ໃນລະຫວ່າງວັນທີ 23–24 ມີນາ 2025, ກອງປະຊຸມເວທີປຶກສາຫາລືຂັ້ນສູງການພັດທະນາຈີນ ປະຈຳປີ 2025 ພາຍໃຕ້ຄຳຂວັນທີ່ວ່າ: “ປ່ອຍພະລັງຂັບເຄື່ອນການພັດທະນາຢ່າງຮອບດ້ານ, ຮ່ວມກັນຊຸກຍູ້ໃຫ້ເສດຖະກິດໂລກເຕີບໂຕຢ່າງໜັກແໜ້ນ”, ໄດ້ດຶງດູດຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ວິສາຫະກິດຂ້າມຊາດທີ່ນອນຢູ່ໃນບັນຊີລາຍຊື່ 500 ອັນດັບສຸດຍອດ ວິສາຫະກິດລະດັບໂລກ ລວມທັງໝົດ 100 ກວ່າທ່ານເຂົ້າຮ່ວມ. ໃນທ່າມກາງສະພາບທີ່ເສດຖະກິດໂລກພວມຜະເຊີນໜ້າກັບຄວາມບໍ່ແນ່ນອນຫຼາຍຢ່າງ, ເວທີປຶກສາຫາລືຂັ້ນສູງກ່ຽວກັບການພັດທະນາຂອງຈີນໄດ້ກາຍເປັນຈຸດສຸມແຫ່ງຄວາມສົນໃຈຂອງທົ່ວໂລກ, ສ່ວນທ່າທີແຫ່ງການເປີດປະຕູສູ່ພາຍນອກ ແລະ ການຮ່ວມມືກັບພາຍນອກຂອງຈີນ ໄດ້ນຳເອົາໂອກາດໃໝ່ມາໃຫ້ການພັດທະນາເສດຖະກິດໂລກ.
ກອງປະຊຸມເວທີປຶກສາຫາລືຂັ້ນສູງການພັດທະນາຈີນ ປະຈຳປີ 2025 ໄດ້ສົ່ງສັນຍານຢ່າງຈະແຈ້ງວ່າ: ຈີນ ຈະສືບຕໍ່ຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງ, ຍິນດີຕ້ອນຮັບທຶນສາກົນ ຫຼື ທຶນຈາກຕ່າງປະເທດກັບຄືນສູ່ຈີນ, ຮ່ວມກັນຊົມໃຊ້ຜົນປະໂຫຍດຈາກການພັດທະນາຂອງຈີນ. ທ່າທີຄືແນວນີ້ ບໍ່ແມ່ນເປັນພຽງຄໍາຂວັນທີ່ວ່າງເປົ່າລ້າໆ, ແຕ່ໄດ້ຮັບການຈັດຕັ້ງປະຕິບັດຕົວຈິງຢ່າງເປັນຮູບປະທໍາ. ໃນຊຸມປີມໍ່ໆມານີ້, ຈີນ ໄດ້ຫຼຸດຜ່ອນຂໍ້ຈຳກັດການລົງທຶນຈາກຕ່າງປະເທດທີ່ເຂົ້າສູ່ຕະຫຼາດຈີນລົງເລື້ອຍໆ, ປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດໃຫ້ດີຂຶ້ນ, ຍົກສູງຄວາມໂປ່ງໃສຂອງນະໂຍບາຍ, ຊຸກຍູ້ໃຫ້ວິສາຫະກິດທຶນຕ່າງປະເທດສາມາດເຊື່ອມໂຍງເຂົ້າກັບຕະຫຼາດຈີນໄດ້ຢ່າງເລິກເຊິ່ງ. ເມື່ອບໍ່ດົນມານີ້, ຈີນໄດ້ເຜີຍແຜ່ “ແຜນປະຕິບັດງານກ່ຽວກັບການດຶງດູດການລົງທຶນຈາກຕ່າງປະເທດຢ່າງໜັກແໜ້ນໃນປີ 2025” ໂດຍສະເໜີມາດຕະການຕ່າງໆ, ເຊັ່ນ:ເປີດກວ້າງຈຸດທົດລອງໃນຂົງເຂດໂທລະຄົມ, ການປິ່ນປົວ, ການສຶກສາ ແລະອື່ນໆ, ເພີ່ມປະສິດທິພາບການສາທິດຈຸດທົດລອງສັງລວມແຫ່ງການເປີດກວ້າງການເປີດປະຕູສູ່ພາຍນອກຂອງຂະແໜງການບໍລິການ, ສົ່ງເສີມໃຫ້ທຶນຕ່າງປະເທດດຳເນີນການລະດົມທຶນດ້ວຍສິດການຖືຫຸ້ນຢູ່ຈີນ ແລະອື່ນໆ. ມາດຕະການເຫຼົ່ານີ້ ບໍ່ພຽງແຕ່ໄດ້ເພີ່ມຄວາມໝັ້ນໃຈໃຫ້ແກ່ບັນດາວິສາຫະກິດຕ່າງປະເທດຕໍ່ຕະຫຼາດຈີນເທົ່ານັ້ນ, ແຕ່ຍັງໄດ້ສະໜອງສິ່ງຄ້ຳປະກັນທີ່ແຂງແຮງຕໍ່ການເຕີບໂຕຢ່າງໝັ້ນທ່ຽງຂອງເສດຖະກິດໂລກອີກດ້ວຍ.
