ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການ​ຮ່ວມ​ມືໃນ​ຂົງ​ເຂດ​ດິ​ຈິ​ຕອນ ​ລະ​ຫວ່າງ​ ຈີນ-ອາຊຽນ​ ສ້າງກໍາ​ລັງ​ຂັບ​ເຄື່ອນ​ໃໝ່ ຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ ຂອ​ງ​ພາກ​ພື້ນ

Mar 19, 2025

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ໄດ້ຕັ້ງ​ໜ້າ​ນຳ​ໃຊ້ ແລະ ສົ່ງເສີມ​ເຕັກ​ໂນ​ໂລ​ຊີ​ດິ​ຈິ​ຕອນຢ່າງແຂງແຮງ, ຂະ​ໜາດ​ເສດ​ຖະ​ກິດ​ດິ​ຈິ​ຕອນ​ໄດ້ຂະຫຍາຍຕົວ​ຢ່າງວ່ອງ​ໄວ. ຕາມຂໍ້ມູນຈາກບົດ​ລາຍ​ງານ​ທີ່​ກ່ຽວ​ຂ້ອງ​ ສະ​ແດງ​ໃຫ້​ເຫັນ​ວ່າ, ຮອດ​ປີ 2030, ຂະ​ໜາດ​ເສດ​ຖະ​ກິດ​ດິ​ຈິ​ຕອນ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ຄາດ​ວ່າ​ຈະມີເຖິງ 2.000 ຕື້​ໂດ​ລາ, ພາຍ​ໃຕ້​ທ່າ​ອ່ຽງ​ລວມ​ດັ່ງ​ກ່າວ, ການ​ຮ່ວມ​ມື​ແບບ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ ​ລ​ະ​ຫວ່າງ​ຈີນ-ອາ​ຊຽນ​ໃນ​ຂົງ​ເຂດ​ດິ​ຈິ​ຕອນ​ ໄດ້​ຮັບການພັດ​ທະ​ນາ​ຢ່າງວ່ອງ​ໄວ, ຝ່າຍ​ຕ່າງໆ​ ໄດ້ຮ່ວມ​ກັນ​ຊົມ​ໃຊ້ “ຜົນ​ປະ​ໂຫຍດ​ດ້ານ​ດິ​ຈິ​ຕອນ”, ຮ່ວມ​ກັນ​ສ້າງ “ອະ​ນາ​ຄົດ​ແຫ່ງ​ດິ​ຈິ​ຕອນ”, ເພີ່ມ​ກໍາລັງ​ຂັບ​ເຄື່ອນ​ໃໝ່ຫຼາຍຂຶ້ນກວ່າ​ເກົ່າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ​ຂອງ​ພາກ​ພື້ນ.
ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ຊຽນ​ໃນ​ຂົງ​ເຂດ​ດິ​ຈິ​ຕອນໄດ້​ຮັບ​ຜົນສໍາເລັດ​ຢ່າງ​ອຸ​ດົ​ມ​ສົມ​ບູນ. ໃນດ້ານການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ດິ​ຈິ​ຕອນ, ຈີນ ໄດ້​ສ້າງ​ສາຍໄຍແກ້ວທາງ​ບົກ​ຂ້າມ​ຊາຍແດນຫຼາຍກວ່າ 30 ສາຍລະຫວ່າງຈີນ-ລາວ, ຈີນ​-ຫວຽດ​ນາມ, ຈີນ-ມຽນ​ມາ ແລະອື່ນໆ, ແລະ​ໄດ້​ເຊື່ອມ​ຕໍ່​​ເຄືອ​ຂ່າຍຂອງ​ບໍ​ລິ​ສັດ​ໂທ​ລະ​ຄົມ 10 ກວ່າ​ແຫ່ງ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ. ນອກ​ນີ້, ວິ​ສາ​ຫະ​ກິດ​ຈີນ ​ຍັງ​ໄດ້​ຊຸກ​ຍູ້ການພັດທະນາພື້ນຖານໂຄງລ່າງດິຈິຕອນ 5G ຢູ່​ໄທ, ດຳ​ເນີນ​ໂຄງ​ການ​ສະ​ເພາະ​ກິດ​ດ້ານ​ອິນ​ເຕີ​ເນັດ​ລະ​ດັບ​ຊາດ​ຢູ່​ອິນ​ໂດ​ເນ​ເຊຍ, ສ້າງສູນຂໍ້ມູນ​ຂ່າວ​ສານ​ແຫ່ງ​ຊາດ​ຢູ່​ມາ​ເລ​ເຊຍ. ມາດ​ຕະ​ການ​ເຫຼົ່າ​ນີ້ ​ບໍ່​ພຽງ​ແຕ່​ໄດ້​ຍົກ​ສູງ​ລະ​ດັບ​ການ​ບໍ​ລິ​ການ​ດ້ານ​ດິ​ຈິ​ຕອນ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ​ເທົ່າ​ນັ້ນ, ແຕ່​ຍັງ​ໄດ້​ສ້າງ​ພື້ນ​ຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ຫັນ​ເປັນ​ແບບ​ດິ​ຈິ​ຕອນ​ຂອ​ງ​ພາກ​ພື້ນອີກດ້ວຍ.
