ການຫຼຸດຄ່າໃຊ້ຈ່າຍໃນການປະສູດ ແລະ ລ້ຽງລູກໃຫ້ຕ່ຳລົງສະແດງໃຫ້ເຫັນເຖິງຈີນໄດ້ສຸມໃສ່ “ການລົງທຶນຕໍ່ຄົນ”

“ຕ້ອງຍຶດໝັ້ນການລົງທຶນຕໍ່ວັດຖຸ ແລະ ການລົງທຶນຕໍ່ຄົນປະສານສົມທົບກັນຢ່າງແໜ້ນແຟ້ນ”, “ຍຶດໝັ້ນຖືຊີວິດການເປັນຢູ່ຂອງປະຊາຊົນໄວ້ຢູ່ອັນດັບໜຶ່ງ ແລະ ພະຍາຍາມເຮັດແທ້ທຳຈິງເພື່ອປະຊາຊົນ”. ກອງປະຊຸມວຽກງານເສດຖະກິດຂັ້ນສູນກາງຈີນໄດ້ຈັດວາງວຽກງານເສດຖະກິດຂອງຈີນໃນປີ 2026 ແລະ ຈັດເອົາ “ຄົນ” ໄວ້ຢູ່ຖານະແກນກາງສຳຄັນໃນການພັດທະນາ ເຊິ່ງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການທີ່ “ຍຶດໝັ້ນການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ຊຸກຍູ້ການບໍລິໂພກປະສານສົມທົບກັນຢ່າງແໜ້ນແຟນ ແລະ ຍຶດໝັ້ນການລົງທຶນຕໍ່ຄົນ ແລະ ການລົງທຶນຕໍ່ວັດຖຸປະສານສົມທົບກັນຢ່າງແໜ້ນແຟ້ນ” ທີ່ໄດ້ລະບຸໄວ້ໃນຂໍ້ສະເໜີຕໍ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ຂອງຈີນ, ໄດ້ເປັນສັນຍານບົ່ງບອກດ້ານນະໂຍບາຍທີ່ຈະຈັດສັນງົບປະມານລາຍຈ່າຍການເງິນ ແລະ ຊັບພະຍາກອນສາທາລະນະໄປສູ່ຄົນໃຫ້ຫຼາຍກວ່າເກົ່າ. ຫວ່າງມໍ່ໆມານີ້, ຈີນໄດ້ປະຕິບັດນະໂຍບາຍຕ່າງໆເພື່ອຫຼຸດຄ່າໃຊ້ຈ່າຍໃນການປະສູດ ແລະ ລ້ຽງດູລູກໃຫ້ຕ່ຳລົງ ເຊັ່ນ: ການໃຫ້ເງິນອຸດໜູນດ້ານການລ້ຽງດູລູກໃນຂອບເຂດທົ່ວປະເທດ, ການສຶກສາກ່ອນໄວຮຽນໂດຍບໍ່ເກັບຄ່າ, ການເປີດກວ້າງການປະກັນໄພການປະສູດ ແລະ ການຍົກລະດັບການບໍລິການລ້ຽງດູລູກ, ນີ້ໄດ້ສະແດງໃຫ້ເຫັນເຖິງຄວາມໝາຍເລິກເຊິ່ງໃນ “ການລົງທຶນຕໍ່ຄົນ” ຢ່າງມີຊີວິດຊີວາ ແລະ ໄດ້ເພີ່ມພະລັງຂັບເຄື່ອນຖາວອນເຂົ້າໃນການພັດທະນາເສດຖະກິດ-ສັງຄົມດ້ວຍຄຸນນະພາບສູງ.

