ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການ​ອະ​ນຸ​ລັກ​ຮັກ​ສາ​ພູ​ຂຽວ​ນ້ຳ​ໃສ​ຄື “ສິ່ງ​ສຳ​ຄັນ​ຂອງ​ຊາດ”

Jun 10, 2025

ຕົ້ນ​ປີ 2025 ນີ້, ຄຳ​ສັ່ງ​ເກືອດ​ຫ້າມ​ທີ່​ກ່ຽວ​ຂ້ອງ​ກັບສາຍ​ພູ​ສິນຫຼິ້ງ​ສະ​ບັບ​ໜຶ່ງ ໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຈາກ​ຊາວ​ເນັດ​ຈີນ​ຫຼາຍ​ຈົນ​ນັບ​ບໍ່​ຖ້ວນ ເຊິ່ງ​ຄຳ​ສັ່ງ​ດັ່ງ​ກ່າວ​ໄດ້​ລະ​ບຸວ່າ: ນັບ​ແຕ່​ມື້​​ເກີດ​ຜົນ​ບັງ​ຄັບ​ໃຊ້​ເປັນ​ຕົ້ນໄປ, ​​ຢຸດ​ຕິການ​ຈັດ​ກິດ​ຈະ​ກຳ​ຂ້າມ​ຜ່ານ​ ແລະ ​ປີນ​ພູ​ ຢູ່​ເຂດສະ​ຫງວນ​ທຳ​ມະ​ຊາດ​ສາຍ​ພູ​ສິນ​ຫຼິ້ງ​ ໃນ​ທັນ​ທີ.
ປັດ​ຈຸ​ບັນ, ຜູ້ຄົນ​ມີ​ສ່ວນ​ຮ່ວມ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ​ສາຍ​ພູ​ສິນຫຼິ້ງ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.
ກ່ອນ​ໜ້າ​ນີ້ 5 ປີ, ຄື ໃນວັນ​ທີ 20 ເມ​ສາ 2020, ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ໄດ້​ເດີນ​ທາງ​ໄປ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ແຂວງ​ສ້ານ​ຊີ່ ເຊິ່ງ​ບ່ອນ​ທຳ​ອິດ​ທີ່​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ກໍ​ແມ່ນ​ສາຍ​ພູ​ສິນ​ຫຼິ້ນ. ຢູ່​ເຂດ​ສະ​ຫງວນ​ທຳ​ມະ​ຊາດ​ແຫ່ງ​ຊາດ​ນິວ​ເປີ້ຍ​ຫຼ​ຽງ​ສາຍ​ພູ​ສິນ​ຫຼິ້ງ, ເພິ່ນ​ໄດ້​ຊີ້​ໃຫ້​ເຫັນ​ຢ່າງ​ເລິກ​ເຊິ່ງ​ວ່າ: “​ການ​ສ້າງ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ​ບໍ່​ແມ່ນໝາຍ​ຄວາມ​ວ່າ ​ຈະ​ກຳ​ເອົາ​ເງິນ​ຄຳ​​​ຢູ່​ໃນ​ມືໄດ້​ຫຼາຍ​ສ່ຳ​ໃດ, ແຕ່​ແມ່ນເຮັດ​ເພື່ອ​ປະ​ຫວັດ​ສາດ ແລະ​ເພື່ອ​ລູ​ກ​ຫຼານ​ຄົນ​ຮຸ່ນ​ຫຼັງ.”
ໃນ​ໄລ​ຍະ​ຜ່ານ​ມາ, ​ສິ່ງ​ແວ​ດ​ລ້ອມ​ທຳ​ມະ​ຊາດ​ຢູ່ສາຍ​ພູ​ສິນ​ຫຼິ້ນ​ເຄີຍ​ຖືກ​ທຳ​ລາຍ ທິດ​ເໜືອຂອງ​ສາຍ​ພູ​ສິນ​ຫຼິ້ນ​ຕອນ​ຢູ່​ໃນ​ນະ​ຄອນ​ຊີ່​ອ່ານ​ແຂວງ​ສ້ານ​ຊີ່, ເຮືອນ​ວິນ​ລາ​ຈຳ​ນວນ​ຫຼວງ​ຫຼາຍ​ທີ່​ສ້າງ​ຂຶ້ນ​ຢ່າງ​ຜິດ​ລະ​ບຽບ​ກົດ​ໝາຍ​ໄດ້​ກືນ​ກິນ​ພື້ນ​ທີ່​ສີ​ຂຽວ​ຢູ່ເຂດ​ຕີນ​ພູ, ລະ​ຫວ່າງ​ ປີ 2014-2018, ທ່ານ​ ສີ​ຈິ້ນ​ຜິງ​ ໄດ້​ອອກ​ຄຳ​ສັ່ງ​ຊີ້​ນຳ 6 ຄັ້ງ​ ຕາມ​ລຳ​ດັບ​ເພື່ອ​ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ​ນີ້.