ປັດ​ຈຸ​ບັນ, ເສດ​ຖະ​ກິດ​ດິ​ຈິ​ຕອນ ​ໄດ້​ກາຍ​ເປັນ​ຫົວ​ຈັກ​ສຳ​ຄັນ​ທີ່​ຊຸກ​ຍູ້​ການ​ເຕີບ​ໂຕ​ດ້ານ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ. ໃນຊຸມປີມໍ່ໆມານີ້, ການ​ຄ້າເອເລັກໂຕຣນິກ​ຂ້າມ​ຊາດ​ ໄດ້​ເພີ່ມ​ຂຶ້ນ​ດ້ວຍ​ຈັງ​ຫວະ​ສູງກວ່າ 20% ສະເລ່ຍຕໍ່​ປີ ເຊິ່ງໄດ້ເສີມ​ຂະ​ຫຍາຍ​ບົດ​ບາດ​ນັບ​ມື້​ສຳ​ຄັນ​ກວ່າ​ເກົ່າ​ໃນ​ການ​ຄ້າ​ສອງ​ຝ່າຍ. ພ້ອມ​ກັນ​ນັ້ນ, ການ​ຊຳ​ລະ​ບັນ​ຊີ​ແບບ​ເຄື່ອນ​ທີ່​ໄດ້ຂະຫຍາຍກວ້າງຂວາງ​ອອກ​ຢູ່​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ໄດ້​ເພີ່ມ​ພະ​ລັງ​ຊີ​ວິດ​ເຂົ້າ​ໃນ​ເສດ​ຖະ​ກິດ​ພາກ​ພື້ນ, ຕົວ​ຢ່າງ: ​ການເຊື່ອມ​ຕໍ່ເຄືອ​ຂ່າຍ ​QR CODE ລະ​ຫວ່າງ UnionPay International ກັບເຄືອ​ຂ່າຍ​ຊຳ​ລະ​ບັນ​ຊີ​ແຫ່ງ​ຊາດ​ລາວ (LAPNet)ດ້ວຍຜົນ​ສຳ​ເລັດໃນ​ທ້າຍ​ປີ 2024. ຄວາມ​ຄືບ​ໜ້າ​ແບບ​ບຸກ​ທະ​ລຸ​ດັ່ງ​ກ່າວ ​ເຮັດ​ໃຫ້​ຜູ້​ບໍ​ລິ​ໂພກສາ​ມາດ​ສະ​ແກນຊຳລະເງິນຢູ່​ຕາມຮ້ານ​ຄ້າ​ຕ່າງໆຂອງລາວຢ່າງສະດວກສະບາຍ ໂດຍຜ່ານ APP UnionPay ເຊິ່ງ​ໄດ້​ອຳ​ນວຍ​ຄວາມ​ສະ​ດວກ​ຢ່າງຫຼວງຫຼາຍ​ໃນ​ການ​ບໍ​ລິ​ໂພກ​ປະ​ຈຳ​ວັນ ແລະ ຊຸກ​ຍູ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ການ​ເຄື່ອນ​ໄຫວດໍາເນີນ​ທຸ​ລະ​ກິດການ​ຄ້າ.