ການປະສູດ, ການລ້ຽງດູ ແລະ ການສຶກສາລູກໄດ້ຈຳກັດຄວາມຕ້ອງການມີລູກຂອງຄອບຄົວໄວໜຸ່ມ. ດັ່ງນັ້ນ, ເພື່ອແກ້ໄຂບັນຫານີ້, ຈີນໄດ້ປະຕິບັດນະໂຍບາຍຕ່າງໆ ເຊັ່ນ: ນະໂຍບາຍໃຫ້ເງິນອຸດໜູນພື້ນຖານ 3.600 ຢວນຕໍ່ປີຕໍ່ເດັກນ້ອຍແຕ່ລະຄົນທີ່ມີອາຍຸບໍ່ເກີນ 3 ປີໃນທົ່ວປະເທດຈີນ ເພື່ອຫຼຸດຜ່ອນການແບກຫາບຂອງຄອບຄົວເຫຼົ່ານີ້; ມີ 20 ແຂວງຂອງຈີນໄດ້ປ່ອຍເງິນອຸດໜູນການປະສູດໃຫ້ຄອບຄົວໂດຍກົງ, ກຸ່ມຄົນຕ່າງໆ ເຊັ່ນ: ຜູ້ຫາວຽກເຮັດງານທຳແບບຄ່ອງແຄ້ວ, ແຮງງານຊົນນະບົດ ແລະ ຊາວຜູ້ອອກແຮງງານໃນຮູບແບບທຸລະກິດໃໝ່ ລ້ວນແຕ່ຖືກຈັດເຂົ້າໃນຂອບເຂດປະກັນໄພການປະສູດ; ໃນການຮັບປະກັນດ້ານປະກັນສຸຂະພາບ, ທ້ອງຖິ່ນຕ່າງໆໄດ້ເພີ່ມອັດຕາການຖອນຄ່າກວດກາກ່ອນປະສູດໃຫ້ສູງຂຶ້ນຢ່າງສົມເຫດສົມຜົນ ແລະ ພະຍາຍາມຍົກເລີກຄ່າປະສູດຂອງສ່ວນບຸກຄົນ ທີ່ຖືກກັບນະໂຍບາຍໃນຂອບເຂດທົ່ວປະເທດໃນປີ 2026. ການແກ້ໄຂບັນຫາຕົວຈິງແບບນີ້ຈະເປັນສິ່ງຄ້ຳປະກັນທີ່ໜັກແໜ້ນກວ່າເກົ່າຕໍ່ການບັນລຸເປົ້າໝາຍການພັດທະນາປະຊາກອນຢ່າງດຸນດ່ຽງໃນໄລຍະຍາວນານ.
ຄວາມຫຍຸ້ງຍາກໃນການລ້ຽງດູລູກ ແມ່ນຍ້ອນ “ບໍ່ມີຄົນຊ່ວຍເບິ່ງແຍງດູແລລູກ”. ເພື່ອແກ້ໄຂບັນຫາຫຍຸ້ງຍາກດັ່ງກ່າວ, ສຳຄັນແມ່ນການສ້າງລະບົບບໍລິການດູແລລູກທີ່ມີລາຄາຖືກ ແລະ ມີຄຸນນະພາບດີ. ປັດຈຸບັນ, ຈີນໄດ້ສ້າງສະຖານບໍລິການດູແລລູກຫຼາຍກວ່າ 126.000 ແຫ່ງ ແລະ ສາມາດຮັບດູແລລູກໄດ້ເຖິງ 6,6 ລ້ານຄົນ, ຈຳນວນບ່ອນຮັບດູແລລູກຕໍ່ພັນຄົນໄດ້ສຳເລັດເປົ້າໝາຍທີ່ວາງໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ກ່ອນເວລາກຳນົດ. ຈາກສູນກາງເຖິງທ້ອງຖິ່ນ, ຈີນໄດ້ປະຕິບັດນະໂຍບາຍ “ດູແລລູກແບບສ້າງຜົນປະໂຫຍດໃຫ້ທົ່ວເຖິງ” ຢ່າງຕໍ່ເນື່ອງ ໂດຍສົ່ງເສີມໃຫ້ຄຸ້ມຊຸມຊົນ ແລະ ໜ່ວຍງານຕ່າງໆເຂົ້າຮ່ວມ ເຊິ່ງໄດ້ກໍ່ຕົວຂຶ້ນເປັນເຄືອຂ່າຍດູແລລູກທີ່ໃກ້ເຮືອນຂອງປະຊາຊົນ. ນີ້ບໍ່ພຽງແຕ່ໄດ້ປົດປ່ອຍພໍ່ແມ່ຜູ້ທີ່ຍັງເຮັດວຽກຢູ່ໃຫ້ສຸມໃສ່ເຮັດວຽກຂອງເຂົາເຈົ້າເທົ່ານັ້ນ, ຍັງຫັນປ່ຽນຄວາມກົດດັນໃນການດູແລລູກໃຫ້ເປັນຄວາມໄວ້ວາງໃຈຕໍ່ລະບົບບໍລິການສາທາລະນະ ເຊິ່ງໄດ້ສ້າງພື້ນຖານແຫ່ງຄວາມສຸກຂອງປະຊາຊົນ.