ຕໍ່​ກັບ​ບັນ​ຫາ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຖືກ​ທຳ​ລາຍ, ທ່ານ​ ສີ​ຈິ້ນ​ຜິງ ມີ​ຄວາມ​ຄັບ​ຄາໃຈ​ທີ່​ສຸດມາ​ໂດຍ​ຕະ​ຫຼອດ.
ຫຼາຍ​ປີ​ຜ່ານ​ມາ​ນີ້, ເພິ່ນ​ໄດ້​ມີ​ຄຳ​ສັ່ງ​ຊີ້​ນຳ​ສຳ​ຄັນ​ຕໍ່​ເຫດ​ການ​ທຳ​ລາຍ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ​ທີ່​ເກີດ​ຂຶ້ນ​ຢູ່​ທ້ອງ​ຖິ່ນ​ຈຳ​ນວນ​ໜຶ່ງ ໂດຍ​ຮຽກ​ຮ້ອງ​ໃຫ້​ແກ້​ໄຂ​ໃຫ້​ເຖິງ​ຖອງ​​ຢ່າງ​ບໍ່ປ່ອຍ​ປະເດັດ​ຂາດ. ຕາມ​ເພິ່ນ​ເຫັນ​ວ່າ ການ​ເຮັດ​ວຽກ​ເຫຼົ່າ​ນີ້​ແມ່ນ​ລ້ວນ​ແຕ່ສຸມ​ໃສ່​ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊາດ​ຈີນ​ ມີ​ການ​ພັດ​ທະ​ນາ​ຍາວ​ນານ, ຮັບ​ປະ​ກັນ​ການ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ “ຮ້ອຍ​ປີ​ສອງ​ປະ​ການ”, ເປັນ​ແຜນ​ລວມ​ໄລ​ຍະ​ຍາວ, ເປັນສິ່ງ​ສຳ​ຄັນ​ຂອງ​ຊາດ.
ນັບ​ແຕ່​ປີ 2012 ເປັນ​ຕົ້ນ​ມາ, ວຽກ​ງານ​ປົກ​ປັກຮັກ​ສາ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ໄດ້​ກາຍ​ເປັນ “ສິ່ງ​ສຳ​ຄັນ​ຂອງ​ຊາດ”.
ໃນແຜນຍຸດທະສາດລວມ “ການພັດທະນາ 5 ພາລະກິດຢ່າງເປັນເອກະພາບກັນ” ແມ່ນ​ໄດ້​ກວມ​ເຖິງ ການ​ສ້າງ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ; ໃນທິດ​ທາງ​ຍຸດ​ທະ​ສາດ​ພື້ນ​ຖານ​ກ່ຽວ​ກັບ​ການ​ຍຶດ​ໝັ້ນ ​ແລະ​ພັດ​ທະ​ນາ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ ໃນ​ຍຸກ​ໃໝ່, ການ​ຍຶດ​ໝັ້ນຄົນ​ກັບ​ທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ ກໍ​ແມ່ນ​ເນື້ອ​ໃນ​ຂໍ້​ໜຶ່ງ; ໃນ​ແນວຄວາມ​ຄິດ​ການ​ພັດ​ທະ​ນາ​ແບບ​ໃໝ່, ສີ​ຂຽວ ເປັນ​ໜຶ່ງ​ໃນ​ເນື້ອ​ໃນ​ສຳ​ຄັນ; ໃນ​ສາມ​ບັ້ນ​ບຸກ​ຂອດ​ຫຍຸ້ງ​ຍາກໃຫຍ່, ໜຶ່ງ​ໃນ​ຫັ້ນ​ກໍ​ແມ່ນ ບັ້ນ​ປ້ອງ​ກັນ ​ແລະ​ຄວບ​ຄຸມ​ມົນ​ລະ​ພິດ… ສາ​ມາດ​ເວົ້າ​ໄດ້​ວ່າ “ສິ່ງ​ສຳ​ຄັນ​ຂອງ​ຊາດ” ແມ່ນ​ເຊື່ອມ​ສານ​ຢູ່​ໃນ​ພູ​ຂຽວ​ນ້ຳ​ໃສ.
