ໃນທ່າມກາງສະພາບການຂອງໂລກ ແລະ ພາກພື້ນ ສືບຕໍ່ຜັນແປຢ່າງໄວວາ, ສັບສົນ, ຄາດຄະເນໄດ້ຍາກ, ສົ່ງຜົນກະທົບຢ່າງເລິກເຊີ່ງຕໍ່ບັນດາປະເທດ, ໃນນັ້ນມີຫວຽດນາມ ແລະ ລາວ, ຄວາມສາມັກຄີ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງສອງພັກ, ສອງລັດ, ສອງສະພາແຫ່ງຊາດ ຫວຽດນາມ ແລະ ລາວ ເປັນປັດໄຈພາວະວິໄສ, ກົດເກນປະຫວັດສາດ, ໜຶ່ງໃນບັນດາແຫຼ່ງກໍາລັງແຮງອັນໃຫຍ່ຫຼວງທີ່ສຸດ ແລະ ມີຄວາມໝາຍແຫ່ງການດໍາລົງຄົງຕົວຕໍ່ພາລະກິດກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ, ປະກອບສ່ວນປົກປັກຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານຫວຽດນາມ – ລາວ.
ໄລຍະທີ່ຜ່ານມາ, ການຮ່ວມມືລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ກ້າວເຂົ້າສູ່ລວງເລິກ, ບັນລຸໄດ້ໝາກຜົນພົ້ນເດັ່ນຫຼາຍຢ່າງ.
ການນໍາທັງສອງຝ່າຍສືບຕໍ່ຮັກສາການແລກປ່ຽນ, ພົບປະຂັ້ນສູງດ້ວຍຫຼາຍຮູບການທີ່ຄ່ອງຕົວ. ບັນດາການຢ້ຽມຢາມ, ພົບປະເປັນປະຈໍາ ລະຫວ່າງການນໍາ, ສະມາຊິກສະພາແຫ່ງຊາດຂອງສອງປະເທດ ໄດ້ສ້າງເງື່ອນໄຂອັນສະດວກເພື່ອແລກປ່ຽນບົດຮຽນ, ປະສົບການໃນການເຄື່ອນໄຫວວຽກງານນິຕິບັນຍັດ, ກວດກາຕິດຕາມສູງສຸດ ແລະ ຕັດສິນບັນຫາສໍາຄັນຕ່າງໆ ຂອງແຕ່ລະປະເທດ.
ສອງຝ່າຍໄດ້ຕັ້ງໜ້າສົມທົບກັນຜັນຂະຫຍາຍຂໍ້ຕົກລົງຮ່ວມມື ລະຫວ່າງສອງສະພາແຫ່ງຊາດ; ຮັກສາການຮ່ວມມືຢ່າງແໜ້ນແຟ້ນ, ຄົບຊຸດ ແລະ ມີປະສິດທິຜົນ, ປະກອບສ່ວນສໍາຄັນເຂົ້າໃນການພົວພັນລວມ ລະຫວ່າງສອງປະເທດ, ຜັນຂະຫຍາຍແຜນນະໂຍບາຍສະເໝີຕົ້ນສະເໝີປາຍ ຂອງສອງພັກ ແລະ ສອງລັດ ຍາມໃດກໍ່ຖືສໍາຄັນການພັດທະນາສາຍພົວພັນມິດຕະພາບອັຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອນດ້ານ, ຫຸ້ນສ່ວນຍຸດທະສາດຫວຽດນາມ – ລາວ, ຍິ່ງຢູ່ໃນສະພາບການທີ່ຫຍຸ້ງຍາກ, ສັບສົນ, ການພົວພັວຫວຽດນາມ – ລາວ ຍິ່ງຕ້ອງຮັດແໜ້ນຂຶ້ນກວ່າເກົ່າ; ການເຄື່ອນໄຫວພົບປະ, ຮ່ວມມື ລະຫວ່າງບັນດາກໍາມາທິການວິຊາສະເພາະ, ກຸ່ມສະມາຊິກສະພາມິດຕະພາບ ບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ.
ຄຽງຄູ່ກັນນັ້ນ, ການສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີລັດຖະສະພາຫຼາຍຝ່າຍ, ໂດຍສະເພາະແມ່ນໃນຂອບ IPU ແລະ AIPA, ໄດ້ປະກອບສ່ວນສໍາຄັນໃນການຍົກສູງຖານະບົດບາດ, ຄວາມໄວ້ເນື້ອເຊື່ອໃຈຂອງແຕ່ລະປະເທດ, ພ້ອມກັນນັ້ນກໍ່ໄດ້ຂະຫຍາຍກະບອກສຽງລວມເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຍຶນຍົງໃນພາກພື້ນ.
