ໃນໂອກາດເຂົ້າຮ່ວມໂຄງການພົບປະແລກປ່ຽນທີ່ປະເທດອິນເດຍ ຂອງບັນດາສື່ມວນຊົນອາຊີຕາເວັນອອກສ່ຽງໃຕ້ ລະຫວ່າງວັນທີ 23 ກັນຍາ ຫາ 2 ຕຸລາ 2025 ທີ່ສຳນັກງານເລຂາທິການຮ່ວມມືລະດັບໂລກເພື່ອສ້າງພື້ນຖານໂຄງລ່າງໃຫ້ທົນທານຕໍ່ໄພພິບັດ ນະຄອນຫຼວງນິວເດັນລີ ປະເທດອິນເດຍ.
ການຮ່ວມມືລະດັບໂລກ ເພື່ອສ້າງພື້ນຖານໂຄງລ່າງໃຫ້ທົນທານຕໍ່ໄພພິບັດ ຫຼື CDRI ແມ່ສມຸ່ງໝັ້ນໃສ່ເສີມສ້າງຄວາມທົນທານຂອງພື້ນຖານໂຄງລ່າງໃຫ້ສາມາດຮັບມືກັບຄວາມສ່ຽງຈາກສະພາບອາກາດປ່ຽນແປງ ແລະ ໄພພິບັດ.
ປັດຈຸບັນມີສະມາຊິກທັງໝົດ 50 ປະເທດໃນໂລກ ແລະ 10 ອົງການຄູ່ຮ່ວມມື, ໄດ້ເຕົ້າໂຮມເອົາລັດຖະບານ, ອົງການຈັດຕັ້ງສາກົນ ແລະ ພາກທຸລະກິດ ເພື່ອແລກປ່ຽນຄວາມຮູ້, ຂັບເຄື່ອນວຽກງານຄົ້ນຄວ້າ, ລົງທຶນໃສ່ພື້ນຖານໂຄງລ່າງທີ່ສາມາດທົນທານຕໍ່ໄພພິບັດ ຊຶ່ງສະມາຊິກຈະໄດ້ຮັບຜົນປະໂຫຍດຫຼາຍຢ່າງເຊັ່ນ : ຈາກການເຂົ້າເຖິງຄວາມຊ່ຽວຊານລະດັບໂລກ, ແຫຼ່ງທຶນ, ການສະໜັບສະໜູນດ້ານເຕັກນິກ, ໂອກາດໃນການຄົ້ນຄວ້າ, ວິທີແກ້ໄຂບັນຫາທີ່ທັນສະໄໝ ແລະ ການປະຕິບັດໂຄງການດີທີ່ສຸດລະດັບສາກົນ.

ທ່ານ ອາສີສ ຄູມາ (ASHIS KUMAR) ຜູ້ອຳນວຍການ ແລະ ປະສານງານ ການຮ່ວມມືລະດັບໂລກ ເພື່ອສ້າງພື້ນຖານໂຄງລ່າງໃຫ້ທົນທານຕໍ່ໄພພິບັດ ຫຼື CDRI ໃຫ້ສໍາພາດວ່າ : ໂຄງການນີ້ສ້າງຕັ້ງມາໄດ້ 6 ປີແລ້ວ, ບັນຫາໄພພິບັດຕ່າງໆທີ່ເກີດຂື້ນໃນທຸກມື້ນີ້ລ້ວນແຕ່ສ້າງຄວາມເສຍຫາຍໃຫ້ພວກເຮົາ ໂດຍສະເພາະບ່ອນຢູ່ອາໄສ ແລະ ອາຄານສະຖານທີ່. ໄລຍະຜ່ານມາພວກເຮົາໄດ້ມີສ່ວນຮ່ວມກໍ່ສ້າງພື້ນຖານໂຄງລ່າງຮ່ວມກັບບັນດາປະເທດ ແລະ ຄູ່ຮ່ວມມືທີ່ເປັນສະມາຊິກ ເພື່ອຫຼຸດຜ່ອນຜົນກະທົບທີ່ເກີດຈາກໄພທຳມະຊາດ ໂດຍສະເພາະການຄົ້ນຄວ້າຮູບແບບ, ການເຂົ້າເຖິງແຫຼ່ງທຶນ, ປະສານງານກັບບັນດາປະເທດເພື່ອສະໜັບສະໜູນວຽກງານນີ້, ປັດຈຸບັນສະພາບການປ່ຽນແປງຂອງດິນຟ້າອາກາດ ໄດ້ສົ່ງຜົນກະທົບຕໍ່ການດຳລົງຊີວິດ ແລະ ພື້ນຖານໂຄງສ້າງທີ່ມີຢູ່. ແນ່ນອນວ່າປະເທດລາວກໍປັດສະຈາກບໍ່ໄດ້ ເຖິງວ່າຈະບໍ່ເກີດແຜ່ນດິນໄຫວຄືກກັບບັນດາປະເທດອ້ອມຂ້າງກໍຕາມ. ໂຄງການນີ້ໄດ້ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດ, ວາງມາດຕະຖານຕ່າງໆ ແລະ ໃຫ້ການຊ່ວຍເຫຼືອ ຕາມການຮ້ອງຂໍຂອງປະເທດນັ້ນໆ. ລວມທັງການຊ່ວຍເຫຼືອໃນການລິເລີ່ມໂຄງການໃໝ່ ແລະ ກຳນົດມາດຕະຖານເຕັກນິກນໍາອີກ.

ທ່ານ ອາສີສ ຄູມ່າ (ASHIS KUMAR) ໃຫ້ຮູ້ຕື່ມວ່າ: ຫວຽດນາມໄດ້ເປັນສະມາຊິກໂຄງການນີ້ແລ້ວໃນປີນີ້, ແນ່ນອນວ່າພວກເຮົາຢາກໃຫ້ປະເທດລາວເຂົ້າເປັນສະມາຊິກ ຊຶ່ງພວກເຮົາໄດ້ສົ່ງໜັງສືເຖິງລັດຖະບານລາວແລ້ວ ແລະ ທາງສະຖານທູດຈະເປັນເຈົ້າການຊ່ວຍພວກເຮົາ, ຫວັງວ່າປະເທດລາວຈະຄົ້ນຄວ້າໂດຍໄວ ເພື່ອເຂົ້າເປັນສະມາຊິກຮ່ວມກັນ. ຂ້າພະເຈົ້າເຄີຍເຮັດວຽກຢູ່ລາວມາກ່ອນ ເຫັນວ່າການລົງທຶນຢູ່ໃນລາວເລີ່ມມີຫຼາຍຂື້ນ ດັ່ງນັ້ນ, ການກໍ່ສ້າງແມ່ນມີຫຼາຍຢ່າງເກີດຂື້ນ, ສິ່ງນີ້ຈະຊ່ວຍເພີ່ມຄວາມທົນທານໃຫ້ແກ່ພື້ນຖານໂຄງລ່າງທີ່ລັດຖະບານລາວພວມກໍ່ສ້າງ ແລະ ລົງທຶນ ເພື່ອອະນາຄົດ.
ໂດຍ : ພູເງິນ ບົວທອງ


