ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການ​ພົວ​ພັນ​ຈີນ-ຮົງ​ກາ​ຣີ​ ທີ່​ເດີນ​ເຂົ້າ “​ຊ່ອງ​ທາງ​ຄຳເດີນ​ເຮືອ​” ໄດ້​ພົບ​ໂອ​ກາດ​ໃໝ່

May 13, 2024

ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຮົງ​ກາ​ຣີ ​ທາງ​ລັດ​ຖະ​ກິດ ແຕ່​ວັນ​ທີ 8 ຫາ 10 ພຶດ​ສະ​ພາ​ນີ້. ໃນ​ໄລ​ຍະ​ການ​ຢ້ຽມ​ຢາມ, ຜູ້​ນຳ​​ທັງສອງ​ປະ​ເທດ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ ໂດຍ​ໄດ້​ປະ​ກາດ​ຍົກ​ການ​ພົວ​ພັນ​ຈີນ-ຮົງ​ກາ​ຣີ​ ຈາກ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ຂຶ້ນ ​ເປັນ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ ​ທຸກ​ສະ​ພາ​ບ​ການ​ໃນ​ຍຸກ​ໃໝ່. ນັກ​ວິ​ເຄາະ​ເຫັນ​ວ່າ: ການ​ຍົກ​ລະ​ດັບ​ການ​ພົວ​ພັນ​ລະ​ຫ່​ວາງ​ສອງ​ປະ​ເທດ​ໃນຄັ້ງ​ນີ້​ໝາຍ​ຄວາມ​ວ່າ: ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ, ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ດ້ານ​ຍຸດ​ທະ​ສາດ, ການ​ຮ່ວມ​ມື ແລະ ການ​ປະ​ສານ​ງານ​ລະ​ຫວ່າງ​ສອງ​ປະ​ເທດ​ດັ່ງ​ກ່າວ​ລ້ວນ​ແຕ່​ຈະ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.
ທ່ານ ​ສີ​ຈິ້ນ​ຜິງ​ ຊີ້​ອອກວ່າ: ສອງ​ຝ່າຍ​ຄວນ​ສືບ​ຕໍ່​ຍຶດ​ໝັ້ນ​ສະ​ໜັບ​ສະ​ໜູນ​ຜົນ​ປະ​ໂຫຍດ​ແກນ​ກາງ ແລະ ​ສິ່ງ​ທີ່​ເອົາ​ໃຈ​ໃສ່​ເປັນ​ຢ່າງ​ຍິ່ງຂອງ​ກັນ​ແລະ​ກັນ; ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ດ້ານ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຂອງ​ສອງ​ປະ​ເທດ, ຕັ້ງ​ໜ້າ​ເປີດກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຈະ​ເລີນ​ໃໝ່​ຕ່າງໆ ເຊັ່ນ: ພະ​ລັງ​ງານ​​ທີ່ສະ​ອາດ, ປັນ​ຍາ​ປະ​ດິດ ແລະອື່ນໆ; ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ການ​ສິດ​ສອນ​ດ້ານ​ພາ​ສາ​ຂອງ​ສອງ​ປະ​ເທດ ແລະ ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ; ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ປະ​ສານ​ງານຫຼາຍ​ຝ່າຍ, ປົກ​ປັກ​ຮັກ​ສາ​ຄວາມ​ຍຸດ​ຕິ​ທຳ ແລະ ຄວາມ​ເປັນ​ທຳໃນ​ສາ​ກົນ ແລະ​ອື່ນໆ ເຊິ່ງ​ໄດ້​ຊີ້​ທິດ​ເຍືອງ​ທາງ​ໃຫ້​ແກ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຈີນ-ຮົງ​ກາ​ຣີ ​ໃນ​​ອະ​ນາ​ຄົດ.
ທ່ານ​ ວິກ​ເຕີ ໂອ​ບັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຮົງ​ກາ​ຣີ ​ເຄີຍ​ກ່າວ​ວ່າ: 10 ກວ່າ​ປີ​ກ່ອນ, ຕົນ​ກໍ​ຮູ້​ສຶກວ່າ: ການ​ພັດ​ທະ​ນາ​ຂອງ​ຮົງ​ກາ​ຣີ​ໃນ​ອະ​ນາ​ຄົດ​ຈະ​ຕັດ​ສິນ​ຢູ່​ນຳ​ການ​ພົວ​ພັນ​ກັບ​ຈີນ ​ໃນ​ລະ​ດັບ​ສູງ​ສົມ​ຄວນ. ປັດ​ຈຸ​ບັນ, ການ​ພົວ​ພັນ​ຈີນ-ຮົງ​ກາ​ຣີ ​ໄດ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ອີກ, ສອງ​ຝ່າຍ​ຈະ​ຕັ້ງ​ໜ້າຮ່ວ​ມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນກວ່າ​ເກົ່າ ໃນ​ຂະ​ບວນ​ການ​ບັນ​ລຸ​ຄວາມ​ທັນ​ສະ​ໄໝ​ຂອງ​ກັນ​ແລະ​ກັນ ເພື່ອບັນ​ລຸ​ການ​ພັດ​ທະ​ນາ​ຮ່ວມ​ກັນ ແລະ ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ ພ້ອມ​ທັງ​ນຳ​ພາ​ການ​ຮ່ວ​ມ​ມື​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ເອີ​ຣົບ​ກາງ​ ແລະ ​ເອີ​ຣົບ​ຕາ​ເວັນ​ອອກ​ ຂະ​ຫຍາຍ​ຕົວ​ເຂົ້າ​ສູ່ລວງ​ເລິກ​ຢ່າງ​ໜັກ​ແໜ້ນ. ການ​ພົວ​ພັນ​ຈີນ-ຮົງ​ກາ​ຣີ​ ທີ່​ໄດ້​ເດີນ​ເຂົ້າ “ຊ່ອງ​ທາງ​ຄຳເດີນ​ເຮືອ​” ໄດ້​ພົບ​ໂອ​ກາດ​ໃໝ່.