ລາຍຈ່າຍດ້ານການສຶກສາໄດ້ກວມອັດຕາສ່ວນຫຼາຍສົມຄວນໃນການລ້ຽງລູກ. ປັດຈຸບັນ, ຈີນພວມປະຕິບັດນະໂຍບາຍຕ່າງໆ ເພື່ອສ້າງສະພາບນິເວດການສຶກສາຄືນໃໝ່. ຈີນພວມເຜີຍແຜ່ການສຶກສາກ່ອນໄວຮຽນແບບບໍ່ເກັບຄ່າເທື່ອລະກ້າວ ເພື່ອຫຼຸດຄ່າໃຊ້ຈ່າຍທີ່ກ່ຽວຂ້ອງຂອງຄອບຄົວທີ່ມີລູກໃຫ້ຕ່ຳລົງ. ໃນໄລຍະການສຶກສາພາກບັງຄັບ, ໄດ້ຄວບຄຸມຈຳນວນບົດຝຶກຫັດ ຫຼືວຽກງານຂອງນັກຮຽນໃຫ້ໜ້ອຍລົງ, ຍົກເລີກຄ່າເລືອກໂຮງຮຽນ, ເປີດກວ້າງການສະໜອງຊັບພະຍາກອນການສຶກສາຄຸນນະພາບດີທີ່ເປັນແບບດີຈີຕອນ. ມາດຕະການເຫຼົ່ານີ້ບໍ່ພຽງແຕ່ໄດ້ຫຼຸດຄ່າໃຊ້ຈ່າຍຕ່າງໆຂອງບັນດາຄອບຄົວໃຫ້ໜ້ອຍລົງເທົ່ານັ້ນ, ຍັງໄດ້ສົ່ງເສີມຄວາມຍຸຕິທຳດ້ານການສຶກສາ, ເຮັດໃຫ້ເດັກນ້ອຍທຸກຄົນລ້ວນແຕ່ສາມາດແຂ່ງຂັນກັນແບບຍຸຕິທຳກວ່າເກົ່າ. ນີ້ບໍ່ພຽງແຕ່ໄດ້ຫຼຸດການແບກຫາບຂອງນັກຮຽນໃຫ້ຕ່ຳລົງເທົ່ານັ້ນ, ຍິ່ງໄດ້ຍົກຄຸນນະພາບຂອງການສຶກສາໃຫ້ສູງຂຶ້ນອີກດ້ວຍ ໂດຍນຳໃຊ້ງົບປະມານລາຍຈ່າຍທີ່ສຳຄັນເຂົ້າໃນການຍົກຄຸນນະພາບລວມຂອງປະຊາຊົນຈີນໃຫ້ສູງຂຶ້ນຕື່ມອີກ.

ການລ້ຽງດູລູກບໍ່ພຽງແຕ່ເປັນຄວາມປາດຖະໜາແຫ່ງຄວາມສຸກຂອງທຸກຄອບຄົວຕ່າງໆ ເທົ່ານັ້ນ, ຍັງເປັນເລື່ອງທີ່ພົວພັນເຖິງການພັດທະນາປະເທດຊາດໃນອະນາຄົດອີກດ້ວຍ. ຈາກການຈັດວາງຍຸດທະສາດໃນຂໍ້ສະເໜີຕໍ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ແລະ ກອງປະຊຸມວຽກງານເສດຖະກິດຂັ້ນສູນກາງຈີນເຖິງການປະຕິບັດນະໂຍບາຍລະອຽດຕ່າງໆ, ການຫຼຸດຄ່າໃຊ້ຈ່າຍໃນການປະສູດ ແລະ ລ້ຽງດູລູກໃຫ້ຕ່ຳລົງເຮັດໃຫ້ “ການລົງທຶນຕໍ່ຄົນ” ໄດ້ກາຍເປັນການກະທຳຕົວຈິງ ແລະ ເປັນການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຢ່າງແທ້ຈິງ ພ້ອມທັງເປັນພະລັງຂັບເຄື່ອນສຳຄັນທີ່ເລິກເຊິ່ງຕໍ່ການພັດທະນາເສດຖະກິດ-ສັງຄົມໃນໄລຍະຍາວອີກດ້ວຍ.

