ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການສົ່ງອອກສິນຄ້າຂອງແຂວງຈຳປາສັກ ຫຼຸດລົງ 7% ແຕ່ການ ນໍາເຂົ້າເພີ່ມຂຶ້ນ 14%

Mar 26, 2025

ໃນບົດລາຍງານວຽກງານອຸດສາຫະກຳ ແລະ ການຄ້າແຂວງຈໍາປາສັກ ປະຈຳປີ 2024 ໄດ້ຍົກໃຫ້ເຫັນວຽກງານການຄ້າຕ່າງປະ ເທດວ່າ: ໃນປີ 2024 ແຂວງຈໍາປາສັກ ມີມູນຄ່າການຄ້າທັງໝົດ 812.607.973,85 ໂດລາສະຫະລັດ, ທຽບໃສ່ປີ 2023 ເພີ່ມຂຶ້ນ 1%, ທຽບໃສ່ແຜນປີ 2024 ລື່ນແຜນ 1%, ໃນນັ້ນ: ມູນຄ່າການສົ່ງອອກທັງໝົດ ມີມູນຄ່າ 434.849.902,94 ໂດລາສະຫາລັດ, ທຽບໃສ່ປີ 2023 ຫຼຸດລົງ 7%, ທຽບໃສ່ແຜນປີ 2024 ປະຕິບັດໄດ້ 90%.
ສິນຄ້າທີ່ສົ່ງອອກຕົ້ນຕໍ ແມ່ນ: ສິນຄ້າກະສິກໍາ (ວັດຖຸດິບ), ພຶດຜັກ ທີ່ນອນໃນໂຄງການສັນຍາສອງສົ້ນ (Contract Farming), ຜະລິດຕະພັນອຸດສາຫະກໍາປຸງແຕ່ງ (ສໍາເລັດຮູບ);
ສ່ວນມູນຄ່າການນໍາເຂົ້າສິນຄ້າທັງໝົດ ມີມູນຄ່າ 377.758.070,91 ໂດລາສະຫະລັດ, ທຽບໃສ່ປີ 2023 ເພີ່ມຂຶ້ນ 14%, ທຽບໃສ່ແຜນ ປີ 2024 ລື່ນແຜນ 17%.
ສິນຄ້ານໍາເຂົ້າສ່ວນໃຫຍ່ແມ່ນ: ໝວດນໍ້າມັນເຊື້ອໄຟ, ພາຫານະ, ອາໄຫລ່, ເຄື່ອງກໍ່ສ້າງ, ເຄື່ອງສະບຽງ ແລະ ເຄື່ອງໂຄງການຮັບ ໃຊ້ພາຍໃນ (ເກີນດູນການຄ້າ 57.091.832,03 ໂດລາສະຫະ ລັດ).
BT, ວສລ
ພາບປະກອບ