ການສະຫລອງປີໃໝ່ລາວ
ມື້ນີ້ ແມ່ນມື້ທີສອງຂອງການສະເຫລີມສະຫລອງປີໃໝ່ລາວ ເອີ້ນວ່າມື້ເນົາ ແປວ່າ: ຈຶ້ງຢູ່, ບໍ່ຍົກຍ້າຍ, ບໍ່ເຄື່ອນທີ່. ນອກນີ້ວັນເນົາຍັງໝາຍເຖິງວັນຢູ່ລະຫວ່າງກາງຂອງການປ່ຽນປີ ຈ.ສ ຫລື ຈຸນລະສັກກະລາດ. ມື້ເນົານີ້ ພຣະສົງສາມະເນນ ຈະເນົາຢູ່ໃນວັດ ເພື່ອສູດມົງຄຸນໃຫ້ພອນ (ສູດລົດນ້ໍາ)

ໃນປັດຈຸບັນ ຊາວລາວສ່ວນໜຶ່ງຍັງເຂົ້າໃຈຜິດວ່າ: “ປີໃໝ່ລາວ ເປັນການປ່ຽນ ພ.ສ. (ພຸດທະສັກກະລາດ) ເພາະຄວາມຈິງແລ້ວ ແມ່ນມື້ແຮມ 7 ຄໍ່າເດືອນຫົກ ເພາະເພິ່ນຕັ້ງພຸດທະສັກກະລາດ ຫລື ພ.ສ ແມ່ນພາຍຫລັງພະພຸດທະເຈົ້າປະລິນິພານໄປແລ້ວ 7 ວັນ , ສະນັ້ນ, ການປ່ຽນແປງຂອງປີ ຈຸນລະສັກກະລາດຫຼື ຈ.ສ .ແລະ ການຈັດງານສະເຫຼີມສະຫລອງນີ້ເອີ້ນວ່າ “ບຸນປີໃໝ່ລາວ ໂດຍນັກປາດບູຮານລາວໃຊ້ຫລັກການຄຳນວນຕາມໂຫຣາສາດບູຮານ ທີ່ບໍ່ໄດ້ອີງຕາມປະຕິທິນຈັນທະຣະຄະຕິຫຼື ບໍ່ອີງຕາມມື້ຂຶ້ນ-ມື້ແຮມ ແຕ່ຢ່າງໃດ, ເຊິ່ງຫລັກຖານອີກອັນໜຶ່ງກໍຄືການຄົ້ນພົບ ອັກສອນຈາລຶກ ວັດຖຸບູຮານທີ່ດອນເຜິ້ງຄໍາ ແຂວງບໍ່ແກ້ວ ເພິ່ນກໍໃຊ້ ຈສ ເປັນສິ່ງກໍານົດ ບັນທຶກໄວ້.
ການສະຫລອງປີໃໝ່ລາວ ໂດຍທົ່ວໄປແລ້ວຈະຕົກຢູ່ລະຫວ່າງວັນທີ ໑໓,໑໔,໑໕ ເມສາ ຫຼື ໑໔,໑໕, ໑໖ ເມສາ ຂອງປີອະທິກະຈຸຣະທິນ ຫຼື ປີທີ່ມີ ໓໖໖ມື້. ໄລຍະຂອງການສະຫຼອງປີໃໝ່ລາວນີ້ມື້ທຳອິດເອີ້ນວ່າ:ມື້ສັງຂານລ່ວງ, ມື້ຕໍ່ມາກໍເປັນມື້ເນົາ; ຖ້າປີໃດມີ ໓໖໖ມື້ ຈະມີວັນເນົາ ໒ມື້ຕິດຕໍ່ກັນ ແລະ ມື້ສຸດທ້າຍຈະເປັນມື້ສັງຂານຂຶ້ນ(ມື້ຂຶ້ນປີໃໝ່ລາວ ຫຼື ວັນຖະເຫຼີງສົກ).
ນອກນີ້ແລ້ວ ບຸນປີໃໝ່ລາວຍັງຕິດພັນກັບຄຳວ່າ: “ສັງຂານຕ໌” (ສັງ-ຂານ)ເຊິ່ງເປັນຄຳສັບມາຈາກພາສາປາລີ ມີຄວາມໝາຍສະເພາະຕົວຫລາຍຄວາມໝາຍເຊັ່ນ: ການເສື່ອມ, ການໝົດ,ການສິ້ນສຸດ ຫຼື ໝາຍເຖິງການປ່ຽນໃໝ່.
ຄຳວ່າ: “ສັງຂານ” ໄດ້ຕິດພັນກັບເລື່ອງເລົ່າ ຫລື ນິທານນາງສັງຂານ ເຊິ່ງເປັນທິດາທັງເຈັດ ຂອງທ້າວ ກະບິນລະພົມ ທີ່ພວກເຮົາເອີ້ນວ່າ: “ນາງສັງຂານ” ເຊິ່ງແປຄວາມໝາຍວ່າ: ຜູ້ຜັດປ່ຽນການເວລາ.




