ການສ້ອມແປງເສັ້ນທາງຫລວງແຫ່ງຊາດ ເລກທີ 13 ໃຕ້ ທີ່ມີໄລຍະທາງຜ່ານເມືອງປາກງື່ມ, ນະຄອນຫລວງວຽງຈັນ ຈະໃຫ້ສໍາເລັດພາຍໃນເດືອນມີນາ ປີ 2024 ນີ້, ຫລັງຈາກລັດຖະບານອະນຸມັດງົບປະມານສ້ອມແປງ 14 ຕື້ກີບ.
ໃນໂອກາດໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມວຽງຈັນໃໝ່ ເມື່ອບໍ່ດົນມານີ້, ທ່ານ ພູວຽງ ບຸດມີໄຊ, ຫົວໜ້າຫ້ອງ ການໂຍທາທິການ ແລະ ຂົນສົ່ງເມືອງປາກງື່ມ ໃຫ້ຮູ້ວ່າ: ເສັ້ນທາງຫລວງແຫ່ງຊາດ ເລກທີ 13 ໃຕ້ ທີ່ຜ່ານເມືອງປາກງື່ມ ເລີ່ມແຕ່ກິໂລແມັດທີ 37 ຈົນຮອດກິໂລແມັດທີ 66 ແມ່ນຢູ່ໃນສະພາບທີ່ເປ່ເພຫລາຍ ເນື່ອງຈາກຫລາຍສາເຫດ ເຊັ່ນ: ເສັ້ນທາງດັ່ງກ່າວໄດ້ຮັບການກໍ່ສ້າງມາແຕ່ປີ 1996 ເຮັດໃຫ້ເສັ້ນທາງເປ່ເພໄປຕາມອາຍຸການ ເນື່ອງຈາກຕາມມາດຕະຖານເຕັກນິກແລ້ວທາງປູຢາງມີອາຍຸພຽງ 15-20 ປີ ເທົ່ານັ້ນ.
ໃນໄລຍະຜ່ານມາ, ເຖີງວ່າກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເອົາໃຈໃສ່ສ້ອມແປງເສັ້ນທາງດັ່ງກ່າວເປັນປົກກະຕິ, ແຕ່ຍ້ອນຈໍານວນພາຫະນະໂດຍສະເພາະລົດໜັກເພີ່ມຂຶ້ນຫລາຍ, ບວກກັບສະພາບດິນຟ້າອາກາດ ເຮັດໃຫ້ມາດຕະຖານຂອງທາງບໍ່ສາມາດຮອງຮັັບນໍ້າໜັກໄດ້. ຂະນະທີ່ອົງການປົກຄອງເມືອງໄດ້ປົກລະດົມປະຊາຊົນ 9 ບ້ານທີ່ ຢູ່ລຽມຕາມເສັ້ນທາງດັ່ງກ່າວຊ່ວຍກັນປົກປັກຮັກສາເສັ້ນທາງສາຍນີ້ ໂດຍນໍາໃຊ້ທຶນຮອນຂອງບ້ານເພື່ອຊື້ດິນແດງ ແລະ ຊີມັງມາຖົມ ແຕ່ບໍ່ກຸ້ມດົນເພາະທາງຊຸດໂຊມຫລາຍ, ຂະນະທີ່ງົບປະມານຂອງລັດຖະບານເພື່ອຮັບໃຊ້ໃນການສ້ອງແປງມີຈໍາກັດ.
ຢ່າງໃດກໍຕາມ, ກະຊວງໂຍທາທິການ ແລະ ຂົນສົ່ງ ກໍຄື ລັດຖະບານ ໄດ້ອະນຸມັດງົບປະມານເພື່ອສ້ອມແປງ ເສັ້ນທາງດັ່ງກ່າວຈໍານວນ 14 ຕື້ກີບ. ປັດຈຸບັນ ບໍລິສັດຮັບເໝົາພວມເລັ່ງສ້ອມແປງຢ່າງຮີບດ່ວນ, ຄາດວ່າການສ້ອມ ແປງຈະສໍາເລັດສົມບູນພາຍໃນເດືອນມີນາປີນີ້.
ທ່ານ ພູວຽງ ບຸດມີໄຊ ໃຫ້ຮູ້ຕື່ມວ່າ: ເມືອງປາກງື່ມ ມີເສັ້ນທາງລວມຄວາມຍາວທັງໝົດ 340 ກວ່າກິໂລແມັດ, ໃນນັ້ນ ມີທາງຫລວງແຫ່ງຊາດ, ທາງຫລວງຂອງແຂວງ, ທາງຫລວງຂອງເມືອງ ແລະ ທາງໃນຊົນນະບົດ ຊຶ່ງມີການແບ່ງຂັ້ນຄຸ້ມຄອງຢ່າງຈະແຈ້ງ, ແຕ່ບັນຫາທີ່ພົບແມ່ນມີງົບປະມານຈໍາກັດ ຈິ່ງເຮັດໃຫ້ການສ້ອມແປງເສັ້ນທາງທີ່ເປ່ເພພາຍໃນເມືອງຫລາຍຈຸດພົບຄວາມຫຍຸ້ງ.
Cr: ຂ່າວອອນລາຍ, ວສລ





