ເມື່ອບໍ່ດົນມານີ້, ຜູ້ຕາງຫນ້າຈາກສະຫະພາບ ເອີຣົບ ປະຈຳ ສປປ ລາວ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ, ອົງການຮ່ວມມືພັດທະນາລຸກຊໍາບວກ ແລະ ຄູ່ຮ່ວມງານຫຼາຍຝ່າຍ ເຄື່ອນ ໄຫວຢ້ຽມຢາມ ໂຄງການທັກສະເພື່ອການທ່ອງທ່ຽວ, ກະສິກໍາ ແລະ ປ່າໄມ້ (STAF) ທີ່ແຂວງ ບໍ່ແກ້ວ.
ໂຄງການ STAF ມີຈຸດປະສົງ ເພື່ອເສີມສ້າງທັກສະ ແລະ ສ້າງຄວາມສາມາດໃນການປະກອບອາຊີບໃຫ້ໄວໜຸ່ມໃນຂະແໜງການທີ່ສຳຄັນ ເຊິ່ງເປັນເປົ້າໝາຍລວມຕໍ່ການປະກອບສ່ວນເຂົ້າໃນການເສີມສ້າງສີມືແຮງງານທີ່ມີທັກສະໃຫ້ເພີ່ມຂຶ້ນ ແລະ ການພັດ ທະນາແບບຍືນຍົງໃນ ສປປ ລາວ.
ການລົງຢ້ຽມຢາມຄັ້ງນີ້ ຖືເປັນໂອກາດສຳຄັນໃຫ້ແກ່ບັນດາຄູ່ຮ່ວມງານຂອງພວກເຮົາໄດ້ແບ່ງປັນ ແລະ ແລກປ່ຽນຄວາມຄິດ ເຫັນ ການພັດທະນາສີມືແຮງງານໃນ ສປປ ລາວ. ຂະນະດຽວ ກັນບັນດາຄູ່ຮ່ວມງານກໍ່ໄດ້ສຳພັດ, ຕິດຕາມກິດຈະກຳຕົວຈິງ ແລະ ເຫັນວ່າການສະໜັບສະໜູນນີ້ມີຄວາມໝາຍຄວາມສຳຄັນຕໍ່ຊຸມຊົນ ແລະ ທ້ອງຖິ່ນ.
ທີ່ມາ: European in Laos






