ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການຟື້ນຟູອຸດສາຫະກໍາການຜະລິດຂອງອາເມຣິກາ ຈະເປັນຈິງໄດ້ ຫຼື ບໍ່?

May 8, 2025

ການຟື້ນຟູອຸດສາຫະກໍາການຜະລິດຂອງອາເມຣິກາ ຈະເປັນຈິງໄດ້ ຫຼື ບໍ່?

ອາເມຣິກາ ເຄີຍເປັນຜູ້ນໍາລະດັບໂລກໃນດ້ານອຸດສາຫະກໍາການຜະລິດ ແລະ ການຄ້າ ເພາະມີອຸດສາ ຫະກໍາຂອງປະເທດເປັນຫົວໃຈສໍາຄັນທີ່ຂັບເຄື່ອນເສດຖະກິດທົ່ວໂລກ, ແຕ່ໃນຫຼາຍທົດສະວັດຜ່ານມາ, ກໍາລັງຂັບເຄື່ອນດັ່ງກ່າວໄດ້ຫຼຸດໜ້ອຍລົງຢ່າງຈະແຈ້ງ ເນື່ອງຈາກບໍລິສັດຂ້າມຊາດເລືອກຍ້າຍຖານການຜະລິດຢູ່ອາເມຣິກາໄປຕັ້ງຢູ່ພາກພື້ນອື່ນທີ່ມີຄ່າແຮງງານ ຫຼື ຕົ້ນທຶນຖືກກວ່າ ແລະ ນະໂຍບາຍການຄ້າເສລີທີ່ເປີດກວ້າງ ເຊັ່ນ: ຈີນ ແລະ ປະເທດອື່ນໆ.

ການສູນເສຍອໍານາດດັ່ງກ່າວບໍ່ໄດ້ເກີດຂຶ້ນພຽງໄລຍະຄໍ່າຄືນດຽວ, ແຕ່ເປັນຜົນມາຈາກຂະ ບວນໂລກາພິວັດທີ່ຍາວນານ ເຮັດໃຫ້ອາເມຣິກາຕ້ອງຫັນມາເພິ່ງພາອາໄສການນໍາເຂົ້າສິນຄ້າຈົນກາຍເປັນປະເທດອັນດັບຕົ້ນຂອງໂລກທີ່ນໍາເຂົ້າສິນຄ້າຈາກຕ່າງປະເທດຫຼາຍກວ່າໝູ່ ແລະ ສົ່ງຜົນກະທົບຕໍ່ອຸດສາຫະກໍາການຜະລິດພາຍໃນ ເຊັ່ນ: ການຜະລິດເຫຼັກ, ລົດຍົນ ແລະ ອື່ນໆ ຈຶ່ງເກີດມີການແຂ່ງຂັນທີ່ຮຸນແຮງ ແລະ ມີຫຼາຍຫົວ   ໜ່ວຍທຸລະກິດຕ້ອງປິດຕົວລົງ. ອີງຕາມສະຖິຕິຈາກຂະ ແໜງແຮງງານຂອງອາເມຣິກາ ໃຫ້ຮູ້ວ່າ: ນັບແຕ່ປີ 2000 ເປັນຕົ້ນມາ, ວຽກງານໃນຂົງເຂດການຜະລິດຂອງອາເມຣິກາຫຼຸດລົງຢ່າງຕໍ່ເນື່ອງ ໂດຍສະເພາະໃນລັດທີ່ເຄີຍເປັນພື້ນຖານອຸດສາຫະກໍາໃຫຍ່ ເຊັ່ນ: ລັດແມັກຊິກໂກ ແລະ ລັດເພນຊິລເວເນຍ.

