ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການສ້ອມແປງ​ -​ ກໍ່ສ້າງເສັ້ນທາງເບຕົງ​ ຢູ່ບ້ານໂພນໄຊ ນະຄອນປາກເຊ​ ສໍາເລັດ​ແລ້ວ​ 40%

Jul 2, 2025

ການສ້ອມແປງ -​ ກໍ່ສ້າງທາງເບຕົົງ 2​ ເສັ້ນ​ ຢູ່ບ້ານພັດທະນາໂພນໄຊ ນະຄອນປາກເຊ​ ແຂວງຈໍາປາສັກ​ຄື: ເສັ້ນທາງເລກທີ 24 ແລະ 46,​ ຮູບແບບການສ້ອມແປງ​ – ກໍ່ສ້າງ ແມ່ນຕາມແບບມາດຖານຂອງກະຊວງໂຍທາທິການ ແລະ ຂົນສົ່ງ​ ກໍານົດໄວ້ ຄື: ເສັ້ນທາງເລກທີ 24,​ ກວ້າງ 12 ແມັດ​ + ທາງຄົນຍ່າງ ກວ້າງ 2 ແມັດ x 2 ເບື້ອງ ເປັນ 4 ແມັດ, ລວມ 15 ແມັດ​,​ ຍາວ 320 ແມັດ,​ ໜາ 23 ຊັງຕີແມັດ​, ຮ່ອງລະບາຍນໍ້າເປັນຮູບໂຕຢູ.​ ເສັ້ນທາງເລກທີ 46,​ ກວ້າງ 9 ແມັດ,​ ທາງຄົນຍ່າງ ກວ້າງ​2 ແມັດ​ x 2 ເບື້ອງ ເປັນ 4 ແມັດ,​ ລວມ 12 ແມັດ,​ ຍາວ 393 ແມັດ​ x ໜາ 23 ຊັງຕີແມັດ​, ຮ່ອງລະບາຍນໍ້າເປັນຮູບໂຕຢູ​ ເລີ່ມລົງມືກໍ່ສ້າງແຕ່ຕົ້ນເດືອນມິຖຸນາ​ 2025​ ທີ່ຜ່ານມາ​ ໂດຍແມ່ນບໍລິສັດ​ ຕັງຈະເລີນ ເປັນຜູ້ດໍາເນີນການສ້ອມແປງ​ – ກໍ່ສ້າງ​ ມູນຄ່າປະມານ 10​ ຕື້ກີບ​ ​ເຊິ່ງເປັນທຶນສົມທົບ ລະຫວ່າງ​ ລັດ​ ແລະ​ ປະຊາຊົນ​ ຕົ້ນຕໍແມ່ນໄດ້ມາຈາກການລະດົມຂອງຄະນະພັກ -​ ອົງການປົກຄອງແຂວງ ແລະ ການປະກອບສ່ວນຂອງ​ ບໍລິສັດ​ ຈະເລີນ​ເຊກອງ​ ກໍ່ສ້າງ​,​ ຫົວໜ່ວຍທຸລະກິດ,​ ນະຄອນປາກເຊ ແລະ​ ປະຊາຊົນພາຍໃນບ້ານພັດທະນາໂພນໄຊ.​ ຈຸດປະສົງ​ ກໍເພື່ອເຮັດໃຫ້ການສັນຈອນໄປ​ – ມາ ມີຄວາມສະດວກ​ ທັງປະກອບສ່ວນໃຫ້ນະຄອນປາກເຊ​ ມີຄວາມເປັນລະບຽບຮຽບຮ້ອຍສະອາດຈົບງາມ.
