ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການເຄື່ອນໄຫວ ຄະນະຜູ້ແທນ ສປປ ລາວ ໃນການເຂົ້າຮ່ວມກອງປະຊຸມ ສະມັດຊາໃຫຍ່ ສປຊ ສະໄໝທີ 80 ແລະ ບັນດາກອງປະຊຸມປິ່ນອ້ອມ.

Sep 26, 2025

ໃນວັນທີ 24 ກັນຍາ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສືບຕໍ່ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ ສປຊ ສະໄໝທີ 80 ແລະ ກອງປະຊຸມປິ່ນອ້ອມຕ່າງໆ, ລວມທັງ ກອງປະຊຸມສຸດຍອດ ຮອບວຽນ 2 ປີ ຄັ້ງທໍາອິດ ວ່າດ້ວຍເສດຖະກິດສາກົນທີ່ຍືນຍົງ, ກວມລວມ ແລະ ເຂັ້ມແຂງ (First Biennial Summit for a Sustainable, Inclusive and Resilient Global Economy). ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໂດຍການເປັນປະທານຂອງ ທ່ານ ແອນໂຕນິໂອ ກຸເຕເຣສ (Antonio Guterres), ເລຂາທິການໃຫຍ່ ອົງການ ສປຊ ທີ່ມີຈຸດປະສົງເພື່ອເປີດໂອກາດໃຫ້ບັນດາປະເທດສະມາຊິກ ສປຊ, ອົງການຈັດຕັ້ງສາກົນ ແລະ ສະຖາບັນການເງິນ ໄດ້ຮ່ວມກັນປຶກສາຫາລື ແລະ ນຳສະເໜີວິທີແກ້ໄຂສິ່ງທ້າທາຍ ພ້ອມທັງ ເລັ່ງລັດຂະບວນການສະໜອງທຶນເພື່ອການພັດທະນາ ໂດຍສອດຄ່ອງຕາມ 2 ເອກະສານສໍາຄັນ ທີ່ໄດ້ຖືກຮັບຮອງໃນໄລຍະຜ່ານມາ ກໍຄື ຂໍ້ຕົກລົງສາກົນວ່າດ້ວຍອະນາຄົດ (Pact for the Future) ເເລະ ຄວາມໝາຍໝັ້ນ ເຊີວີລ (Seville Commitment) ທີ່ຖືເປັນແນວທາງ ເພື່ອຮັບປະກັນການບັນລຸວາລະ 2030 ເພື່ອການພັດທະນາເເບບຍືນຍົງ. ໃນນັ້ນ ສປປ ລາວ ໄດ້ຕີລາຄາສູງຕໍ່ຄວາມພະຍະຍາມຂອງ ອົງການ ສປຊ ລວມເຖິງພາກສ່ວນກ່ຽວຂ້ອງ ໃນການຜັນຂະຫຍາຍ 2 ເອກະສານດັ່ງກ່າວ ເເລະ ໄດ້ເຫັນດີສະໜັບສະໜູນ ການປະຕິຮູບພື້ນຖາມໂຄງລ່າງທາງດ້ານການເງິນຂອງ ອົງການ ສປຊ ແນໃສ່ຫັນປ່ຽນວຽກງານການສະໜອງທຶນ ເພື່ອການພັດທະນາ ໃຫ້ສາມາດຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການຕົວຈິງ ແລະ ຮັບປະກັນ ການບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ (ປພຍ) ໃຫ້ປະສົບຜົນສໍາເລັດຕາມໄລຍະຄາດໝາຍ. ພ້ອມດຽວກັນນັ້ນ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເເຈ້ງຕໍ່ທີ່ປະຊຸມ ກ່ຽວກັບ ຄວາມພະຍະຍາມຂອງ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ເເລະ ໄດ້ຮຽກຮ້ອງໃຫ້ບັນດາປະເທດຄູ່ຮ່ວມພັດທະນາ ເເລະ ວົງຄະນະຍາດສາກົນ ຍົກສູງ ເອກະສານຄວາມໝາຍໝັ້ນ ເຊີວີລ ເພື່ອຮັບປະກັນການພັດທະນາເເບບຍືນຍົງໃຫ້ທຸກຄົນທົ່ວໂລກ.
