ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການພົວພັນຮ່ວມມືລະຫວ່າງ 2 ອົງການໄອຍະການ ລາວ-ກູບາ

Oct 1, 2024

ໃນຕອນເຊົ້າຂອງວັນທີ 30 ກັນຍາ 2024, ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ຢາມິລາ ເປນາ ໂອເຈດາ (Mrs. Yamila Pena Ojeda) ກໍາມະການສູນກາງພັກກອມ ມູນິດ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສາທາລະນະລັດ ກູບາ ໂດຍມີຄະນະຜູ້ແທນຂັ້ນສູງທັງສອງຝ່າຍເຂົ້າຮ່ວມໃນຄັ້ງນີ້.
ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ຂອບໃຈເປັນຢ່າງສູງຕໍ່ການມາຢ້ຽມ ຢາມ ແລະ ເຮັດ ວຽກຢ່າງເປັນທາງການ ຂອງທ່ານຫົວໜ້າອົງການໄອຍະການສູງ ສຸດ ແຫ່ງ ສ.ກູບາ ພ້ອມດ້ວຍຄະນະໃນຄັ້ງນີ້, ພ້ອມຕີລາຄາສູງ ຕໍ່ຜົນສໍາເລັດຂອງການຮ່ວມມືລະຫວ່າງອົງການໄອຍະການຂອງສອງປະເທດ ໃນການຈັດຕັ້ງປະຕິບັດບົດບັນທຶກຮ່ວມ ທີ່ໄດ້ລົງ ນາມກັນໃນປີ 2018 ທີ່ ນະຄອນຫຼວງຮາວານາ ປະເທດກູບາ, ການພົບປະຂອງຄະນະຜູ້ແທນຂັ້ນສູງຂອງສອງອົງການໃນຄັ້ງນີ້ ແມ່ນເພືີ່ອຍົກລະດັບການຮ່ວມມືຂອງສອງອົງການໄອຍະການ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ເກີດດອກອອກຜົນ ໃນອະນາຄົດ.
ຈາກນັ້ນ, ທ່ານ ນາງ ຢາມິລາ ເປນາ ໂອເຈດາ ໄດ້ສະແດງຄວາມຂອບໃຈ ທີ່ໄດ້ຮັບການເຊື້ອເຊີນ ແລະ ຮັບຕ້ອນຢ່າງອົບອຸ່ນ ຖານມິດສະຫາຍທີ່ເປັນກັນເອງ ໃນການມາເຄື່ອນໄຫວວຽກງານທາງການ ຢູ່ ສປປ ລາວ ພ້ອມທັງຕົກລົງເຫັນດີເປັນເອກະພາບລົງນາມບົດບັນທຶກຊ່ວຍຈໍາ ກ່ຽວກັບແຜນກິດຈະກຳຮ່ວມມື ສົກປີ 2025-2026.
ການຢ້ຽມຢາມ ແລະ ພົບປະຂອງ ຄະນະຜູ້ແທນໃນຄັ້ງນີ້ ເປັນພື້ນຖານສໍາຄັນທີ່ເຮັດໃຫ້ວຽກງານໄອຍະການຂອງສອງປະເທດ ໄດ້ຮັບການພັັດທະນາ, ຍົກສູງບົດບາດຄວາມສັກສິດຂອງກົດໝາຍ ໃນການຄຸ້ມຄອງລັດຄຸ້ມຄອງສັງຄົມຂອງສອງປະເທດ ຕ້ານອາດຊະຍາກຳຂ້າມຊາດ, ປະກອບສ່ວນສໍາຄັນໃຫ້ສອງປະເທດ ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ເປັນຢ່າງດີ, ພ້ອມທັງເປັນການເສີມຂະຫຍາຍສາຍພົວພັນການຮ່ວມມື ລະຫວ່າງ ສອງປະເທດ ລາວ-ກູບາ ເວົ້າລວມ, ເວົ້າສະເພາະ ສອງອົງການໄອຍະການ ລາວ-ກູບາ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ຫຼັງຈາກນັ້ນ, ຄະນະນໍາສອງຝ່າຍໄດ້ພ້ອມກັນລົງນາມບົດບັນ ທຶກຊ່ວຍຈໍາ ກ່ຽວກັບແຜນກິດຈະກຳຮ່ວມມື ສົກປີ 2025-2026 ຊຶ່ງມີບາງເນື້ອໃນຕົ້ນຕໍ ຄື ໜຶ່ງ. ການແລກປ່ຽນໄປມາຢ້ຽມຢາມຄະນະຜູ້ແທນສອງອົງການໄອຍະການເຊິ່ງກັນ ແລະກັນ, ສອງ. ເຂົ້າຮ່ວມກອງປະຊຸມນານາຊາດວ່າດ້ວຍ ອາຊະ ຍາກຳ ຄັ້ງທີ 16 ປະຈຳປີ 2025 ແລະ ກອງປະຊຸມ ກ່ຽວກັບນິຕິກຳ, ກົດໝາຍ ແລະ ສັງຄົມ ຄັ້ງທີ 4 ທີ່ ສ.ກູບາ, ສາມ, ຈັດກອງປະຊຸມທາງໄກ ເພື່ອແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານ ກ່ຽວກັບຂໍ້ຕ່າງໆ ເຊັ່ນ ການຕ້ານອາຊະຍາກຳທີ່ເກີດຂຶ້ນຈາກການນໍາໃຊ້ເຕັກໂນໂລຊີ ແລະ ການສື່ສານ, ການຕ້ານການຄ້າມະນຸດ ແລະ ການເຄື່ອນຍ້າຍແຮງງານ ແລະ ບັນຫາອື່ນທີ່ສອງຝ່າຍມີຄວາມສົນໃຈ.