ເພື່ອຫຼຸດການອາໄສຕໍ່ການນຳເຂົ້ານ້ຳມັນເຊື້ອໄຟ, ຍົກລະດັບຄວາມໝັ້ນຄົງດ້ານພະລັງງານ, ພ້ອມທັງບັນລຸເປົ້າໝາຍການອະນຸລັກສິ່ງແວດລ້ອມ ທາງນິເວດວິທະຍາ, ລັດຖະບານລາວ ໄດ້ຕັ້ງໜ້າສົ່ງເສີມການນຳໃຊ້ລົດພະລັງງານໄຟຟ້າໃນຫຼາຍປີມານີ້.
ເມື່ອປຽບທຽບກັບລົດໃຊ້ນ້ຳມັນເຊື້ອໄຟແລ້ວ, ຈີນ ມີເຕັກໂນໂລຊີ ແລະ ຄວາມສາມາດດ້ານການປະດິດສ້າງໃໝ່ໃນຂົງເຂດລົດໃຊ້ພະລັງງານໄຟຟ້າ. ບໍ່ວ່າໃນດ້ານເຕັກໂນໂລຊີວິທະຍາສາດ, ປັນຍາປະດິດ, ຄຸນນະພາບ, ລາຄາ ຫຼື ການບໍລິການ, ລົດໃຊ້ພະລັງງານໄຟຟ້າຂອງຈີນ ລ້ວນແຕ່ມີຄຸນນະພາບ ແລະ ຄວາມສາມາດການແຂ່ງຂັນຢ່າງສູງ.
ຄຽງຄູ່ກັບການຮ່ວມມືລະຫວ່າງ ຈີນ-ລາວ ໄດ້ກ້າວເຂົ້າສູ່ລວງເລິກ, ວິສາຫະກິດລົດໃຊ້ພະລັງງານໄຟຟ້າຂອງຈີນຫຼາຍແຫ່ງ ໄດ້ຮ່ວມມືກັບວິສາຫະກິດຂອງລາວ ເພື່ອເຂົ້າສູ່ຕະຫຼາດຂອງລາວ. ໃນເດືອນຕຸລາ ປີ 2019, ບໍລິສັດ BYD ຂອງຈີນໄດ້ຮ່ວມມືກັບບໍລິສັດ MOK ຂອງລາວ ແລະ ກາຍເປັນຍີ່ຫໍ້ລົດໃຊ້ພະລັງງານໄຟຟ້າຍີ່ຫໍ້ທຳອິດຂອງຈີນ ທີ່ໄປສູ່ປະເທດລາວ. ໃນເດືອນຕຸລາ ປີ 2020, ບໍລິສັດ GEELY ຂອງຈີນໄດ້ເຊັນສັນຍາໂຄງການລົດໃຊ້ພະລັງງານໄຟຟ້າກັບບໍລິສັດລາວ ແລະ ໃນທ້າຍປີ 2023, ບໍລິສັດ Hong Qi ຂອງຈີນກໍໄດ້ເຊັນສັນຍາກັບລັດຖະບານລາວ ເພື່ອເປີດກວ້າງຕະຫຼາດລົດທາງການຂອງລາວ. ການຮ່ວມມືລະຫວ່າງບໍລິສັດຈີນກັບລາວ ບໍ່ພຽງແຕ່ມີຜົນດີຕໍ່ຍີ່ຫໍ້ລົດໃຊ້ພະລັງງານໄຟຟ້າຂອງຈີນ ໃຫ້ເປັນທີ່ຮູ້ຈັກ ແລະ ຕອບສະໜອງຄວາມຕ້ອງການຂອງຕະຫຼາດຂອງລາວໃຫ້ດີເທົ່ານັ້ນ, ຫາກຍັງສາມາດຍົກສູງຄວາມສາມາດການແຂ່ງຂັນຂອງຍີ່ຫໍ້ລົດຈີນ ໂດຍຜ່ານການດຳເນີນການຜະລິດ ແລະ ການບໍລິການຢູ່ທ້ອງຖິ່ນດັ່ງກ່າວ.
ນອກນີ້, ຍີ່ຫໍ້ລົດໃຊ້ພະລັງງານໄຟຟ້າຂອງຈີນ ໄດ້ຈຳໜ່າຍລົດຫຼາຍລຸ້ນ ເພື່ອຕອບສະໜອງຄວາມຕ້ອງການທີ່ແຕກຕ່າງກັນຂອງຜູ້ບໍລິໂພກ. BYD ບໍ່ພຽງແຕ່ຈຳໜ່າຍ Atto3 ເທົ່ານັ້ນ, ຍັງມີອີກຫຼາຍລຸ້ນຕື່ມອີກ ເຊັ່ນ Han EV, Tang EV, ລົດເມພະລັງງານໄຟຟ້າ ເປັນຕົ້ນ ໂດຍປົກຄຸມເຂົ້າໃນການນຳໃຊ້ແບບທົ່ວໄປ ແລະ ການນຳໃຊ້ທາງທຸລະກິດ.