ສໍາລັບຄວາມຄືບໜ້າໃນການກໍ່ສ້າງນັ້ນ,​ ທ່ານ​ ວາທະເດດ ກິ່ນພູນສິນ ຫົວໜ້າ​ຫ້ອງການ​ໂຍທາ ທິການ​ ແລະ​ ຂົນສົ່ງ​ (ຍທຂ)​ ນະຄອນປາກເຊ ລາຍງານ​ໃນວັນທີ​ 1 ກໍລະກົດ​ 2025​ ນີ້ວ່າ: ປັດຈຸບັນ​ ການສ້ອມແປງ -​ ກໍ່ສ້າງ​ ສະເພາະຕົວທາງເບຕົົງ 2​ ເສັ້ນ​ ຢູ່ບ້ານພັດທະນາໂພນໄຊ ສໍາເລັດ​ແລ້ວ​ 40% ເພາະວ່າ​ບໍລິສັດ​ ຜູ້ຮັບເໝົາ ຈະຂຸ້ນຂ້ຽວສ້ອມແປງ​ – ກໍ່ສ້າງເສັ້ນທາງ​ ເພື່ອສູ້ຊົນໃຫ້ສໍາເລັດໃນເດືອນກັນຍາ 2025​ ແລະ ທັນກັບກອງປະຊຸມໃຫຍ່​ ຄັ້ງທີ IX ຂອງອົງຄະນະພັກແຂວງ.​ ສໍາລັບທໍ່ລະບາຍນໍ້າ ຈະໄດ້ກໍ່ສ້າງຕາມຫຼັງ.​ ສ​່ວນລະບົບໄຟເຍືອງທາງ​ ຈະມີການຕິດຕັ້ງອີກຕ່າງຫາກ ເຊິ່ງບໍ່ລວມໃນມູນຄ່າການສ້ອມແປງ​ – ກໍ່ສ້າງເສັ້ນທາງ.​
ພ້ອມນີ້​,​ ທ່ານ​ ວາທະເດດ ກິ່ນພູນສິນ ຍັງໄດ້ຕາງໜ້າໃຫ້ແກ່ຄະນະພັກ -​ ອົງການປົກຄອງນະຄອນ ສະແດງຄວາມຂອບໃຈຕໍ່ຄະນະພັກ -​ ຂັ້ນເທິງ​ ທີ່ໃຫ້ທິດຊີ້ນໍາ ແລະ​ ຕິດຕາມກວດກາການສ້ອມແປງ -​ ກໍ່ສ້າງທາງເບຕົົງ 2​ ເສັ້ນ​ ຢູ່ບ້ານພັດທະນາໂພນໄຊ​ ຢ່າງໃກ້ຊິດ ພ້ອມທັງປຸກລະດົມທຶນຮອນຈາກບັນດາບໍລິສັດ,​ ຫົວໜ່ວຍ ທຸລະກິດ​ ແລະ​ ຫ້າງຮ້ານ​ຕ່າງໆ​ ມາປະກອບສ່ວນໃນການສ້ອມແປງ​ -​ ກໍ່ສ້າງເສັ້ນທາງ,​ ຂໍ​ຂອບໃຈ​ຄະນະພັກ -​ ອົງການ​ປົກຄອງບ້ານ​ ແລະ​ ພໍ່ແມ່​ປະຊາຊົນ​ພາຍໃນບ້ານພັດທະນາໂພນໄຊ ທີ່ມີຄວາມຕັດສິນໃຈເປັນເອກະພາບ​ ພ້ອມພຽງກັນປະກອບສ່ວນ​ດ້ານວັດຖຸ​ ແລະ​ ທຶນຮອນໃນການກໍ່ເສັ້ນທາງພາຍໃນບ້ານ.​ ພ້ອມນີ້​ ກໍສະແດງຄວາມຂອບໃຈນັກທຸລະກິດ, ຜູ້ປະກອບການ​ ທີ່ສະໜັບສະໜູນທຶນຮອນປະກອບສ່ວນໃນການກໍ່ສ້າງທາງເບຕົງ ຢູ່ບ້ານດັ່ງກ່າວ​ ແລະ​ ໃນຕໍ່​ໜ້ານີ້​ ຫ້ອງການ​ ຍທຂ​ ນະຄອນປາກເຊ​ ຈະເອົາໃຈໃສ່ສົມທົບ​ກັບ​ ຄະນະພັກ​ -​ ອົງ​ການປົກຄອງ​ບ້ານ​ ແລະ​ ພໍ່ແມ່​ປະຊາຊົນ​ ປະກອບສ່ວນໃນການອະນາໄມ​ ແລະ​ ຮັກສາເສັ້ນທາງ ເພື່ອເຮັດໃຫ້ເສັ້ນທາງສາມາດນໍາໃຊ້ຢ່າງຍືນຍົງ.
ຂ່າວ​-ພາບ​: ທູນ​ທອງ​ໃຈ
May be an image of 6 people
May be an image of 7 people
May be an image of 5 people, train, street and text
May be an image of 1 person, road and street