ການພັດທະນາແບບ​ຍືນ​ຍົງ​ຂອງ​ການ​ຮ່ວມມືດ້ານດິຈິຕອນ ​ບໍ່​ສາ​ມາດ​ປາ​ສະ​ຈາກ​ການ​ສະ​ໜັບ​ສະ​ໜູນຂອງ​ຜູ້​ທີ່ມີຄວາມຮູ້ຄວາມສາມາດ. ໃນຊຸມປີມໍ່ໆມານີ້, ວິສາ​ຫະ​ກິດ​ຈີນ ໄດ້ມີສ່ວນຮ່ວມຢ່າງແຂງແຮງໃນ​ການຈັດ​ຝຶກອົບ​ຮົມບຸກຄະລາກອນ​​ດ້ານ​ດິ​ຈິ​ຕອນ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ, ຕົວ​ຢ່າງ: ບໍ​ລິ​ສັດ​ອາ​ລີ​ບາບາ ກັບ​ກະຊວງການຄ້າກຳປູເຈຍ ​ໄດ້​ເຊັນ​ສັນ​ຍາ​ການ​ຮ່ວມ​ມື ເພື່ອສະ​ໜອງ​ການ​ອົບ​ຮົມ​ເຕັກ​ໂນ​ໂລ​ຊີ​ດິ​ຈິ​ຕອນ​ໃຫ້ແກ່ວິສາຫະກິດຂະໜາດກາງແລະນ້ອຍຂອງກຳປູເຈຍ; ບໍລິສັດຫົວເຫວີຍ​ ມີແຜນຈະຈັດຝຶກ​ອົບ​ຮົມ​ບຸກຄະລາກອນ​ດ້ານ​ດິ​ຈິ​ຕອນ ຈຳ​ນວນ 1 ແສນ​ຄົນ​ໃຫ້​ແກ່ໄທ​ກ່ອນ​ປີ 2025.
ນອກ​ນີ້, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານຂອງລາວ​ ທີ່​ຈີນ​ໃຫ້ການຊ່ວຍ​ເຫຼືອ​ສ້າງ​ຂຶ້ນ​ນັ້ນ​ ໄດ້​ກາຍເປັນ​ເວ​ທີ​ສຳ​ຄັນ​ໃຫ້​ແກ່​ການ​ບຳ​ລຸງ​ສ້າງ​ນັກ​ວິ​ຊາ​ການດ້ານ​ເຕັກ​ໂນ​ໂລ​ຊີ​ການ​ສື່​ສານຂອງລາວ. ມາດ​ຕະ​ການ​ເຫຼົ່າ​ນີ້​ ບໍ່​ພຽງ​ແຕ່​ໄດ້​ຍົກ​ສູງ​ຄວາມ​ສາ​ມາດ​ດ້ານ​ເຕັກ​ໂນໂລຊີດິຈິຕອນຂອງ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ເທົ່າ​ນັ້ນ, ແຕ່​ຍັງ​ໄດ້​ສ້າງ​ພື້ນ​ຖານ​ດ້ານ​ບຸກຄະລາກອນ​ທີ່​ໜັກ​ແໜ້ນ​ໃຫ້​ແກ່​ການ​ຮ່ວມ​ມືໃນ​ໄລ​ຍະ​ຍາວລະຫວ່າງສອງ​ຝ່າຍ.
ສິ່ງທີ່ໜ້າສົນໃຈຄື: ເຂດການຄ້າ​ເສ​ລີ​ຈີນ-ອາ​ຊຽນ​ແບບ 3.0 ໄດ້ກວມເອົາການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໃໝ່​ຕ່າງໆ ເຊັ່ນ: ເສດຖະກິດດິຈິຕອນ, ປັນຍາປະດິດ ແລະອື່ນໆ​ເປັນ​ຄັ້ງ​ທຳ​ອິດ ເຊິ່ງໄດ້ບຸກເບີກພື້ນທີ່ອັນກວ້າງຂວາງທີ່ໃໝ່ອ່ຽມໃຫ້ແກ່ການຮ່ວມມື​ສອງ​ຝ່າຍ. ການຊຸກຍູ້ໃຫ້ສັນຍາເຂດການຄ້າ​ເສ​ລີ​ຈີນ-ອາ​ຊຽນ​ແບບ 3.0 ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ການ​ເປີດກວ້າງ​ຂອບ​ເຂດ​ການ​ຮ່ວມ​ມື​ໃນຂົງເຂດດິຈິຕອນຕື່ມອີກເປັນເລື່ອງທີ່ຕ້ອງໄດ້ຈັດຕັ້ງປະຕິບັດ, ຕົວຢ່າງ: ເຂດກວາງຊີຈີນ ແລະ ລາວ​ໄດ້​ເຊັນ​ສັນ​ຍາ​ວ່າ​ດ້ວຍ​ການ​ຮ່ວມ​ກັນ​ສ້າງ​ສູນ​ຮ່ວມ​ມື​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ປັນ​ຍາ​ປະ​ດິດ ເຊິ່ງກາຍ​ເປັນ​ເວ​ທີ​ປະ​ດິດ​ສ້າງ​ໃໝ່​ດ້ານ​ການ​ຮ່ວມ​ມື​ປັນ​ຍາ​ປະ​ດິດ​ແຫ່​ງທຳ​ອິດ​ທີ່​ຈີນ​ເຊັນ​ສັນ​ຍາ​ຮ່ວມ​ມື​ກັບ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ.