May be an image of 6 people, newsroom and text
ໃນພາກບ່າຍຂອງວັນດຽວກັນ, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມ ແລະ ກ່າວປະກອບຄໍາເຫັນ ໃນກອງປະຊຸມປະຈໍາປີຄັ້ງທີ 49 ຂອງບັນດາລັດຖະມົນຕີການຕ່າງປະເທດຂອງກຸ່ມ 77 ແລະ ຈີນ, ພາຍໃຕ້ຄໍາຂວັນ “ເສີມຄວາມເຂັ້ມແຂງໃຫ້ແກ່ລະບົບການພົວພັນຫຼາຍຝ່າຍ ເພື່ອການພັດທະນາແບບຍືນຍົງ: ການເລັ່ງລັດບັນດາເປົ້າໝາຍ ບູລິມະສິດ ຂອງກຸ່ມປະເທດ ໂລກໃຕ້ ບົນເນື້ອໃນ-ຈິດໃຈ ວາລະຄົບຮອບ 80 ປີ ອົງການ ສະຫະປະຊາຊາດ (Strengthening multilateralism for sustainable development: advancing the priorities of the Global South in the Context of the 80th Anniversary of the United Nations)” ທ່ານລັດຖະມົນຕີ ໄດ້ຢໍ້າຄືນເຖິງຄວາມໝາຍໝັ້ນຂອງ ສປປ ລາວ ໃນການຮ່ວມມືກັບບັນດາປະເທດ G77 ເພື່ອຮັບມືກັບຜົນກະທົບທາງດ້ານດິນຟ້າອາກາດ, ການປະຕິຮູບພື້ນຖານໂຄງລ່າງ ດ້ານການເງິນຂອງສາກົນ, ການເຂົ້າເຖິງເຕັກໂນໂລຊີທັນສະໄໝ, ເເລະ ການເຄົາລົບບັນດາຍຸດທະສາດ ເເລະ ນະໂຍບາຍເເຫ່ງຊາດ ຂອງ ປະເທດສະມາຊິກ, ເຊິ່ງກົງກັບທັດສະນະຂອງ ກຸ່ມ 77 ແລະ ຈີນ ທີ່ຍາມໃດກໍໄດ້ຊຸກຍູ້ໃຫ້ມີການປະຕິຮູບລະບົບການພັດທະນາຂອງ ອົງການ ສປຊ ເພື່ອຮັບປະກັນຜົນປະໂຫຍດສູງສຸດ ໃຫ້ເເກ່ບັນດາກຸ່ມປະເທດທີ່ມີເງື່ອນໄຂຄວາມຈໍາເປັນພິເສດ.
ພ້ອມນັ້ນ, ທ່ານ ກໍໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ-ກຸ່ມພັນທະມິດ ປາຊິຟິກ ຄັ້ງທີ 8 ພາຍໃຕ້ການເປັນປະທານຮ່ວມຂອງ ສິງກະໂປ ແລະ ໂກລົມບີ. ໃນກອງປະຊຸມດັ່ງກ່າວ ທ່ານ ລັດຖະມົນຕີ ໄດ້ຊຸກຍູ້ໃຫ້ ASEAN-Pacific Alliance ຮັດແໜ້ນ ການຮ່ວມມືເພື່ອສົ່ງເສີມການຄ້າ-ການລົງທຶນ, ສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບຕ່ອງໂສ້ການຜະລິດ ແລະ ຂະຫຍາຍການຄ້າອອນລາຍ ເພື່ອຮັບປະກັນໃຫ້ເສດຖະກິດຂອງສອງພາກພື້ນ ສາມາດແຂ່ງຂັນໃນລະດັບສາກົນໄດ້. ສຳລັບ ທິດທາງໃນຕໍ່ໜ້າ ສອງຝ່າຍໄດ້ຕົກລົງເຫັນດີ ໃຫ້ລິເລີ່ມຂະບວນການເຈລະຈາຮ່າງແຜນວຽກ ASEAN-Pacific Alliance ສົກປີ 2027-2030 ໂດຍສະເໜີໃຫ້ມີຂົງເຂດການຮ່ວມມືໃນຂົງເຂດອື່ນໆຕື່ມ ເປັນຕົ້ນແມ່ນ: ພະລັງງານທົດແທນ, ເສດຖະກິດດີຈິຕອນ ແລະ ການສົ່ງເສີມການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ.