ປີ 2021, ທ່ານ​ ສີ​ຈິ້ນ​ຜິງ ​ໄດ້​ເດີ​ນ​ທາງ​ໄປ​ຢ້ຽມ​ຢາມທະ​ເລ​ສາບ​ຊິງ​ໄຫ ​ເທິງ​ພູ​ພຽງຂອງ​ແຂວງ​ຊິງ​ໄຫ ເຊິ່ງເປັນ​ທະ​ເລ​ສາບ​ນ້ຳ​ເຄັມ​ໃຫຍ່​ທີ່​ສຸດ​ຂອງ​ຈີນ.
ກ່ອນ​ໜ້າ​ນັ້ນ, ເພິ່ນ​ໄດ້​ເດີນ​ທາງ​ໄປ​ສຳ​ຫຼວດ​ຊອກ​ຮູ້​ຂໍ້​ມູນ​ຢູ່​ຕົ້ນ​ແມ່​ນ້ຳ​ສາມ​ສາຍຫຼື​ສ່ານ​ຈ່ຽງ​ຢວນ, ສາຍ​ພູ​ສີ​ຫຼຽນມາ​ແລ້ວ ໃນ​ໂອ​ກາດ​ລົງ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ທ້ອງ​ຖິ່ນ, ​ເພິ່ນ​ໃຫ້​ຮູ້​ວ່າ:“ເທື່ອ​ນີ້ມາ​ເບິ່ງ​ທະ​ເລ​ສາບ​ຊິງ​ໄຫ​ເປັນ​ການ​ສ​ະ​ເພາະ.” ເມື່ອ​ເວົ້າ​ເຖິງ​ສາ​ເຫດ​ດ້ານ​ຍຸດ​ທະ​ສາດ​ຂອງ​ສູນ​ກາງ​ພັກ​ ໃນ​ການ​ຕັດ​ສິນ​ໃຈ​ປົ​ກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​​ຊິງ​ໄຫ, ເພິ່ນ​ເນັ້ນ​ໜັກ​ຢ່າງ​ໜັກ​ແໜ້ນ​ວ່າ: “ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ​ທຳ​ມະ​ຊາດ​ຊິງ​ໄຫ​ເປັນ ‘ສິ່ງ​ສຳ​ຄັນ​ຂອງ​ຊາດ’”.
ທ່ານ ​ສີ​ຈິ້ນ​ຜິງ ​ເນັ້ນ​ໜັກ​ຕື່ມ​ວ່າ: “ໃນ​ດ້ານ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ, ບໍ່​ວ່າ​ຈະ​ເປັນ​ການ​ຊຸກ​ຍູ້​ສົ່ງ​ເສີມ ຫຼື ຕຳ​ໜິ​ສະ​ກັດ​ກັ້ນ, ຂ້າ​ພະ​ເຈົ້າ​ລ້ວນ​ແຕ່​ບໍ່​ແມ່ນເຮັດ​ເພື່ອ​ສິ່ງ​ໃດ​ໜຶ່ງ​ໃນ​ເວ​ລາ​ໃດ​ໜຶ່ງ​ເທົ່າ​ນັ້ນ, ແຕ່​ແມ່ນ​ເພື່ອ​ສຸມ​ໃສ່​ສິ່ງ​ແວດ​ລ້ອມ​ ແລະ​ ທຳ​ມະ​ຊາດ​ໂດຍ​ລວມ, ສຸມ​ໃສ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ຈີນ ແລະ​ ອະ​ນາ​ຄົດ​ຂອງ​ປະ​ຊາຊາດ​ຈີນ.”
ໄປ​ຄຽງ​ຄູ່​ກັບ​ເວ​ລາ​ຜ່ານ​ໄປ​ຢ່າງວ່ອງ​ໄວ, ແນວ​ຄວາມ​ຄິດ​ປ່ຽນ​ແປງ​ແລ້ວ, ດິນ​ແດນ​ປະ​ເທດ​ຊາດ​ຈີນ​ກໍ​ໄດ້​ມີ​ໂສມ​ໜ້າ​ໃໝ່​ອ່ຽມ​ບໍ່​ຄື​ຜ່ານ​ມາ.
