ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການລະດົມທຶນຊ່ວຍເຫຼືອໄພນໍ້າຖ້ວມຢູ່ພາກເໜືອຂອງລາວ

Nov 1, 2024

ໂດຍອີງຕາມແຈ້ງການຂອງຫ້ອງການກະຊວງການຕ່າງປະ ເທດ ສະບັບເລກທີ່ 1247/ຫກ.ປສງ, ລົງວັນທີ 12 ກັນຍາ 2024, ໃນຕອນແລງຂອງວັນທີ 26 ຕຸລາ 2024, ສະຖານເອກ ອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ແບກແລງ ໄດ້ຈັດພິທີ ມອບ-ຮັບ ເງິນຊ່ວຍເຫຼືອປະຊາຊົນລາວ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ ແຂວງພາກເໜືອຂອງ ສປປ ລາວ ຈາກບັນ ດາສະມາຄົມ,​ ຄົນເຊື້ອຊາດລາວ ແລະ ຊາວຕ່າງປະເທດທີ່ອາໄສຢູ່ ເຢຍລະມັນ ແລະ ໃນບັນດາປະເທດທີ່ສະຖານທູດຮັບ ຜິດຊອບ.
ພາຍຫລັງສັງລວມການບໍລິຈາກເງິນຊ່ວຍເຫຼືອຄັ້ງນີ້ ຈາກສະມາຄົມລາວ ແບກ ແລງ, ສະມາຄົມສະຕຼີລາວ, ສະ​ມາ​ຄົມວັດ​ລາວ-​ຊາວ​ພຸດ ສີ​ບຸນ​ເຮືອງ, ສະມາຄົມ ເຢຍ ລະມັນ-ລາວ ເພື່ອການພັດທະນາ ແລະ ສະມາຄົມວັດທະນະທໍາດກຈໍາປາ ລວມທັງ ບັນດາຄົນ​ເຊື້ອ​ຊາດ​ລາວຢູ່ເຢຍລະມັນ ໄດ້ທັງໝົດຈໍານວນ 7.200 ເອີໂຣ ຫຼື ປະມານ 170.600.000 ກີບ. ເຂົ້າຮ່ວມໃນພິທີມອບ-ຮັບດັ່ງກ່າວ ມີປະທານສະມາຄົມລາວ ແບກແລງ ພ້ອມດ້ວຍຄະນະ, ປະທານສະມາຄົມສະຕຼີລາວ ພ້ອມດ້ວຍຄະນະ, ປະທານສັງຄົມເພື່ອການພັດທະນາ ເຢຍລະມັນ-ລາວ (DLG), ຄົນເຊື້ອຊາດລາວ ທີ່ ແບກແລງ ແລະ ພະນັກງານສະ ຖານທູດ ເຂົ້າຮ່ວມເປັນສັກຂີພິຍານ.
ໃນໂອກາດດັ່ງກ່າວ ທ່ານ ໄມບົວ ໄຊຍະວົງ, ​ເອກອັກຄະລັດ ຖະທູດ ແຫ່ງ ສປປ ລາວ ປະຈໍາ ປະເທດ ເຢຍລະມັນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ພະນັກງານສະ ຖານທູດ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຊົມເຊີຍ ບັນດາສະມາຄົມ ລວມທັງຄົນເຊື້ອຊາດລາວ ທີ່ໄດ້ເອົາໃຈໃສ່ຊ່ວຍລະດົມ ຜູ້ທີ່ມີຈິດໃຈໄສສະທາ ແລະ ເອື້ອເຟື້ອເພື່ອແຜ່ປັດໃຈປະກອບສ່ວນເງິນຊ່ວຍເຫຼືອປະຊາ ຊົນລາວ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນຄັ້ງນີ້, ແລະ ພ້ອມດຽວກັນນັ້ນ, ທ່ານທູດ ໄມບົວ ໄຊຍະວົງ ຍັງໄດ້ມອບໃບກຽດຕິຄຸນ ໃຫ້ແຕ່ລະສະມາຄົມດັ່ງກ່າວ ເພື່ອເປັນການສະແດງເຖິງຄວາມຂອບອົກຂອບ ໃຈ ແລະ ຮູ້ບຸນຄຸນ ໄປຍັງ ບັນດາສະມາ ຄົມ ແລະ ຄົນເຊືອຊາດລາວ ທີ່ໄດ້ບໍລິຈາກປັດໃຈເງິນຊ່ວຍເຫລືອຄັ້ງນີ້ ແລະ ທັງຈະໄດ້ຈາລຶກໄວ້ໃນປຶ້ມບັນທຶກຂອງສະຖານທູດລາວ ທີ່ ແບກແລງ.
อาจเป็นรูปภาพของ 13 คน และ ข้อความ