ດັ່ງນັ້ນ, ໜຶ່ງໃນຫຼາຍເປົ້າໝາຍໃນການປະກາດເພີ່ມພາສີຂອງອາເມິຣກາ ທີ່ເອີ້ນວ່າ: “ພາສີເທົ່າທຽມກັນ” ແມ່ນເພື່ອແນໃສ່ຟື້ນຟູອຸດສາຫະກໍາການຜະລິດຂອງອາເມຣິກາທີ່ຊຸດໂຊມມາເປັນເວລາຫຼາຍທົດສະວັດໃຫ້ກັບຄືນມາມີຊີວິດຊີວາອີກຄັ້ງ ໂດຍຫວັງວ່າການເພີ່ມພາສີຈະເຮັດໃຫ້ລາຄາສິນຄ້ານໍາເຂົ້າສູງຂຶ້ນ, ແລ້ວຜູ້ບໍລິໂພກຈະຫັນມາຊື້ສິນຄ້າທີ່ຜະລິດພາຍໃນປະເທດຫຼາຍກວ່າເກົ່າ ເຊິ່ງຈະກາຍເປັນປັດໃຈສໍາຄັນໃນການຊຸກ ຍູ້ໃຫ້ບັນດາບໍລິສັດທັງພາຍໃນ ແລະ ຕ່າງປະເທດກັບຄືນໄປລົງທຶນຢູ່ອາເມຣິກາເພີ່ມຂຶ້ນ. ນອກນີ້, ອີກໜຶ່ງເປົ້າໝາຍເພື່ອຫຼຸດຜ່ອນການເພິ່ງພາອາໄສສິນຄ້ານໍາເຂົ້າຈາກຕ່າງປະເທດ ເຊັ່ນ: ອຸປະກອນການແພດ, ຊິ້ນສ່ວນເຕັກໂນໂລຊີ ແລະ ອື່ນໆ.

ເຖິງວ່າ, ເມື່ອບໍ່ດົນມານີ້ ມີບາງບໍລິສັດໃຫຍ່ໄດ້ປະກາດຈະສ້າງຕັ້ງໂຮງງານຜະລິດໃໝ່ຢູ່ອາເມຣິກາ ເຊັ່ນ: Hyundai ປະກາດແຜນການສ້າງຕັ້ງໂຮງງານເຫຼັກ ມູນຄ່າ 5,8 ຕື້ໂດລາໃນລັດລຸຍເຊຍນາ, ຮອນດ້າຈະຜະລິດລົດ Civic ໄຮບຼີດລຸ້ນຕໍ່ໄປໃນລັດອິນເດຍນາແທນການຜະລິດຢູ່ແມັກຊິກ ເພື່ອຫຼີກລ່ຽງພາສີ, Apple ຈະຈ້າງພະນັກງານເພີ່ມ 20,000 ຄົນ ແລະ ຜະລິດເຊີເວີ AI ໃນອາເມຣິກາ, ແລະ Volvo Cars, Audi ຂອງ Volkswagen ແລະ Mercedes-Benz ຕ່າງປະກາດຈະຍ້າຍການຜະລິດບາງສ່ວນໄປອາເມຣິກາພາຍໃນປີນີ້.

