ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ລະ​ຫວ່າງ​ ລາວ​-ຈີນ​ ໄດ້​ສະ​ໜອງ​ເຕັກ​ນິກ​ປະ​ດິດ​ສ້າງ​ໃໝ່​ ແລະ ອະນຸລັກສິ່ງແວດລ້ອມໃຫ້​ແກ່ລາວ

Nov 22, 2024

ວັນ​ທີ 21 ພະ​ຈິກ​ນີ້, ກອງ​ປະ​ຊຸມ​ໃຫຍ່​ການ​ຮ່ວມ​ມື​ດ້ານ​ສະ ບຽງ​ອາ​ຫານ ແລະ​ກະ​ສິ​ກຳເຫີ​ນານ-​ອາ​ຊຽນ 2024 ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ປະ​ຊຸມ ແລະວາງ​ສະ​ແດງ​ສາ​ກົນ​ເຈິ້ງ​ໂຈ່ວ​ແຂວງ​ເຫີ​ນານ​ຈີນ​ຢ່າງ​ຍິ່ງ​ໃຫຍ່, ທ່ານ​ ສົມ​ພອນ ສີ​ຈະ​ເລີນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ປະ​ຈຳ​ ສປ ຈີນ​ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ກອງ​ປະ​ຊຸມ​ ແລະ​ກ່າວ​ຄຳ​ເຫັນ.
ທ່ານ​ ສົມ​ພອນ ສີ​ຈະ​ເລີນ ກ່າວ​ວ່າ: ຂ້າ​ພະ​ເຈົ້າ​ດີ​ໃຈ​ຫຼາຍ ແລະ​ຮູ້​ສຶກ​​ເປັນ​ກຽດ​ຢ່າງ​ສູງ​ທີ່​ໄດ້​ມາ​ນະ​ຄອນ​ເຈິ້ງ​ໂຈ່ວ​ແຂວງ​ເຫີ​ນານ​ທີ່​ສວຍ​ງາມ, ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ການ​ຮ່ວມ​ມື​ດ້ານ​ສະ ບຽງ​ອາ​ຫານ ແລະ​ກະ​ສິ​ກຳເຫີ​ນານ-​ອາ​ຊຽນ 2024, ມິດ​ຕະ​ພາບ​ທີ່​​ມີ​ມາ​ເປັນ​ເວ​ລາ​ດົນ​ນານ​ລະ​ຫວ່າງ​ລາວ​ກັບ​ຈີນ​ໄດ້​ສ້າງ​ພື້ນ​ຖານ​ຢ່າງ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ກະ​ສິ​ກຳ, ໃນ​ຫຼາຍ​ປີຜ່ານ​ມາ​ນີ້, ພວກ​ເຮົ​າ​ໄດ້​ເປັນ​​ສັ​ກຂີພິ​ຍານ​ໃຫ້​ແກ່ການ​ພັດ​ທະ​ນາ​ຢ່າງ​​ພົ້ນເດັ່ນ​​ດ້ານ​ການ​ພົວ​ພັນຂອງ​ທັງ​ສອງ​ປະ​ເທດ, ໂດຍ​ສະ​ເພາະ​ໃນ​ດ້ານ​ມາດ​ຕະ​ການ​ທີ່​ມີ​ເປົ້າ​ໝາຍ​ຍົກ​ສູງ​ຄວາມ​ສາ​ມາດ​ດ້ານ​ການ​ຜະ​ລິດກະ​ສິ​ກຳ ແລະ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ຮັບ​​ຜົນງານ​ຢ່າງ​ແທ້​ຈິງ.
ໂດຍ​ຜ່ານ​ຂອບ​ຕ່າງໆ​ເຊັ່ນ: ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເປັນ​ຕົ້ນ, ສອງ​ປະ​ເທດ​ໄດ້​ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ, ໄດ້​ຊຸກ​ຍູ້​ການ​ແລກ​ປ່ຽນດ້ານ​ເຕັກ​ນິກ, ຄວາມ​ຮູ້ ແລະ​ພຶດ​ຕິ​ກຳ​ທີ່​ດີ​ທີ່​ສຸດ. ຢູ່​ປະ​ເທດ​ລາວ, ພວກ​​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ລົງ​ທຶນ​​ຂອງ​ຈີນ​ໃນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ກະ​ສິ​ກຳ, ລວມ​ທັງ​ການ​ລົງ​ທຶນ​ໃນ​ລະ​ບົບຊົນ​ລະ​ປະ​ທານ, ສິ່ງ​ກໍ່​ສ້າງ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ ແລະ​ການ​ຄົ້ນ​ຄວ້າ​ເຕັກ​ນິກ​ກະ​ສິ​ກຳ​ແບບ​ຍືນ​ຍົງ, ການ​ລົງ​ທຶນ​ເຫຼົ່າ​ນີ້​ບໍ່​ພຽງ​ແຕ່​ໄດ້​ຍົກ​ສູງ​​ຜົນ​ຜະ​ລິດ​ດ້ານ​ກະ​​ສິ​ກຳ​ຂອງ​ລາວ​ເທົ່າ​ນັ້ນ, ​ຍັງໄດ້​ສະ​ໜອງ​ເຄື່ອງ​ມື ແລະ​ຄວາມ​ຮູ້​ທີ່​ຈຳ​ເປັນ​ໃຫ້​ແກ່​ຊາວ​ກະ​ສິ​ກອນລາວ​ເພື່ອ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ​ໃນ​ຕະ​ຫຼາດ​ໂລກ​ທີ່​​ມີ​ການ​ປ່ຽນ​ແປງ​ຢ່າງ​ບໍ່​ຢຸດ​ຢັ້ງ​ຕື່ມ​ອີກ.
ນອກ​ຈາກນີ້, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ພັດ​ທະ​ນາ​ກ້າວ​ເຖິງ​​ຂັ້ນ​ສ້າງ​ຄວາມ​ສາ​ມາດ ແລະ​ແຜນ​ການ​ເຝິກອົບ​ຮົມ​ທີ່​ເນັ້ນ​ໃສ່​ການ​ເຄື່ອນ​ໄຫວດ້ານ​ກະ​ສິ​ກຳ​ແບບ​ຍືນ​ຍົງ, ໂດຍ​ຜ່ານ​ການ​ແບ່ງ​ປັນ​ຄວາມ​ຮູ້​ດ້ານ​ວິ​ຊາ​ການ, ພວກ​ເຮົາ​ໄດ້​ສະ​ໜອງ​ເຕັກ​ນິກ​ປະ​ດິດ​ສ້າງ​ໃໝ່​ໃຫ້​ແກ່​ຊາວ​​ກະ​ສິ​ກອນ​ລາວ, ເຕັກ​ນິກ​ເຫຼົ່າ​ນີ້​ໄດ້​ຊຸກ​ຍູ້​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຂອງ​ປະ​ເທດ​ລາວ​ໃນ​ຂະ​ນະ​ທີ່​ຍົກ​ສູງ​ກຳ​ລັງ​ການ​ຜະ​ລິດ. ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ລາວ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄຳ​ໝັ້ນ​ສັນ​ຍາ ແລະ​ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ເຮົາ​ກ່ຽວ​ກັບ​​ການບັນ​ລຸ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ​ສ້າງຊົນ​ນະ​ບົດ​ ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ.