ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຮັດແນວໃດຈຶ່ງສາມາດເປີດກວ້າງ “ພື້ນທີ່ໃໝ່ແຫ່ງການພັດທະນາແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”

Dec 5, 2024

ໃນຮອບ 11 ປີຜ່ານມາ, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ສ້າງເລື່ອງລາວນັບບໍ່ຖ້ວນທີ່ເຊື່ອມໂຍງເຊື່ອມຈອດກັນ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເຮັດໃຫ້ຊາວໂລກຮັບຮູ້ຢ່າງຈະແຈ້ງວ່າ: ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກາຍເປັນຜະລິດຕະພັນສາທາລະນະສາກົນທີ່ໄດ້ຮັບຄວາມນິຍົມທີ່ສຸດ ແລະ ເວທີການຮ່ວມມືສາກົນທີ່ມີຂະໜາດໃຫຍ່ທີ່ສຸດ.
ວັນທີ 2 ທັນວານີ້, ໃນກອງປະຊຸມສົນທະນາກ່ຽວກັບວຽກງານສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 4 ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນເນັ້ນວ່າ: ຕ້ອງບຸກເບີກພື້ນທີ່ໃໝ່ແຫ່ງການພັດທະນາແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດທີ່ມີລະດັບສູງກວ່າເກົ່າ, ມີຄວາມທົນທານໝັ້ນໜຽວກວ່າເກົ່າ ແລະ ຍືນຍົງກວ່າເກົ່າ. ການຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນມີໂອກາດ ແລະ ສິ່ງທ້າທາຍໄປພ້ອມກັນໃນການພັດທະນາດ້ວຍຄຸນນະພາບສູງ, ແຕ່ເວົ້າລວມແລ້ວ ໂອກາດແມ່ນຫຼາຍກວ່າສິ່ງທ້າທາຍ. ນີ້ໄດ້ເພີ່ມຄວາມໝັ້ນໃຈ ແລະ ກຳລັງແຮງໃຫ້ແກ່ອະນາຄົດທີ່ສະຫວ່າງສະໄຫວກວ່າເກົ່າຂອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”.
ນັບແຕ່ມື້ສະເໜີຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, “ການເຊື່ອມໂຍງເຊື່ອມຈອດກັນ” ກໍແມ່ນເນື້ອໃນໃຈກາງ. ສິ່ງທີ່ໜ້າສົນໃຈນັ້ນຄື: ຂໍກຸນແຈຢ່າງໜຶ່ງຂອງ “ການເຊື່ອມໂຍງເຊື່ອມຈອດກັນ” ກໍແມ່ນຄວາມໂລ່ງລ່ຽນຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງ.
“ໃໝ່” ກໍແມ່ນຄວາມໝາຍທີ່ຈຳເປັນໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ. ປັດຈຸບັນນີ້, ນອກຈາກການຮ່ວມມືໃນຂົງເຂດແບບເກົ່າ ເຊັ່ນ: ການກໍ່ສ້າງພື້ນຖານໂຄງລ່າງ, ເສດຖະກິດການຄ້າ ແລະອື່ນໆ, ການຮ່ວມມືໃນຂົງເຂດທີ່ພັດທະນາຂຶ້ນມາໃໝ່ ເຊັ່ນ: ການພັດທະນາຕາມທິດສີຂຽວ ດິຈິຕອນ ແລະ ການປະດິດສ້າງໃໝ່ກໍຈະສ້າງຈຸດເຕີບໂຕອັນໃໝ່ ເຊິ່ງຈະສ້າງພື້ນທີ່ການຮ່ວມມືທີ່ກວ້າງຂວາງກວ່າເກົ່າ ແລະ ຊ່ວຍເຫຼືອເຂດໂລກໃຕ້ບັນລຸການພັດທະນາດ້ວຍຄຸນນະພາບສູງ.
ໃນຮອບ 10 ປີຕໍ່ໄປ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງຈະເພີ່ມພະລັງຂັບເຄື່ອນໃຫ້ແກ່ເສດຖະກິດໂລກ, ສ້າງກາລະໂອກາດໃໝ່ໃຫ້ແກ່ປະເທດຕ່າງໆໃນການບັນລຸຄວາມທັນສະໄໝ ແລະ ຮ່ວມກັນຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ທີ່ມາ: CMG
May be an image of train and text