ໃນພາກເຊົ້າຂອງວັນດຽວກັນນັ້ນ, ທ່ານ ຮອງລັດຖະມົນຕີ ກໍຍັງໄດ້ເຂົ້າຮ່ວມ ກອງປະຊຸມປິ່ນອ້ອມລະດັບລັດຖະມົນຕີ ຈຸດປະສານງານ ເຄືອຂ່າຍວຽກງານ ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ (WPS) ໂດຍການເປັນເຈົ້າພາບຮ່ວມຂອງ ຍີ່ປຸ່ນ ແລະ ນອກແວ. ກອງປະຊຸມດັ່ງກ່າວ ເປັນເວທີໃນການສົ່ງເສີມບົດບາດຂອງແມ່ຍິງ ໃນຂະບວນການສ້າງສັນຕິພາບ ແລະ ເພີ່ມທະວີການປົກປ້ອງສິດທິຂອງແມ່ຍິງ ແລະ ເດັກຍິງໃນພື້ນທີ່ ທີ່ມີຄວາມຂັດແຍ່ງ. ທ່ານ ຮອງລັດຖະມົນຕີ ໄດ້ກ່າວຄຳເຫັນຍົກໃຫ້ເຫັນເຖິງຄວາມໝາຍໝັ້ນຂອງ ສປປ ລາວ ໃນການສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ, ການສົ່ງເສີມການມີສ່ວນຮ່ວມຂອງແມ່ຍິງໃນການຕັດສິນບັນຫາ ແລະ ການດຳເນີນວາລະ WPS ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເປົ້າໝາຍວາລະ 2030 ຂອງສາກົນ ລວມທັງການສົ່ງເສີມບົດບາດຂອງແມ່ຍິງ ໃນພາລະກິດປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ເຊິ່ງເປັນສິ່ງຈຳເປັນ ໃນການສ້າງສັງຄົມທີ່ມີສ່ວນຮ່ວມ, ຍຸຕິທຳ ແລະ ຍືນຍົງ.
May be an image of 2 people and text May be an image of 2 people, newsroom and the Queensboro Bridge
ນອກຈາກນັ້ນ, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ພົບປະສອງຝ່າຍກັບ ເລຂາທິການໃຫຍ່ຂອງກົນໄກວ່າດ້ວຍການປຶກສາຫາລື ແລະ ການສ້າງມາດຕະການໃນການໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນໃນ ອາຊີ (CICA) ເພື່ອແລກປ່ຽນທັດສະນະ ແລະ ປຶກສາຫາລືການຮ່ວມມືໃນຂົງເຂດທີ່ມີຜົນປະໂຫຍດຮ່ວມກັນ ລວມທັງຂົງເຂດວຽກງານ ສົ່ງເສີມສັນຕິພາບ, ເສີມຂະຫຍາຍຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງໃນພາກພື້ນ.
ພ້ອມດຽວກັນ, ທ່ານ ຮອງລັດຖະມົນຕີ ໄດ້ພົບປະກັບ ທ່ານນາງ ເອ ເບີຣິຊ ເອກຄິນຊີ (A. Berris Ekinci) ຮອງລັດຖະມົນຕີການຕ່າງປະເທດ ຕວັກກີ, ເພື່ອຮ່ວມກັນຕີລາຄາການພົວພັນຮ່ວມມືໃນໄລຍະຜ່ານມາ, ທັງໃນຂອບສອງຝ່າຍ ແລະ ພາກພື້ນ, ແລະ ສະພາບການສາກົນໂດຍລວມ. ພ້ອມນັ້ນ, ກໍໄດ້ແລກປ່ຽນທັດສະນະກ່ຽວກັບບູລິມະສິດ ແລະ ທ່າແຮງໃນການຮ່ວມມືໃນຕໍ່ໜ້າ ລວມທັງການສົ່ງເສີມ ແລະ ຊອກຫາຊ່ອງທາງເພື່ອຂະຫຍາຍການຮ່ວມມືໃນດ້ານການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ ແລະ ຂະແໜງການອື່ນໆທີ່ມີທ່າແຮງ ເຊັ່ນ: ການສຶກສາ, ສາທາລະນະສຸກ, ໂຄງຮ່າງພື້ນຖານ ໂດຍສະເພາະການເຊື່ອມໂຍງເຊື່ອມຈອດ, ເຕັກໂນໂລຊີ, ແລະ ພະລັງງານ ເປັນຕົ້ນ. ທ້າຍສຸດ, ທ່ານ ຮອງລັດຖະມົນຕີ ໄດ້ເຊື້ອເຊີນໃຫ້ ທ່ານ ຮອງລັດຖະມົນຕີ ຕວັກກີ ມາຢ້ຽມຢາມ ສປປ ລາວ ໂດຍປະກອບຄະນະຜູ້ແທນຂັ້ນສູງ ພ້ອມດ້ວຍຄະນະຜູ້ແທນດ້ານການຄ້າ ແລະ ທຸລະກິດ ເພື່ອຊ່ວຍອໍານວຍໃຫ້ແກ່ ການຈັດຕັ້ງປະຕິບັດ ເພື່ອບັນລຸເປົ້າໝາຍການຮ່ວມມືຂອງທັງສອງຝ່າຍ.
ຂ່າວ – ພາບ : ກົມການຂ່າວ, ກະຊວງການຕ່າງປະເທດ