ແຕ່ບັນດານັກວິເຄາະກ່າວວ່າ: ມີຄວາມເປັນໄປໄດ້ໜ້ອຍທີ່ສຸດທີ່ຜູ້ຜະລິດທີ່ມີໂຮງງານຢູ່ຕ່າງປະເທດຈະຍ້າຍໂຮງງານຂອງຕົນໄປອາເມຣິກາ ເນື່ອງຈາກອັດຕາພາສີໃໝ່ຂອງອາເມຣິກາສົ່ງຜົນກະທົບຕໍ່ຂົງເຂດເສດຖະກິດຕ່າງໆ ຢ່າງຫຼວງຫຼາຍ. ນອກນີ້, ເຖິງວ່າເລືອກຍ້າຍມາດໍາເນີນທຸລະກິດຢູ່ອາເມຣິກາ ແຕ່ນັກທຸລະ ກິດຕ້ອງປະເຊີນກັບຄວາມທ້າທາຍສໍາຄັນຈາກການຂາດ ເຂີນແຮງງານທີ່ມີທັກສະຢ່າງຫຼວງຫຼາຍ. ຕົວຢ່າງ: ເມື່ອ 6 ປີທີ່ແລ້ວ, LMVH (Louis Vuitton Moët Hennessy) ຈາກຝລັ່ງ ໄດ້ເປີດໂຮງງານຢູ່ໃນລັດ ເທັກຊັດເພື່ອຜະລິດກະເປົາຖືໃຫ້ຍີ້ຫໍ້ Louis Vuitton, ແຕ່ສໍານັກຂ່າວ Reuters ລາຍງານວ່າ: ນັບແຕ່ເປີດໂຮງງານດັ່ງກ່າວເປັນຕົ້ນມາກໍປະສົບບັນຫາດ້ານການຜະລິດຢ່າງໜັກເນື່ອງຈາກຂາດເຂີນແຮງງານທີ່ມີທັກສະຕາມທີ່ຕ້ອງການ. ນີ້ເປັນສິ່ງທ້າທາຍບໍ່ສະເພາະກັບ LMVH ເທົ່ານັ້ນ, ຫາກຍັງລວມເຖິງທຸລະກິດ ອື່ນໆ ທີ່ຕ້ອງການເປີດໂຮງງານໃນອາເມຣິກາເພື່ອຫລີກລ່ຽງພາສີນໍາເຂົ້າ.

ນັກວິເຄາະຫຼາຍທ່ານໃຫ້ທັດສະນະວ່າ: ເຖິງວ່າໄດ້ນໍາໃຊ້ພາສີເປັນເຄື່ອງມື, ແຕ່ການຍ້າຍຖານການຜະລິດຂອງບັນດາບໍລິສັດກັບຄືນໄປອາເມຣິກາແມ່ນເປັນເລື່ອງຍາກ ເນື່ອງຈາກຕົ້ນທຶນແຮງງານໃນອາເມຣິກາສູງກວ່າຢູ່ປະເທດຈີນ ແລະ ປະເທດຕ່າງໆຢ່າງຫຼວງຫຼາຍ. ນອກນີ້ ບໍລິ ສັດຈະຕ້ອງເສຍຄ່າໃຊ້ຈ່າຍປະມານ 12-15 ລ້ານໂດລາ ແລະ ໃຊ້ເວລາ 1 ປີໃນການສ້າງຕັ້ງໂຮງງານໃໝ່ຢູ່ອາເມຣິກາ, ລວມເຖິງຕ້ອງໃຊ້ເວລາອີກ 1 ປີໃນການຮັບຮອງອຸປະກອນການຜະ ລິດບາງສ່ວນ ເຮັດໃຫ້ບັນດາບໍລິສັດຕ້ອງໄດ້ພິຈາລະນາຢ່າງ   ໜັກກ່ຽວກັບບັນຫາດັ່ງກ່າວ.

ຈາກສະພາບຕົວຈິງທີ່ເກີດຂຶ້ນ, ຫຼັງຈາກອາເມຣິກາປະກາດນະໂຍບາຍພາສີໃໝ່ເປັນເວລາພຽງ 1 ເດືອນ. ເວົ້າສະເພາະອຸດສາຫະກໍາການຜະລິດຂອງອາເມຣິກາ ໄດ້ຮັບຜນກະທົບໜັກ  ໜ່ວງສົມຄວນ. ສະ ແດງອອກ: ໃນ​ວັນ​ທີ 22 ເມ​ສາຜ່ານມາ, ໂຮງ​ງານຊຸບ​ເປີເທ​ສ​ລາ​ຢູ່​ລັດເທັກ​  ຊັ​ດໄດ້​ຮັບ​ແຈ້ງ​ການ​ສຸກ​ເສີນ​ວ່າ: ສາຍ​ການ​ຜະ​ລິດຕ້ອງ​ຢຸດ​ງານ​ຊົ່ວ​ຄາວ​ຍ້ອນຂາດຊິ້ນສ່ວນອາໄຫຼ່ທີ່​ສຳ​ຄັນ. ນີ້​ແມ່ນ​​ຄັ້ງ​ທີ 3 ​ທີ່​ໂຮງ​ງານ​ດັ່ງ​ກ່າວ​ຢຸດ​ງານໃນ​ໄຕ​ມາດ​ທີ 1 ຍ້ອນໝໍ້ໄຟ​ທີ່​ຜະ​ລິດ​ໂດຍ​ຈີນ​ຖືກ​ດ່ານ​ພາ​ສີ​ອາ​ເມ​ຣິກາ​ກັກ​ໄວ້ຫຼາຍກວ່າ​ສອງ​ອາ​ທິດ. ໂຮງ​ງານ​​ດັ່ງ​ກ່າວ​ຈຳເປັນ​ຕ້ອງ​ຂົນ​ສົ່ງ​ອຸ​ປະ​ກອນ​ຈາກ​ເອີ​ຣົບ​ຜ່ານ​ທາງ​ອາ​ກາດດ້ວຍ​​ຕົ້ນ​ທຶນເພີ່ມຂຶ້ນ 12 ເທົ່າ.

ການເພີ່ມພາສີ ຍັງເຮັດ​ໃຫ້​ຕົ້ນ​ທຶນ​ການ​ນຳ​ເຂົ້າ ​iPhone ເພີ່ມ​ຂຶ້ນ, ຂະນະທີ່​ຕົ້ນ​ທຶນ​​ການ​ຜະ​ລິດ​ຢູ່​ອາ​ເມ​ຣິ​ກາສູງກວ່າ​ຢູ່ຈີນຫຼາຍກວ່າ 30%, ແລະ​​ ຍັງຂາດ​ລະ​ບົບ​ຕ່ອງ​ໂສ້​ການ​ສະໜອງ​​ທີ່ດີ. ວິ​ສາ​ຫະ​ກິດດ້ານນີ້ຈິ່ງຕັດສິນໃຈ​ຈະ​ຍ້າຍ​ຖານການ​ຜະ​ລິດ​ຈຳ​ນວນ​ໜຶ່ງ​ໄປ​ອິນ​ເດຍ ຫຼື​ ອາ​ຊີ​ອາ​ຄະ​ເນ​ ແຕ່ບໍ່​ແມ່ນ​ຮັກ​ສາ​ໄວ້​ໃນ​ອາ​ເມ​ຣິ​ກາ. ສ່ວນ Nike ທີ່ມີກໍາ​ລັງ​ການ​ຜະ​ລິດ 95% ຢູ່​​ປະ​ເທດຈີນ, ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ, ເນື່ອງຈາກ​ຄວາມ​ກົດ​ດັນດ້ານ​ພາ​ສີ ເຮັດໃຫ້ Nike ຕັດ​ສິນ​ໃຈ​​ສ້າງ​ໂຮງ​ງານ​ຢູ່​ແມັກ​ຊິກ ເນື່ອງຈາກຄ່າ​ແຮງ​ງານ​ຕ່ຳ​ກວ່າ​ຢູ່ອາ​ເມ​ຣິ​ກາເຖິງ 60%.

ກ່ອນໜ້ານີ້, 6 ອົງການທີ່ຕາງໜ້າອຸດສາຫະກໍາລົດຂອງອາເມຣິກາ ໄດ້ສົ່ງຈົດໝາຍເຖິງເຈົ້າໜ້າທີ່ກ່ຽວ ຂ້ອງເພື່ອຮຽກຮ້ອງໃຫ້ລັດຖະບານອາເມຣິກາບໍ່ເກັບພາສີຕໍ່ຊິ້ນສ່ວນລົດໃນອັດຕາພາສີໃໝ່ ເນື່ອງຈາກຈະເຮັດໃຫ້ບໍລິສັດທີ່ສະໜອງຊິ້ນສ່ວນລົດຈໍານວນຫຼາຍ “ຕົກຢູ່ສະພາບຄວາມຫຍຸ້ງຍາກ” ແລະ ບໍ່ສາມາດແບກຫາບຕົ້ນທຶນທີ່ເພີ່ມສູງຂຶ້ນ, ທັງຈະເຮັດໃຫ້ເກີດບັນຫາທີ່ກວ້າງ ຂວາງກວ່າເກົ່າໃນຂະແໜງອຸດສາຫະກໍາ.​