ພິເສດ, ສະພາແຫ່ງຊາດສອງປະເທດໄດ້ສົມທົບກັນຈັດພິມປື້ມ “50 ປີແຫ່ງການພົວພັນ ລະຫວ່າງ ສະພາແຫ່ງຊາດ ສສ ຫວຽດນາມ ແລະ ສະພາແຫ່ງຊາດ ສປປ ລາວ”, ນີ້ແມ່ນຫຼັກຖານທີ່ມີຊີວິດຊີວາ ສ່ອງແສງປະຫວັດສາດການຮ່ວມມືຮອບດ້ານ ລະຫວ່າງ ສອງສະພາແຫ່ງຊາດ, ຢືນຢັນລັກສະນະທີ່ຖືກຕ້ອງໂລ່ງລ່ຽນຂອງບົດບາດການນໍາພາ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກໍ່ຄືຄວາມເປັນເຈົ້າການ, ປະດິດຄິດສ້າງ ແລະ ບົດບາດສໍາຄັນຂອງສະພາແຫ່ງຊາດສອງປະເທດ ໃນການປັບປຸງ, ພັດທະນາສາຍພົວພັນລາວ – ຫວຽດນາມ ໄລຍະຜ່ານມາ ແລະ ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການໂຄສະນາກ່ຽວກັບສາຍພົວພັນສອງປະເທດເວົ້າລວມ ແລະ ການພົວພັນລະຫວ່າງອົງການນິຕິບັນຍັດສອງປະເທດເວົ້າສະເພາະ, ພິເສດແມ່ນໃຫ້ແກ່ຄົນລຸ້ນໜຸ່ມ.
ເພື່ອຫັນເປັນຮູບປະທໍາແຜນນະໂຍບາຍຂອງສອງພັກ, ສອງລັດກ່ຽວກັບການຍົກລະດັບສາຍພົວພັນ, ເພີ່ມຕື່ມເນື້ອໃນຫຸ້ນສ່ວນຍຸດທະສາດ, ໃນໄລຍະທີ່ຈະມາເຖິງ, ສະພາແຫ່ງຊາດສອງປະເທດຈະຖືສໍາຄັນການປະສານສົມທັບກັນຢ່າງແໜ້ນແຟ້ນ, ແລກປ່ຽນບົດຮຽນກ່ຽວກັບວຽກງານນິຕິບັນຍັດ, ຕິດຕາມກວດກາສູງສຸດ ແລະ ອໍານວຍຄວາມສະດວກໃຫ້ແກ່ການຜັນຂະຫຍາຍຢ່າງມີປະສິດທິຜົນບັນດາການຕົກລົງຂັ້ນສູງ, ບັນດາສັນຍາ, ຂໍ້ຕົກລົງຮ່ວມມື ລະຫວ່າງສອງປະເທດ, ພິເສດແມ່ນບັນດາໜ້າທີ່ຈຸດໜັກໃນ ຍຸດທະສາດການຮ່ວມມືຫວຽດນາມ – ລາວ ໄລຍະ 2021 – 2030, ສັນຍາການຮ່ວມມືຫວຽດນາມ – ລາວ ໄລຍະ 2021 – 2025. ສົມທົບກັນສ້າງຮ່າງຂໍ້ຕົກລົງຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ເພື່ອໃຫ້ໄດ້ລົງນາມຂໍ້ຕົກລົງຮ່ວມມືໃໝ່ໂດຍໄວ ເໝາະສົມກັບສະພາບການພັດທະນາໃນປັດຈຸບັນ, ສ່ອງແສງເນື້ອໃນຫຸ້ນສ່ວນຍຸດທະສາດ ລະຫວ່າງສອງສະພາແຫ່ງຊາດ.
ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ແບ່ງປັນປະສົບການດ້ານນິຕິບັນຍັດ, ກວດກາຕິດຕາມ, ຮ່ວມມືລະຫວ່າງສອງອົງການນິຕິບັນຍັດ; ຊຸກຍູ້ປະຕິບັດຢ່າງມີປະສິດທິຜົນບັນກາຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມ; ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີສາກົນ, ພາກພື້ນ; ພ້ອມກັນນັ້ນສົມທົບຢ່າງແໜ້ນແຟ້ນ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ເປີດກວ້າງບັນດາຂົງເຂດການຮ່ວມມືໃໝ່ ເຊັ່ນ ເສດຖະກິດດິຈິຕອນ, ການຫັນປ່ຽນພະລັງງານສີຂຽວ, ເຊື່ອມຕໍ່ໂຄງລ່າງ, ການສຶກສາ – ກໍ່ສ້າງ, ເໝາະສົມກັບກໍານົດທິດ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ; ແບ່ງປັນປະສົບການໃນຂົງເຂດການຫັນເປັນດິຈິຕ້ອນ, ກໍ່ສ້າງສະພາແຫ່ງຊາດດິຈິຕອນ ແລະ ນໍາໃຊ້ປັນຍາປະດິດເຂົ້າໃນການເຄື່ອນໄຫວຂອງສະພາແຫ່ງຊາດ.

ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ໃນນັ້ນມີບັນດາທ້ອງຖິ່ນ, ສະພາປະຊາຊົນບັນດາທ້ອງຖິ່ນ, ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ພົບປະຊາຍແດນ, ປົກປັກຮັກສາເສັ້ນຊາຍແດນມິດຕະພາບ, ການຮ່ວມມື ແລະ ການພັດທະນາ; ແບ່ງປັນຂໍ້ມູນຂ່າວສານ ແລະ ປະສົບການໃນການສັບຊ້ອນ, ບູລະນະການຈັດຕັ້ງກົງຈັກບັນກາອົງການຂອງສະພາແຫ່ງຊາດ.
ເພີ່ມທະວີການຈັດບັນດາກອງປະຊຸມ, ສໍາມະນາແລກປ່ຽນບົດຮຽນກ່ຽວກັບບັນດາຂົງເຂດການເຄື່ອນໄຫວຂອງສະພາແຫ່ງຊາດ ລວມມີບັນດາກອງປະຊຸມຂອງສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ, ສະພາຊົນເຜົ່າ,ບັນດາອົງການຂອງສະພາແຫ່ງຊາດ, ຄະນະຜູ້ແທນສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ວຊາດກ່ຽວກັບບັນດາເນື້ອໃນທີ່ທັງສອງຝ່າຍມີຄວາມສົນໃຈນໍາກັນ, ແນໃສ່ເປັນເສນາທິການໃຫ້ສະພາແຫ່ງຊາດ, ໝູນໃຊ້ຢ່າງມີປະສິດທິຜົນເຂົ້າໃນການປະຕິບັດວຽກງານຕົວຈິງ. ເພີ່ມທະວີການພົບປະ, ແລກປ່ຽນ ລະຫວ່າງບັນດາກໍາມາທິການວິຊາສະເພາະຂອງສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ; ແບ່ງປັນປະສົບການດ້ານນິຕິບັນຍັດ, ຕິດຕາມກວດກາ, ຕັດສິນບັນຫາຍຸດທະສາດ; ສົມທົບກັນຕິດຕາມກວກາການຈັດຕັ້ງຜັນຂະຫຍາຍບັນດາໂຄງການຮ່ວມມືລົງທຶນຈຸດສຸມ, ບັນດາຂໍ້ຕົກລົງສອງຝ່າຍ.
ເພີ່ມທະວີການພົບປະ ລະຫວ່າງກຸ່ມສະມາຊິກສະພາມິດຕະພາບ, ກຸ່ມສະມາຊິກສະພາແຫ່ງຊາດເພດຍິງ, ກຸ່ມສະມາຊິກສະພາໜຸ່ມ, ແລກປ່ຽນຄະນະຜູ້ແທນສະພາປະຊາຊົນຂັ້ນແຂວງ, ນະຄອນຂຶ້ນກັບສູນກາງ, ໂດຍສະເພາະບັນດາແຂວງທີ່ມີເສັ່ນຊາຍແດນຮ່ວມກັນ ແລະ ບັນດາແຂວງທີ່ມີການພົວພັນແຮກສ່ຽວ ຂອງສອງປະເທດ.
ອີກໜຶ່ງບັນຫາທີ່ມີລັກສະນະຍຸດທະສາດແມ່ນເພີ່ມທະວີການຮ່ວມມືກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດຄຸນນະພາບສູງ, ຖືສໍາຄັນການບໍາລຸງພະນັກງານຄຸ້ມຄອງຂອງສອງສະພາແຫ່ງຊາດ.
