ​ໄວ, ເຮັດ​ໃຫ້​ຜູ້​ຮ່ວມ​ປະ​ຊຸມ​ໄດ້​ສຳ​ຜັດ​ເຖິງ​ກຳ​ລັງ​ບົ່ມ​ຊ້ອນອັນ​ມະ​ຫາ​ສານ​ແຫ່ງ​ການ​ພັດ​ທະ​ນາຂອງ​ຕະຫຼາດ​ຈີນ.
ກ່ອນ​ໜ້າ​ນີ້, ຈີນ​ໄດ້​ວາງ 20 ​ມາດ​ຕະ​ການ​ທີ່​ຕິດ​ແທດ​ຕົວ​ຈິງ ເພື່ອ​ເຮັດ​ໃຫ້​ທຶນ​ຕ່າງ​ປະ​ເທດ​ມີ​ຄວາມ​ໝັ້ນ​ຄົງ. ຜູ້​ຮ່ວມ​ປະ​ຊຸມ​ເຫັນ​ວ່າ: ນີ້​ເປັນ​ສັນ​ຍານທີ່​ດີ​ອັນ​ຕັ້ງ​ໜ້າ​ຂອງ​ຈີນ​ໃນ​ການ​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງກວ່າ​ເກົ່າ​ຢ່າງ​ຕໍ່​ເນື່ອງ.
ທີ່: CMG
May be an image of text