ນອກຈາກນີ້, ໃນວັນ​ທີ 4 ພຶດ​ສະ​ພາ​ນີ້, ສໍານັກຂ່າວ CNN ຂອງ​ອາ​ເມ​ຣິ​ກາ​ ລາຍ​ງານ​ວ່າ: ຍ້ອນ​ນະ​ໂຍ​ບາຍ​ພາ​ສີ​ຂອງ​ອາ​ເມ​ຣິ​ກາມີ​ການ​ປ່ຽນ​ແປງ​ເລື້ອຍໆ​ ເຮັດ​ໃຫ້ວິ​ສາ​ຫະ​ກິດ​ລົດ​ຂະ ໜາດ​ໃຫຍ່ຫຼາຍ​ແຫ່ງ​ຂອງ​ໂລກ​ໄດ້​ຍຸດ​ຕິ​ການ​​ເປີດເຜີຍ​​ກ່ຽວ​ກັບ​ການ​ຄາດ​ຄະ​ເນ​ຜົນ​ກຳ​ໄລໃນ​ປີນີ້​ຊົ່ວ​ຄາວ ເຊັ່ນ: ກຸ່ມ​ບໍ​ລິ​ສັດ​ສະ​ເຕ​ລານ​ຕິ​ສ ແລະ ບໍ​ລິ​ສັດ GM ຂອງ​ອາ​ເມ​ຣິ​ກາ​ ​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 29 ເມ​ສາ​ຜ່ານ​ມາ​ວ່າ, ຍ້ອນ​ນະ​ໂຍ​ບາຍ​ພາ​ສີ​ຂອງ​ອາ​ເມ​ຣິ​ກາ ເຮັດໃຫ້ບໍ​ລິ​ສັດ​​ຂອງຕົນ​ຕ້ອງ​ຍົກ​ເລີກການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ດ້ານ​ຜົນ​ກຳ​ໄລ​ໃນ​ປີນີ້.

ທັງໝົດນີ້, ເປັນພຽງຜົນກະທົບສ່ວນນ້ອຍໆ ສະເພາະທີ່ເກີດຂຶ້ນກັບອຸດສາຫະກໍາການຜະລິດຂອງອາເມຣິກາ ຍ້ອນນະໂຍບາຍເພີ່ມພາສີສິນຄ້ານໍາເຂົ້າ ເຊິ່ງໃນຕົວຈິງຈະມີຫຼາຍກວ່ານີ້ ແລະ ຈະເພີ່ມຂຶ້ນກວ່ານີ້ ຖ້າຫາກພາສີດັ່ງກ່າວມີການປ່ຽນແປງເພື່ອເອົາປຽບຄູ່ການຄ້າຢູ່ເລື້ອຍໆ.

