ໃນວັນທີ 10 ກໍລະກົດ 2025 ທີ່ ກົວລາລໍາເປີ, ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະປຶກສາຫາລືສອງຝ່າຍ ກັບ ທ່ານ ເຊຣເກ ລາວະຣົບ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ ໃນໂອກາດນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ (AMM) ຄັ້ງທີ 58 ໃນວັນທີ 7-11 ກໍລະກົດ 2024 ທີ່ ກົວລາລໍາເປີ, ມາເລເຊຍ.
ສອງຝ່າຍ ໄດ້ຕີລາຄາສູງການພົບປະສອງຝ່າຍ ລະຫວ່າງ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຣັດເຊຍ ໃນໂອກາດເຂົ້າຮ່ວມກອງປະຊຸມພາກພື້ນ ແລະ ສາກົນ ໄດ້ກາຍເປັນປະເພນີປະຕິບັດຮ່ວມກັນເປັນປະຈຳຂອງ ທັງສອງປະເທດ ຊຶ່ງເປັນການປະກອບສ່ວນ ສໍາຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ເພີ່ມທະວີການຮ່ວມມືອັນດີງາມບົນພື້ນຖານຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ. ບົນຈິດໃຈດັ່ງກ່າວ, ສອງຝ່າຍ ໄດ້ທົບທວນຄືນ ແລະ ຕິີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ, ພ້ອມທັງໄດ້ຕົກລົງເຫັນດີເພີ່ມທະວີການພົວພັນສອງຝ່າຍໃນຫຼາຍຂົງເຂດໃນອະນາຄົດ ເຊັ່ນ: ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ວຽກງານຊີວະພາບ, ການສຶກສາ, ການທະຫານ, ດ້ານກົດໝາຍ, ວັດທະນະທໍາ ແລະ ການທ່ອງທ່ຽວ ແລະ ອື່ນໆ ທີ່ສອງຝ່າຍມີທ່າແຮງ ເພື່ອນໍາມາຊຶ່ງຜົນປະໂຫຍດຮ່ວມກັນ.
ໃນຂອບການພົວພັນຫຼາຍຝ່າຍ, ໄດ້ພ້ອມກັນຕີລາຄາສູງຕໍ່ການແລກປ່ຽນທັດສະນະຮ່ວມກັນໃນເວທີຫຼາຍຝ່າຍ, ລວມທັງການສະຫນັບສະຫນູນເຊິ່ງກັນ ແລະ ກັນ ໃນເວທີສາກົນ. ນອກນີ້, ຍັງໄດ້ຕີລາຄາສູງຕໍ່ການຮ່ວມມືຂອບອາຊຽນ-ຣັດເຊຍ ໃນໄລຍະຜ່ານມາ.





