ອີງຕາມບົດລາຍງານທີ່ ທ່ານ ວອນ ວໍລະສານ ຫົວໜ້າພະ ແນກການເງິນ ແຂວງວຽງຈັນ ລາຍງານໃນໂອກາດ ທີ່ທ່ານ ພູທະນູເພັດ ໄຊສົມບັດ ຮອງເລຂາພັກແຂວງວຽງຈັນ ໄດ້ພົບປະໂອ້ ລົມພະນັກງານຫຼັກແຫຼ່ງຂົງເຂດການເງິນແຂວງວຽງຈັນ ໃນວັນ ທີ 7 ຕຸລານີ້ ທີ່ຫ້ອງປະຊຸມພະແນກການເງິນແຂວງວຽງຈັນ ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດແຜນງົບ ປະມານແຫ່ງລັດ ຂອງແຂວງວຽງຈັນ ໃນໄລຍະ 9 ເດືອນ ປີ 2024 ຊຶ່ງມີຕົວເລກຄາດ ໝາຍສູ້ຊົນທາງດ້ານລາຍຮັບ-ລາຍຈ່າຍ ແຜນລາຍຮັບປະຈຳປີ 2024 ຂອງແຂວງ ມີທັງໝົດ 333.93 ຕື້ກີບ. ໃນນີ້, ມີພູດສູນກາງ 76.10 ຕື້ກີບ; ພູດທ້ອງຖິ່ນ 257.83 ຕື້ກີບ;
ການເກັບລາຍຮັບປັດຈຸບັນ ສາມາດເກັບລາຍຮັບໄດ້ທັງໝົດ 338.40 ຕື້ກວ່າກີບ ເທົ່າກັບ 101.34% ຂອງຂອງແຜນການປີ. ໃນນີ້ມີ: ພູດສູນກາງປະຕິບັດໄດ້ 83.94 ຕືິກີບ ເທົ່າກັບ 110.31% ຂອງແຜນການປີ; ພູດທ້ອງຖິ່ນປະຕິບັດໄດ້ 254.46 ຕື້ກີບ ເທົ່າກັ ບ98.69% ຂອງແຜນການປີ.
ສໍາລັບດ້ານລາຍຈ່າຍ ປະຕິບັດໄດ້ທັງໝົດ 587.29 ຕື້ກີບ ເທົ່າກັບ 83.19% ຂອງແຜນການປີ, ຊຶ່ງໄດ້ຮັບປະກັນການປະຕິບັດລາຍຈ່າຍບໍລິຫານກົງຈັກພັກ-ລັດ ຂອງແຂວງ ເປັນຕົ້ນ ການເບີກຈ່າຍເງິນເດືອນ, ເງິນອຸດໜູນ ໃຫ້ພະນັກງານ-ລັດຖະກອນເປັນບູລິມະສິດທັນຕາມເວລາ.