ໃນຄວາມເປັນຈິງແລ້ວ, ການດໍາເນີນທຸລະກິດຂອງທຸກບໍລິສັດໃນໂລກ ລ້ວນແຕ່ສະແຫວງຫາການລົງທຶນດ້ວຍຕົ້ນທຶນຕໍ່າ ແຕ່ໃຫ້ຜົນຕອບແທນສູງ. ສະນັ້ນ ເຖິງວ່ານະໂຍບາຍພາສີເປັນສ່ວນໜຶ່ງໃນຄວາມພະ ຍາຍາມຂອງອາເມຣິກາເພື່ອຟື້ນຟູອຸດສາຫະກໍາການຜະລິດພາຍໃນປະເທດ, ແຕ່ການລົງທຶນຢູ່ອາເມຣິກາຕ້ອງໄດ້ໃຊ້ຕົ້ນທຶນທີ່ສູງທີ່ສຸດເມື່ອທຽບໃສ່ການລົງທຶນຢູ່ປະເທດຕ່າງໆ ໃນໂລກ, ບວກກັບຄວາມທ້າທາຍໃນການຝຶກອົບຮົມສີມືແຮງງານຊາວອາເມຣິກາ ແລະ ການປ່ຽນແປງຕ່ອງໂສ້ການສະໜອງທີ່ຕ້ອງຜະເຊີນກັບອຸປະສັກຢ່າງຫຼວງຫຼາຍ ເນື່ອງຈາກເປັນຂະບວນການທີ່ມີຕົ້ນທຶນສູງ ແລະ ໃຊ້ເວລາດົນ ໂດຍສະເພາະອຸດສາຫະກໍາເຕັກໂນໂລຊີລະດັບສູງ.

ນອກນີ້, ຕ່ອງໂສ້ຄວາມຕ້ອງການຂອງແຕ່ລະອຸດສາຫະກໍາມີຂໍ້ຈໍາກັດທີ່ແຕກຕ່າງກັນ, ນັບແຕ່ວັດຖຸດິບ, ໂຄງສ້າງພື້ນຖານ, ຄຸນນະພາບ ແລະ ຕົ້ນທຶນແຮງງານ ຈົນເຖິງນະໂຍບາຍດ້ານພາສີ ເຮັດໃຫ້ບັນດາບໍລິ ສັດທີ່ຈະກັບເຂົ້າໄປລົງທຶນຢູ່ອາເມຣິກາໃນເວລານີ້ ຕ້ອງໄດ້ຄິດພິຈາລະນາຢ່າງໜັກກ່ຽວກັບບັນຫາທີ່ກ່າວມານີ້ ແລະ ແນ່ນອນວ່າໃນສະພາບເສດຖະກິດທີ່ທົ່ວໂລກພົບຄວາມຫຍຸ້ງຍາກຄືປັດຈຸບັນນີ້, ຄົງບໍ່ມີບໍລິສັດ ຫຼື ໂຮງຈັກ-ໂຮງງານໃດຢາກເຂົ້າໄປລົງທຶນໃນປະເທດທີ່ມີຄວາມສ່ຽງສູງ ຫຼື ມີຄວາມຫຍຸ້ງຍາກຫຼາຍຢ່າງທີ່ຈະສົ່ງຜົນຕໍ່ການດໍາເນີນທຸລະກິດຂອງຕົນທັງໃນໄລຍະສັ້ນ ແລະ ໄລຍະຍາວ.

ດັ່ງນັ້ນ, ຈຶ່ງມີຄໍາຖາມຕັ້ງຂຶ້ນວ່າ: ນະໂຍບາຍເພີ່ມພາສີຈະສາມາດຊ່ວຍຟື້ນຟູອຸດສາຫະກໍາການຜະລິດຂອງອາເມຣິກາ ໄດ້ແທ້ ຫຼື ບໍ່, ຫຼື ຈະເປັນພຽງການແກ້ໄຂບັນຫາສະເພາະໜ້າທີ່ຖິ້ມຜົນກະທົບໃນໄລຍະຍາວໄວ້ໃຫ້ຄົນຮຸ່ນຕໍ່ໄປ ຕ້ອງໄດ້ຕິດຕາມກັນຕໍ່ໄປໃນອະນາຄົດອັນໃກ້ນີ້ ຫຼື ນີ້ຈະເປັນການຊໍ້າຕື່ມອຸດສາຫະກໍາການຜະລິດພາຍໃນປະເທດທີ່ຫຍຸ້ງຍາກຢູ່ແລ້ວຍິ່ງຫຍຸ້ງຍາກຂຶ້ນຕື່ມອີກ.