ສິ່ງທີ່ໜ້າສົນໃຈນັ້ນກໍຄື ການພັດທະນາຂອງການທ່ອງທ່ຽວກໍໄດ້ເປີດກວ້າງຕະຫຼາດໃຫ້ແກ່ລົດໃຊ້ພະລັງງານໃໝ່. ໂດຍສະເພາະແມ່ນພາຍຫຼັງທາງລົດໄຟ ຈີນ-ລາວ ເປີດບໍລິການແລ້ວ, ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດນັບມື້ນັບຫຼາຍກວ່າເກົ່າເຂົ້າມາທ່ຽວປະເທດລາວ. ປັດຈຸບັນ, ແອັບທີ່ສາມາດເອີ້ນເອົາລົດຕັກຊີຂອງລາວ ໄດ້ເລີ່ມໃຫ້ບໍລິການດ້ວຍລົດໃຊ້ພະລັງງານໄຟຟ້າທີ່ມີຫຼາຍລຸ້ນແລ້ວ.
ລົດໃຊ້ພະລັງງານໄຟຟ້າຂອງຈີນ ໄດ້ຮັບຄວາມນິຍົມຊົມຊອບຈາກຕະຫລາດຂອງລາວນັບມື້ນັບຫຼາຍຂຶ້ນ. ຕາມຂ່າວລາຍງານວ່າ: ຢູ່ຕາມຖະໜົນຂອງນະຄອນຫຼວງວຽງຈັນ ແລະຕ່າງແຂວງ ໄດ້ເລີ່ມປາກົດມີລົດໃຊ້ພະລັງງານໄຟຟ້າຍີ່ຫໍ້ຕ່າງໆຂອງຈີນ. ອີງຕາມຜົນການສຳຫຼວດຂອງບໍລິສັດ Toyota ຍີ່ປຸ່ນສະແດງໃຫ້ເຫັນວ່າ: ໃນຕະຫຼາດຈຳໜ່າຍລົດໃໝ່ຂອງລາວ, ສ່ວນແບ່ງໃນຕະຫຼາດຂອງລົດຍີ່ປຸ່ນໄດ້ຫຼຸດລົງຈາກ 67% ໃນປີ 2020 ເປັນ 56% ໃນປີ 2023, ສ່ວນລົດຈີນໄດ້ເພີ່ມຂຶ້ນຈາກ 5% ໃນປີ 2022 ເປັນ 19% ໃນປີ 2023.
ຄຽງຄູ່ກັບລັດຖະບານລາວປະຕິບັດນະໂຍບາຍການຫຼຸດພາສີ, ການຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງການສາກໄຟ, ສົ່ງເສີມການນຳໃຊ້ລົດພະລັງງານໄຟຟ້າໃນພາກສ່ວນຕ່າງໆຂອງລັດ ແລະ ມາດຕະການອື່ນໆ, ປະເທດລາວໄດ້ມີການຫັນປ່ຽນມານຳໃຊ້ລົດໃຊ້ພະລັງງານໄຟຟ້າຢ່າງວ່ອງໄວ ເຊິ່ງໃນປີ 2021 ປະລິມານການນຳເຂົ້າລົດໃຊ້ພະລັງງານໄຟຟ້າ ຍັງເກືອບເປັນສູນ, ແຕ່ຮອດປີ 2023, ການນຳເຂົ້າລົດໃຊ້ພະລັງງານໄຟຟ້າກໍໄດ້ກວມເອົາ 15% ຂອງປະລິມານການນຳເຂົ້າລົດທົ່ວປະເທດ. ຈຳນວນການຈຳໜ່າຍລົດໃຊ້ພະລັງງານໄຟຟ້າເພີ່ມຂຶ້ນ ໄດ້ເຮັດໃຫ້ສະຖານີສາກໄຟເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ຮອດປີ 2023, ໃນທົ່ວປະເທດລາວມີສະຖານີສາກໄຟ ສຳລັບລົດໃຊ້ພະລັງງານໄຟຟ້າເຖິງ 41 ແຫ່ງ ແລະ ຕົວເລກນີ້ກຳລັງເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ແນ່ນອນ, ຄວາມມຸ່ງຫວັງອັນດີງາມກໍມັກຈະປະເຊີນໜ້າກັບສິ່ງທ້າທາຍຕົວຈິງ, ແຕ່ພາຍໃຕ້ການສະໜັບສະໜູນຈາກນະໂຍບາຍຂອງລັດຖະບານລາວ ແລະ ການມີສ່ວນຮ່ວມຢ່າງຕັ້ງໜ້າຂອງຍີ່ຫໍ້ລົດໃຊ້ພະລັງງານໄຟຟ້າຂອງຈີນ, ຕະຫຼາດລົດໃຊ້ພະລັງງານໄຟຟ້າຂອງລາວຍ່ອມຈະມີອະນາຄົດອັນກວ້າງຂວາງ ເຊິ່ງຈະປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາເສດຖະກິດສັງຄົມ ແລະ ການພັດທະນາແບບຍືນຍົງຂອງລາວ.






