ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການຮ່ວມມືລະຫວ່າງລາວ-ຣັດເຊຍ ນັບມື້ໄດ້ຮັບການເສີມຂະຫຍາຍ

May 7, 2024

ການຮ່ວມມືລະຫວ່າງລາວ-ຣັດເຊຍ ນັບມື້ໄດ້ຮັບການເສີມຂະຫຍາຍ
ໃນໂອກາດທີ່ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສະຫະພັນ ຣັດເຊຍ ແຕ່ວັນທີ 7-11 ພຶດສະພາ 2024. ໃນວັນທີ 6 ພືດສະພານີ້
ທ່ານ ວາລາດິເມຍ ກາລິນນິນ (Vladimir Kalinin) ເອກອັກຄະລັດຖະທູດວິສາ ມັນຜູ້ມີອຳນາດເຕັມແຫ່ງ ສະຫະພັນ ຣັດເຊຍ ປະຈຳ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນລາວ ເຊິ່ງທ່ານໄດ້ຕີລາຄາສູງຕໍ່ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ສະ ຫະພັນຣັດເຊຍ ຂອງ ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະໃນຄັ້ງັນີ້ ເພື່ອແນ່ໃສ່ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສອງປະເທດ, ສະເຫລີມສະຫລອງຄົບຮອບ 30 ປີ ການລົງນາມສົນທິສັນຍາວ່າດ້ວຍພື້ນຖານການພົວພັນມິດຕະພາບ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ກັບສະຫະພັນ ຣັດເຊຍ (1994-2024) ແລະ ເຂົ້າຮ່ວມເປັນແຂກກິດຕິມະ ສັກ ໃນພິທີສະເຫລີມສະຫລອງວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຣັດເຊຍ ຄົບ ຮອບ 79 ປີ ເຊິ່ງຈະຈັດຂຶ້ນໃນວັນທີ 9 ພຶດສະພາ 2024 ທີ່ນະຄອນຫລວງມົດສະກູ.
ທ່ານ ວາລາດິເມຍ ກາລິນນິນ ກ່າວວ່າ: ການພົວພັນຮ່ວມມື ລະຫວ່າງສອງປະເທດ ລັດເຊຍ-ລາວ ແມ່ນມີລັກສະນະຮອບດ້ານ, ສອງປະເທດ ໄດ້ສືບຕໍ່ຊຸກຍູ້ສົ່ງເສີມ ເຊິ່ງກັນ ແລະ ກັນຕະຫລອດມາ ເປັນຕົ້ນ ດ້ານການເມືອງ, ເສດຖະກິດ ແລະ ອື່ນໆ ໂດຍສະເພາະແມ່ນ ການແລກປ່ຽນການຢ້ຽມຢຽມ ຂອງການນຳຂັ້ນສູງຂອງສອງປະເທດ ໃນເດືອນ ກັນຍາ 2023 ຜ່ານມາ, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ໄດ້ພົບປະກັບ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ຢູ່ໃນກອງປະຊຸມ ເວທີປາໄສ ເສດຖະກິດຕາເວັນອອກ ທີ່ນະຄອນ ວາດິໂວສະຕັອກ (ຣັດເຊຍ), ທ່ານ ວະລາດີເມຍ ປູຕິນ ຍັງໄດ້ພົບປະໂອ້ລົມ ກັບ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຢູ່ກອງປະຊຸມເວທີປຶກສາຫາລື ໜຶ່ງແລວ ໜຶ່ງເສັ້ນທາງ ຄັ້ງທີ 3 ທີ່ຈັດຂຶ້ນຢູ່ນະຄອນ ຫລວງປັກກິ່ງ ສປ ຈີນ ໃນເດືອນຕຸລາຜ່ານມາ ໂດຍມີຜົນສະເລັດອັນເປັນພື້ນຖານ.
ໃນຊຸມປີມໍ່ໆມານີ້, ສະຫະພັນ ຣັດເຊຍ ໄດ້ດໍາເນີນໂຄງການພັດທະນາຫລາຍໂຄງ ການຢູ່ ສປປ ລາວ ໃນຫລາຍຂົງເຂດ ເຊັ່ນ: ຂະແໜງສາທາລະນະສຸກ, ພັດທະນາຊັບ ພະຍາກອນມະນຸດ, ການພັດທະນາທັກສະວິຊາຊີບ ແລະ ການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້ງຢູ່ ສປປ ລາວ(UXO). ນັບແຕ່ປີ 2022 ເປັນຕົ້ນມາ ໄດ້ຊ່ວຍສ້ອມ ແປງໂຮງໝໍມິດຕະພາບລາວ-ໂຊຫວຽດ (ໂຮງໝໍ 150 ຕຽງ) ໂດຍການຮ່ວມມືກັບອົງການສະຫະປະຊາຊາດເພື່ອການບໍລິການໂຄງ ການ (UNOPS) ເຊິ່ງຣັດເຊຍ ໄດ້ຈັດສັນທຶນຮອນຢ່າງຫລວງຫລາຍ ໂດຍມີການອອກແບບ, ການກໍ່ສ້າງ ແລະ ການສ້າງຂີດຄວາມສາມາດ ທາງດ້ານສາທາລະນະສຸກ ຢູ່ ສປປ ລາວ.
ທູດຣັດເຊຍປະຈໍາລາວ ຍັງໄດ້ສະແດງຄວາມຢືນຢັນວ່າ: ຣັດເຊຍ ພ້ອມທີ່ຈະຮ່ວມມືກັບ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມືເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງປະເທດ. ພ້ອມນີ້, ຣັດເຊຍ ພ້ອມທີ່ຈະສະໜັບສະໜູນການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ ຢ່າງເຕັມສ່ວນ ກໍຄື ບັນດາບຸລິມະສິດຂອງການພັດທະນາອາຊຽນ.