ນອກ​ນີ້, ຈີນ ແລະ ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນຍັງ​ໄດ້​ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ​ດ່ານ​ອັດ​ສະ​ລິ​ຍະ, ຕົວ​ຢ່າງ: ການ​ສ້າງ​ດ່ານ​ອັດ​ສະ​ລິ​ຍະ​ບໍ່​ຫານ ເຮັດ​ໃຫ້​ເວ​ລາ​ກວດ​ກາເພື່ອປ່ອຍຜ່ານ​ລົດ​ບັນ​ທຸກ​ສິນ​ຄ້າ​ຫຼຸດລົງຢ່າງຫຼວງຫຼາຍ, ​ຈາກ 8-10 ນາ​ທີ​ໃນ​ເມື່ອ​ກ່ອນ ຫຼຸດ​ລົງ​ເຫຼືອ​ແຕ່ 4 ນາ​ທີ​ໃນ​ປັດ​ຈຸ​ບັນ​ ເຊິ່ງ​ໄດ້​ຍົກ​ສູງ​ປະ​ສິດ​ທິ​ພາບ​ຂອງ​ການ​ຜ່ານ​ດ່ານ​ຢ່າງຫຼວງຫຼາຍ ແລະ ໄດ້ຊຸກຍູ້ການອໍານວຍ​ຄວາມ​ສະ​ດວກສະບາຍ​ທາງດ້ານການ​ຄ້າ​ໃນ​ພາກ​ພື້ນ​ຢ່າງ​ແຂງ​ແຮງ.
ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ ແລະ ອາ​ຊຽນ​ໃນ​ຂົງ​ເຂດ​ດິ​ຈິ​ຕອນ ກໍາລັງ​ເພີ່ມກຳລັງຂັບ​ເຄື່ອນໃໝ່​ທີ່​ແຂງ​ແຮງກວ່າເກົ່າ​ເຂົ້າ​ໃນ​ການ​ພັດ​ທ​ະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ພາກ​ພື້ນ. ຈາກ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ​ຮອດ​ການ​ບຳ​ລຸງ​ສ້າງ​ດ້ານບຸກຄະລາກອນ, ຈົນເຖີງການປະ​ດິດ​ສ້າງ​ໃໝ່​ດ້ານ​ເສດ​ຖະ​ກິດ​ດິ​ຈິ​ຕອນ. ການ​ຮ່ວມ​ມື​ສອງ​ຝ່າຍ​ໄດ້​ຮັບຜົນສໍາເລັດ​ຢ່າງ​ຈົບ​ງາມ ແລະ ມີ​ກຳ​ລັງ​ແຮງບົ່ມ​ຊ້ອນ​ຢ່າງ​ໃຫຍ່ຫຼວງ.
ໃນ​ອະ​ນາ​ຄົດ, ຄຽງ​ຄູ່​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນດາໂຄງ​ການ​ຮ່ວມ​ມືໃຫ້ຫຼາຍຂຶ້ນກວ່າ​ເກົ່າ, ຈີນ ແລະ ອາ​ຊຽນ ​ຈະ​ຮ່ວມ​ກັນ​ສ້າງ​ລະ​ບົບ​ນິ​ເວດ​ດິ​ຈິ​ຕອນທີ່ເປີດກວ້າງ, ກວມ​ລວມ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງຫຼາຍຂຶ້ນກວ່າ​ເກົ່າ ເພື່ອເພີ່ມ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ເຂົ້າ​ໃນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໃນພາກ​ພື້ນ ກໍ​ຄື​ຂອງ​ໂລກ.
ທີ່ມາ: CMG