ເພີ່ມທະວີການສົມທົບຢ່າງແໜ້ນແຟ້ນ, ຊ່ວຍເຫຼືອກັນແລະກັນ, ແລກປ່ຽນທັດສະນະຫຼັກໝັ້ນ ໃນບັນຫາສາກົນ ແລະ ພາກພື້ນ ຢູ່ບັນດາເວທີລັດຖະສະພາພາກພື້ນ ແລະ ສາກົນ ເຊັ່ນ IPU, AIPA, APPF, APF…, ຜ່ານນັ້ນຍົກສູງຖະນະບົດບາດຂອງແຕ່ລະປະເທດ ຢຸ່ໃນພາກພື້ນ ແລະ ໃນໂລກ. ພິເສດ, ສະພາແຫ່ງຊາດທັງສອງປະເທດກໍາລັງຕັ້ງໜ້າສົມທົບກັນຄົ້ນຄວ້າຮຽບຮຽງ ແລະ ຈັດພິມປື້ມ “50 ປີແຫ່ງການພົວພັນ ລະຫວ່າງ ສະພາແຫ່ງຊາດແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ສະພາແຫ່ງຊາດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ- ຮ່ວມມືຮອບດ້ານ ແລະ ພັດທະນາ” ເພື່ອໂຄສະນາຢ່າງກວ້າງຂວາງ, ຍົກສູງຄວາມຮັບຮູ້ຂອງປະຊາຊົນສອງປະເທດ ກ່ຽວກັບສາຍພົວພັນອັນສະໜິດແໜ້ນລະຫວ່າງສອງສະພາແຫ່ງຊາດ, ປະກອບສ່ວນຊ່ວຍໃຫ້ປະຊາຊົນສອງປະເທດຮັບຮູ້ເລິກເຊີ່ງກວ່າເກົ່າກ່ຽວກັບສາຍພົວພັນພິເສດຫວຽດນາມ – ລາວ.
ໃນສະພາບການຂອງໂລກ ແລະ ພາກພື້ນຜັນແປໄປຢ່າງສັບສົນ, ບົດບາດຂອງສະພາແຫ່ງຊາດນັບມື້ໄດ້ຮັບການຢັ້ງຢືນໃນການຫັນເປັນລະບອບລະບຽບແນວທາງຂອງພັກ ເປັນກົດໝາຍ, ກວດກາຕິດຕາມສູງສຸດ ແລະ ຕັດສິນບັນຫາສໍາຄັນຂອງປະເທດ, ເປັນຕົວແທນໃຫ້ແກ່ເຈດຈໍານົງ ແລະ ສິດເປັນເຈົ້າຂອງປະຊາຊົນ.
ສາຍພົວພັນລາວ – ຫວຽດນາມ ແມ່ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ໄດ້ຍົກລະດັບຂຶ້ນເປັນຫຸ້ນສ່ວນຍຸດທະສາດ, ສະແດງອອກຄໍາໝັ້ນສັນຍາການເມືອງຍາວນານ, ເປັຍຊັບສົມບັດອັນລໍ້າຄ່າ ແລະ ແຫຼ່ງກໍາລັງແຮງອັນຍິ່ງໃຫຍ່ຂອງສອງຊົນເຜົ່າ. ບົນຈິດໃຈດັ່ງກ່າວນັ້ນ, ສະພາແຫ່ງຊາດລາວ – ຫວຽດນາມ ຈະສືບຕໍ່ເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່, ປະກອບສ່ວນນໍາພາການພົວພັນຮ່ວມມືລັດຖະສະພາ ແລະ ການພົວພັນພິເສດ ຫວຽດນາມ -ລາວ ພັດທະນາຢ່າງແທ້ຈິງ, ມີປະສິດທິຜົນກວ່າເກົ່າໃນໄລຍະໃໝ່.
ໃນ 5 ປີຕໍ່ໜ້າ, ສະພາແຫ່ງຊາດສອງປະເທດຈະເພີ່ມທະວີປະສານສົມທົບກັນແນໃສ່ຜັນຂະຫຍາຍຢ່າງມີປະສິດທິຜົນບັນດາ ມະຕິຂອງສອງພັກ, ນໍາເອົາການພົວພັນຮ່ວມມືລັດຖະສະພາ ຫວຽດນາມ – ລາວ ໃຫ້ພັດທະນານັບມື້ກ້າວເຂົ້າສູ່ລວງເລິກ, ແທດຈິງ, ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ຫວຽດນາມ – ລາວ ນັບມື້ພັດທະນາກວ້າງຂວາງ ເລິກເຊິ່ງ, ແທດຈິງ, ມີປະສິດທິຜົນ, ພ້ອມນັ້ນ ປັບປຸງ ແລະ ເຮັດໃຫ້ເລິກເຊິ່ງຂຶ້ນຕື່ມ ການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ປະກອບສ່ວນຕັ້ງໜ້າເຂົ້າໃນພາລະກິດກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ ຂອງແຕ່ລະປະເທດ.


