ສປປ ລາວ ແລະ ສະຫະພາບເອີຣົບ ໄດ້ຈັດກອງປະຊຸມສົນ ທະນາດ້ານສິດທິມະນຸດ ຄັ້ງທີ 13 ໃນວັນທີ 02 ກໍລະກົດ 2024 ທີ່ ບຣຸກແຊນ, ປະເທດແບນຊິກ ໂດຍການເປັນປະທານຮ່ວມຂອງ ທ່ານ ພູໂຂງ ສີສຸລາດ, ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ ສປປ ລາວ ແລະ ທ່ານ ນາງ ເລລາ ເຟີນັນເດັດ-ສະເຕັມບຣິດ, ຫົວໜ້າຫ້ອງການຮັບຜິດ ຊອບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊຽນ, ກົມອາຊີ-ປາຊີຟິກ, ສໍານັກງານການຕ່າງປະເທດສະຫະພາບເອີ ຣົບ.
ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບການຈັດຕັ້ງປະຕິບັດສິດທິມະນຸດ ລວມທັງການຮັບຮອງນິຕິກໍາທີ່ກ່ຽວຂ້ອງໃນການປົກປ້ອງ ແລະ ສົ່ງເສີມສິດທິມະນຸດຢູ່ ສປປ ລາວ ແລະ ຢູ່ສະຫະ ພາບເອີຣົບໃນໄລຍະໜຶ່ງປີຜ່ານມາ ນັບແຕ່ກອງປະຊຸມສົນທະນາ ລະຫວ່າງສອງຝ່າຍ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ.
ສອງຝ່າຍ ໄດ້ແລກປ່ຽນຂໍ້ມູນຂ່າວສານ ແລະ ທັດສະນະທີ່ພົວພັນເຖິງສິດທິທາງດ້ານການເມືອງ ແລະ ພົນລະເມືອງ, ສິດທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ, ການສ້າງລັດທີ່ປົກຄອງດ້ວຍກົດໝາຍ, ການເຂົ້າເຖິງຂະບວນການຍຸຕິທໍາ, ບັນ ຫາໂທດປະຫານຊີວິດ, ເສລີພາບໃນການສະແດງຄໍາຄິດຄໍາເຫັນ, ສະມາຄົມ, ການຊຸມນຸມໂດຍສັນຕິ, ການເຊື່ອຖືສາສະໜາ, ຄວາມສະເໝີພາບຍິງ-ຊາຍ, ສິດທິເດັກ, ສິດທິຄົນພິການ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ, ສິດໃນການນໍາໃຊ້ທີ່ດິນ, ການຮ່ວມມືດ້ານສິດທິມະນຸດໃນຂອບຫຼາຍຝ່າຍ ການສ້າງບົດລາຍງານແຫ່ງຊາດພາຍໃຕ້ສົນທິສັນຍາດ້ານສິດທິມະນຸດທີ່ສອງຝ່າຍເປັນພາຄີ, ກົນໄກທົບທວນປະຈໍາໄລ ຍະ, ການໃຫ້ສັດຕະຍາບັນສົນທິສັນຍາດ້ານສິດທິມະນຸດ ແລະ ດ້ານແຮງງານ, ການປະຕິບັດພັນທະລາຍງານ, ການຮ່ວມມືກັບກົນໄກຂັ້ນຕອນພິເສດຂອງສະພາສິດທິມະນຸດ ສປຊ. ໃນກອງປະຊຸມສົນທະນາດັ່ງກ່າວ, ຝ່າຍລາວ ໄດ້ແຈ້ງໃຫ້ຝ່າຍອີ ຢູຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ເສດຖະກິດຂອງ ສປປ ລາວ ພວມຜ່ານຜ່າສະພາບຄວາມ ຫຍຸ້ງຍາກ ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19, ວິກິດການດ້ານລາຄາພະລັງງານ ກໍຄືຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການ ເງິນໃນໂລກ. ລັດຖະບານລາວ ໄດ້ສຸມໃສ່ການປະຕິບັດສອງວາລະແຫ່ງຊາດ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງ ຄົມແຫ່ງຊາດ 5 ປີ ຄັ້ງທີ 9, ການຈັດຕັ້ງປະຕິບັດເປົ້າຫມາຍການພັດທະນາແບບຍືນຍົງ (SDGs). ໃນປີ 2023 ຜ່ານມາ ເສດຖະ ກິດລາວໄດ້ຂະຫຍາຍຕົວ 4,3%, ສ່ວນ 6 ເດືອນຕົ້ນປີ 2024 ການເຕີບໂຕຂອງເສດຖະກິດໄດ້ບັນລຸເຖິງ 4,7%.
ລັດຖະບານລາວ ໄດ້ເອົາໃຈໃສ່ສ້າງເງື່ອນໄຂໃຫ້ປະຊາຊົນລາວບັນດາເຜົ່າມີສ່ວນຮ່ວມໃນຂະບວນການພັດທະນາປະເທດຊາດ ແລະ ຊົມໃຊ້ໝາກຜົນຂອງການພັດ ທະນາຢ່າງທົ່ວເຖິງ, ຄວາມ ທຸກຍາກໄດ້ຮັບການແກ້ໄຂເປັນກ້າວໆມາ, ຊີວິດການເປັນຢູ່ຂອງເຂົາເຈົ້າໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ. ປະຊາຊົນລາວບັນດາເຜົ່າໄດ້ຊົມໃຊ້ສິດທິ ແລະ ອິດສະຫຼະພາບພື້ນຖານຂອງເຂົາເຈົ້າ ຕາມລັດຖະທໍາມະນູນ ແລະ ກົດໝາຍ ໂດຍສອດຄ່ອງກັບພັນທະ ແລະ ຄໍາໝັ້ນສັນຍາສາກົນດ້ານສິດທິມະນຸດຂອງ ສປປ ລາວ.
ສອງຝ່າຍ ໄດ້ແລກປ່ຽນກ່ຽວກັບ ສິດເສລີພາບໃນການສະແດງຄໍາຄິດຄໍາເຫັນ ເຊິ່ງການນໍາໃຊ້ສິດດັ່ງກ່າວຈະຕ້ອງຢູ່ໃນຂອບ ເຂດທີ່ກົດໝາຍກໍານົດໄວ້, ຈະຕ້ອງບໍ່ສ້າງຄວາມເສຍຫາຍຕໍ່ກຽດສັກສີຂອງບຸກຄົນ, ສິດທິໃນຄວາມເປັນສ່ວນຕົວຂອງຜູ້ ອື່ນ, ສອງຝ່າຍ ໄດ້ເນັ້ນຢໍ້າເຖິງຄໍາໝັ້ນສັນຍາຮ່ວມກັນ ເພື່ອສະກັດກັ້ນ ແລະ ຕ້ານການເຜີຍແຜ່ຂໍ້ມູນຂ່າວສານທີ່ບິດເບືອນ, ຂ່າວປອມ, ຂ່າວໃສ່ຮ້າຍປ້າຍສີຜ່ານທາງສື່ອອນລາຍ, ເຊິ່ງທັງ ສປປ ລາວ ແລະ ສະຫະພາບເອີຣົບ ກໍມີກົດໝາຍ ແລະ ນິຕິກໍາຄຸ້ມຄອງໃນຂົງເຂດດັ່ງກ່າວ. ຝ່າຍລາວ ໄດ້ເນັ້ນເຖິງການປະຕິບັດສິດທິມະນຸດ ແລະ ພັນທະແມ່ນຈະຕ້ອງເຮັດຂຶ້ນພ້ອມໆ ກັນ ໂດຍສອດຄ່ອງກັບກົດໝາຍ ແລະ ສົນທິສັນຍາທີ່ກ່ຽວຂ້ອງ ໂດຍສະເພາະບໍ່ໃຫ້ແຕະຕ້ອງຕໍ່ຄວາມໝັ້ນຄົງແຫ່ງຊາດ, ຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມ, ສິດ ແລະ ອິດສະຫຼະພາບ ກໍຄື ກຽດສັກສີຂອງຄົນອື່ນ, ບໍ່ໃຫ້ຂັດສິນລະທໍາໃນສັງຄົມ ແລະ ທໍາລາຍສຸຂະພາບຂອງປວງຊົນ. ຝ່າຍສະຫະພາບເອີຣົບ ຕີລາຄາຄວາມຄືບໜ້າຂອງ ສປປ ລາວ ໃນຄວາມພະຍາຍາມເພື່ອອອກ ຈາກສະຖານະພາບປະເທດດ້ອຍພັດທະນາ ພ້ອມທັງໄດ້ຊຸກຍູ້ໃຫ້ ສປປ ລາວ ພິຈາລະນາໃຫ້ສັດຕະຍາບັນສົນທິສັນຍາດ້ານສິດທິມະນຸດ, ແຮງງານ ແລະ ສິ່ງແວດລ້ອມ ທີ່ ສປປ ລາວ ຍັງບໍ່ທັນເປັນພາຄີ ເພື່ອສາມາດສືບຕໍ່ໄດ້ຮັບສິດທິພິເສດດ້ານການຄ້າຂອງອີຢູ (GSP+) ໃນຕໍ່ໜ້າ.
ກອງປະຊຸມສົນທະນາດ້ານສິດທິມະນຸດ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດກົງໄປກົງມາ ບົນພື້ນຖານຄວາມສະເໝີພາບ, ເຄົາລົບນັບຖືເຊິ່ງກັນ ແລະ ກັນຂອງສອງຝ່າຍ. ການສົນທະນາດ້ານສິດທິມະນຸດ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ເຊິ່ງຈັດຂຶ້ນທຸກໆປີ ແມ່ນກົນໄກແລກ ປ່ຽນການຈັດຕັ້ງປະຕິບັດສິດທິມະນຸດພາຍ ໃຕ້ຄະນະກໍາມາທິການຮ່ວມມື ສປປ ລາວ-ສະຫະພາບເອີຣົບ (JC) ໂດຍມີຈຸດປະສົງເພື່ອສ້າງຄວາມເຂົ້າອົກເຂົ້າໃຈໃຫ້ດີຂຶ້ນຕື່ມລະຫວ່າງສອງຝ່າຍ, ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ.
ນອກຈາກກອງປະຊຸມສົນທະນາດ້ານສິດທິມະນຸດສອງຝ່າຍກັບອີຢູ, ຄະນະຜູ້ແທນ ສປປ ລາວ ຍັງໄດ້ໄປທັດສະນະ ແລະ ພົບ ປະແລກປ່ຽນກັບເຈົ້າຫນ້າທີ່ຂອງລັດຖະພາເອີຣົບຢູ່ ບຣຸກແຊນ, ໄປທັດສະນະ ແລະ ແລກປ່ຽນກັບບັນດາອົງການກົດຫມາຍ, ອົງ ການຕຸລາການສາກົນ ເຊິ່ງລວມມີ ອົງການກົດຫມາຍສາກົນພາກບຸກຄົນ (HCCH), ສານຍຸຕິທໍາສາກົນ ຫລື ສານໂລກ (ICJ), ສານອາຍາສາກົນ (ICC) ແລະ ສານອະນຸຍາໂຕຕຸລາການຖາວອນ (PCA) ເຊິ່ງຕັ້ງຢູ່ນະຄອນລາຮາຍ, ປະເທດໂຮນລັງ.
ທີ່ມາ: ກົມການຂ່າວ, ກະຊວງການຕ່າງປະເທດ




