ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການມີສ່ວນຮ່ວມຂອງພາກສ່ວນກ່ຽວຂ້ອງໃນການດໍາເນີນງານດ້ານການປ່ຽນແປງດິນຟ້າອາກາດແຫ່ງຊາດ ໃນລະບົບການລ້ຽງສັດຢູ່ລາວ

Mar 31, 2025

ໃນລະຫວ່າງວັນທີ 25-27 ມີນາ 2025, ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາດ ໄດ້ຈັດກອງປະຊຸມການມີສ່ວນຮ່ວມຂອງພາກສ່ວນກ່ຽວຂ້ອງໃນການດໍາເນີນງານ ດ້ານການປ່ຽນແປງດິນຟ້າອາກາດແຫ່ງຊາດໃນລະບົບລ້ຽງສັດ ຢູ ສປປ ລາວ ທີ່ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ອາຄະເນ ພົມສຸວັນ ຮອງຫົວ ໜ້າກົມລ້ຽງສັດ ແລະ ການປະມົງ, ທ່ານ ຈັນທະລາດ ປອງມາລາ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ປະຈຳລາວ.
ຈຸດປະສົງເພື່ອເສີມສ້າງການຮ່ວມມືຂອງຫຼາຍພາກສ່ວນກ່ຽວຂ້ອງ ແລະ ເພີ່ມຂີດຄວາມສາມາດຂອງກົງຈັກການຈັດຕັ້ງ ເພື່ອສົ່ງເສີມການດຳເນີນງານດ້ານສະພາບອາກາດ ສຳລັບການລ້ຽງສັດຢູ່ໃນ ສປປ ລາວ; ເສີມສ້າງການເຊື່ອມໂຍງມາດຕະການຫຼຸດຜ່ອນ ແລະ ປັບຕົວສະເພາະ ດ້ານການລ້ຽງສັດ ເຂົ້າໃນນະໂຍບາຍ ແລະ ຄຳໝັ້ນສັນຍາດ້ານສະພາບອາກາດແຫ່ງຊາດ, ສະໜັບສະໜູນການປັບປຸງການເກັບກຳຂໍ້ ມູນ, ການລາຍງານການສຳຫຼວດ ທາດອາຍເຮືອນແກ້ວ (GHG) ແລະ ການຈັດຕັ້ງປະຕິບັດການລ້ຽງສັດ ທີ່ຄຳນຶງເຖິງສະພາບດິນຟ້າອາກາດ. ຊຶ່ງຜົນໄດ້ຮັບຈະປະກອບສ່ວນເຂົ້າໃນຄວາມພະຍາຍາມ ຂອງ ສປປ ລາວ ໃນການເສີມສ້າງ NDC ແລະ ຍຸດ ທະສາດດ້ານສະພາບອາກາດໄລຍະຍາວ ໃນຂະນະທີ່ສົ່ງເສີມການຜະລິດການລ້ຽງສັດແບບຍືນຍົງ, ການຄໍ້າປະກັນສະບຽງອາຫານ, ແລະ ຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ.
ໃນທີ່ປະຊຸມ ໄດ້ຮັບຟັງ ການນໍາສະເໜີ ກ່ຽວກັບ: ສະພາບລວມຂອງແຜນງານຍ່ອຍ FVC ແລະ ສະ ພາບເງື່ອນໄຂແຫ່ງຊາດ (ພາບລວມຂອງແຜນງານຍ່ອຍ FVC, ຈຸດປະສົງ, ກິດຈະກໍາ ແລະ ກາລະໂອກາດ; ລະບົບການລ້ຽງສັດຢູ່ໃນ ສປປ ລາວ-ສະ ພາບປັດຈຸບັນ, ສິ່ງທ້າທາຍ ແລະ ກາລະໂອກາດ); ການປ່ຽນແປງດິນຟ້າອາກາດ ແລະ ການລ້ຽງສັດ-ການຫຼຸດຜ່ອນ ແລະ ການປັບຕົວ (ມາດຕະການການຫຼຸດຜ່ອນ ແລະ ການປັບຕົວ ສໍາລັບການລ້ຽງສັດ-ການປະຕິບັດທີ່ດີ ຢູ່ໃນລະດັບໂລກ ແລະ ຄວາມກ່ຽວພັນກັບ ສປປ ລາວ; ບັນຊີ GHG ແຫ່ງຊາດ ແລະ ຂີດໝາຍການປ່ອຍທາດອາຍ GHG ຂອງການລ້ຽງສັດ); ເຊື່ອມໂຍງການລ້ຽງສັດ ທີ່ ຄໍານຶງເຖິງສະພາບດິນຟ້າອາກາດ ກັບນະ ໂຍບາຍແຫ່ງຊາດ (ສະພາບລວມກ່ຽວກັບ NDCs ຂອງ ສປປ ລາວ ແລະ ຍຸດທະສາດໄລ ຍະຍາວ-ໂອກາດສໍາລັບການເຊື່ອມສານການລ້ຽງສັດ; ນໍາສະເໜີແຜນວາດ ແລະ ບົດບາດຂອງພາກສ່ວນກ່ຽວຂ້ອງ ໃນການດໍາເນີນງານທີ່ຄໍານຶງເຖິງສະພາບອາກາດ; ການພັດທະນາແຜນວາດ ເພື່ອເຊື່ອມໂຍງເຂົ້າໃນ NDCs ແລະ ຍຸດທະສາດໄລຍະຍາວ (ການເຊື່ອມໂຍງມາດຕະຖານການລ້ຽງສັດ ເຂົ້າໃນ NDCs – ບົດຮຽນຈາກຫຼາຍປະເທດ).
ທີ່ມາ: ຂ່າວສານ ກະຊວງກະສິກໍາ ແລະ ປ່າໄມ້