ຫຼາຍ​ປີ​ຜ່ານ​ມາ​ນີ້, ເຂດ​ແຂວງ​​ ແລະ​ ກຳ​ແພງ​ນະ​ຄອນຕ່າງໆ​ຢູ່​ລຽບ​ຕາມ​ແມ່​ນ້ຳ​ຢາງ​ຊີ​ກ້ຽງ​ເຊັ່ນ ແຂວງ​ຈ່ຽງ​ຊູ, ແຂວງ​ຈ່ຽງ​ຊີ່, ກຳ​ແພງ​ນະ​ຄອນ​ຊຽງ​ໄຮ, ແຂວງ​ຫູ​ເປີຍ ​ເປັນ​ຕົ້ນ​ ໄດ້​ພາ​ກັນ​ປະ​ຕິ​ບັດ​ໂຄງ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ເພື່ອ “ຄືນ​ແມ່​ນ້ຳ​, ຝັ່ງ​ນ້ຳທີ່​ມີ​ທິວ​ທັດ​ທຳ​ມະ​ຊາດ​ອັນ​ສວຍ​ສົດ​ງົດ​ງາມ​ໃຫ້​ປະ​ຊາ​ຊົນ”, ພາບ​ທຳ​ມະ​ຊາດ​ທີ່​ນ້ຳ​ໃສຕາ​ຝັ່ງ​ຂຽວ​ປາ​ກົດ​ຕົວ​ຢູ່​ສອງຟາກ​ຝັ່ງ​ແມ່​ນ້ຳ​ຢາງ​ຊີ​ກ້ຽງ​ ທີ່​ເປັນ​ແມ່​ນ້ຳຫຼໍ່​ລ້ຽງ​ຊີວິດປະ​ຊາ​ຊາດ​ຈີນ.
ວັນ​ທີ 3 ເມ​ສາ 2025 ນີ້, ທ່ານ​ ສີ​ຈິ້ນ​ຜິງ ​ໄດ້ຮ່ວມປູກ​ຕົ້ນ​ໄມ້​ຢູ່​ແຄມ​ຝັ່ງ​ແມ່​ນ້ຳ​ຢົງ​ຕີ້ງ ​ນະ​ຄອນ​ຫຼວງ​ປັກ​ກິ່ງ ໂດຍ​ໄດ້​ປູກ​ຕົ້ນ​ໄມ້​ຫຼາຍ​ຕົ້ນ. ເພິ່ນ​ເວົ້າ​ກັບ​ຫຼານ​ນ້ອຍ​ນັກ​ຮຽນ​ທັງ​ຫຼາຍ​ທີ່​ຮ່ວມ​ປູກ​ຕົ້ນ​ໄມ້​ນຳ​ກັນ​ວ່າ: ປັດຸ​ຈ​ບັນ, ເນື້ອ​ທີ່​ປົກ​ຫຸ້ມ​ປ່າ​ໄມ້​ຂອງ​ປະ​ເທດ​ຈີນ​ໄດ້​ບັນ​ລຸ​ຫຼາຍກວ່າ 25%, ໂດຍ​ສາ​ມາດ​ປະ​ກອບ​ສ່ວນ​​ສ້າງ​ພື້ນ​ທີ່​ສີ​ຂຽວ​ເພີ່ມ​ໃໝ່​ໃຫ້​ທົ່ວ​ໂລກ​ປະ​ມານ 25%.
ເວ​ລາ​ຜ່ານ​ໄປ​ຫຼາຍ​ປີ, ປະ​ຊ​າ​ຊົນ​ຈີນ​​ນຳ​ໃຊ້​ສອງ​ຝາ​ມື​ສາ​ມາດ​ສ້າງ​ຜົນ​ສຳ​ເລັດ​ທີ່​ບໍ່​ທຳ​ມະ​ດາ ​ຄືເປັນ​ປະ​ເທດ​ທີ່​ມີ​ປະ​ລິ​ມານ​ຊັບ​ພະ​ຍາ​ກອນ​ປ່າ​ໄມ້​ເພີ່ມ​ຂຶ້ນ​ຫຼາຍກວ່າ​ໝູ່​ຢູ່​ໃນ​ໂລກ, ພ້ອມ​ທັງ​​ພາ​ໃຫ້​ເກີດ​ມີເລື່ອງ​ລາວທີ່​ໜ້າ​ປະ​ທັບ​ໃຈ​ຢ່າງ​ຫຼວງ​ຫຼາຍກ່ຽວ​ກັບ​ຄົນ​ກັບ​ທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ.