ການສົ່ງອອກສິນໃນນ້ຳຂອງຫວຽດນາມຈະສືບຕໍ່ເພີ່ມຂຶ້ນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມສະຖະຕິ ຂອງກົມພາສີອາກອນ (ກະຊວງການເງິນ ຫວຽດນາມ) ໃນເດືອນກຸມພາຜ່ານມາ, ການສົ່ງອອກສິນໃນນ້ຳຂອງຫວຽດນາມ ບັນລຸ 655 ລ້ານກວ່າໂດລາ, ເພີ່ມຂຶ້ນ 44.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ຂ່າວລະບຸວ່າ: ໄລຍະສອງເດືອນຕົ້ນປີ 2025, ການສົ່ງອອກສິນໃນນ້ຳຂອງຫວຽດນາມ ບັນລຸ 1.42 ຕື້ໂດລາ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ຈີນ, ຍີ່ປຸ່ນ ແລະ ອາເມຣິກາ ແມ່ນ 3 ຕະຫຼາດສົ່ງອອກສິນໃນນ້ຳຫຼາຍທີ່ສຸດຂອງ ຫວຽດນາມ, ກວມເອົາ 52.3%.
ການສົ່ງອອກສິນໃນນ້ຳໄປຍັງບັນດາຕະຫຼາດໃຫຍ່ກໍບັນລຸລະ ດັບຂະຫຍາຍຕົວສູງກວ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ ກາຍນີ້ຄື: ສ ເກົາຫຼີ, ອົສຕຣາລີ, ໄທ, ອັງກິດ, ການາດາ, ເຢຍລະ ມັນ, ຣັດເຊຍ, ບຣາຊິນ… ໃນໄລຍະຈະມາເຖິງ, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ຄາດວ່າຈະສືບຕໍ່ມີທ່າເຕີບໂຕສູງກວ່າຍ້ອນຄວາມຕ້ອງການໃນການຊົມໃຊ້ສິນໃນນ້ຳຢູ່ຫຼາຍຕະຫຼາດມີທ່າອ່ຽງເພີ່ມຂຶ້ນ.