ຈີນ ມີຕະຫຼາດອັນໃຫຍ່ຫຼວງ ແລະ ຊັບພະຍາກອນທີ່ອຸດົມສົມບູນ ເຊິ່ງເປັນການສະໜອງສິ່ງຄ້ຳປະກັນທີ່ແຂງແຮງໃນດ້ານຄວາມຕ້ອງການພາຍໃນປະເທດໃຫ້ແກ່ການເຕີບໂຕຂອງເສດຖະກິດ. ທ່ານ ຫານເວີນຊິ້ວ, ຮອງຫົວໜ້າຫ້ອງການຄະນະກຳມະການການເງິນ ແລະ ເສດຖະກິດຂັ້ນສູນກາງຂອງຈີນຊີ້ອອກວ່າ: ເສດຖະກິດຈີນໄດ້ຮັກສາທ່າອ່ຽງໃນການຟື້ນຟູທີ່ດີຂຶ້ນ, ຄາດວ່າຈະມີການເລີ່ມຕົ້ນທີ່ດີໃນປີນີ້. ຈີນ ຍຶດໝັ້ນແຜນຍຸດທະສາດໄລຍະຍາວທີ່ເປີດກວ້າງຄວາມຕ້ອງການພາຍໃນ, ພະຍາຍາມສ້າງການບໍລິໂພກໃຫ້ເປັນພະລັງຂັບເຄື່ອນຕົ້ນຕໍ ແລະ ສິ່ງຄ້ຳປະກັນພື້ນຖານສຳລັບການເຕີບໂຕຂອງເສດຖະກິດ. ຮູບແບບການເຕີບໂຕທີ່ຂັບເຄື່ອນໂດຍຄວາມຕ້ອງການພາຍໃນແບບນີ້ ບໍ່ພຽງແຕ່ໄດ້ສະໜອງສິ່ງຮັບປະກັນໃຫ້ແກ່ການພັດທະນາຢ່າງໝັ້ນທ່ຽງຂອງເສດຖະກິດຈີນ ເທົ່ານັ້ນ, ແຕ່ຍັງໄດ້ສະໜອງຕະຫຼາດອັນກວ້າງຂວາງໃຫ້ແກ່ວິສາຫະກິດຂ້າມຊາດອີກດ້ວຍ. ວິສາຫະກິດຂ້າມຊາດຈຳນວນຫຼວງຫຼາຍ ເຊັ່ນ: ບໍລິສັດເອເປີນ ແລະອື່ນໆ ໄດ້ພ້ອມກັນເພີ່ມທະວີການລົງທຶນ ແລະ ການຮ່ວມມືກັບຈີນ ຍ້ອນເຫັນໄດ້ກຳລັງແຮງບົ່ມຊ້ອນອັນໃຫຍ່ຫລວງຂອງຕະຫຼາດຈີນ.
ຜົນສຳເລັດອັນພົ້ນເດັ່ນຂອງຈີນໃນການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ ແລະ ການພັດທະນາສີຂຽວ ໄດ້ນຳເອົາໂອກາດໃໝ່ມາໃຫ້ການພັດທະນາຂອງເສດຖະກິດໂລກ. ຈີນ ຕັ້ງໜ້າຊຸກຍູ້ການປະດິດສ້າງໃໝ່ ແລະ ການປະຍຸກໃຊ້ເຕັກໂນໂລຊີດິຈິຕອນ ແລະ ເຕັກໂນໂລຊີສີຂຽວ, ບໍ່ພຽງແຕ່ໄດ້ຊຸກຍູ້ການຫັນປ່ຽນຮູບແບບ ແລະ ຍົກລະດັບການພັດທະນາຂອງເສດຖະກິດພາຍໃນປະເທດ ເທົ່ານັ້ນ, ແຕ່ຍັງໄດ້ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງເສດຖະກິດໂລກ ອີກດ້ວຍ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ສະແດງຄວາມຊົມເຊີຍເປັນຢ່າງສູງຕໍ່ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ ແລະ ການພັດທະນາສີຂຽວຂອງຈີນ ຍ້ອນເຫັນວ່າຜົນງານເຫຼົ່ານີ້ ບໍ່ພຽງແຕ່ໄດ້ເພີ່ມພະລັງຂັບເຄື່ອນໃຫ້ແກ່ການພັດທະນາຂອງເສດຖະກິດຈີນເທົ່ານັ້ນ, ແຕ່ຍັງໄດ້ສະໜອງແນວຄິດໃໝ່ ແລະ ທິດທາງໃໝ່ໃຫ້ແກ່ການເຕີບໂຕຂອງເສດຖະກິດໂລກອີກດ້ວຍ.
ກອງປະຊຸມຄັ້ງນີ້ ໄດ້ດຶງດູດນັກທຸລະກິດຈຳນວນຫຼວງຫຼາຍຈາກທົ່ວໂລກເຂົ້າຮ່ວມຢ່າງຕັ້ງໜ້າ, ນີ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ: ພວກເຂົາເຈົ້າມີຄວາມໝັ້ນໃຈຕໍ່ການພັດທະນາເສດຖະກິດຂອງຈີນ ແລະ ເຫັນໃນດ້ານດີຕໍ່ຕະຫຼາດຈີນໃນໄລຍະຍາວ. ທ່ານທິມ ຄຸກ, ຫົວໜ້າຜູ້ອຳນວຍການບໍລິຫານງານຂອງບໍລິສັດເອເປີນ ແລະ ຄະນະບໍລິຫານຂັ້ນສູງຂອງວິສາຫະກິດຂ້າມຊາດອື່ນໆ ເຄີຍເດີນທາງມາຈີນເລື້ອຍໆ, ບໍ່ພຽງແຕ່ຍ້ອນແຮງຈູງໃຈຈາກຕະຫຼາດຈີນເທົ່ານັ້ນ, ແຕ່ຍັງຍ້ອນວ່າ ທ່າທີການເປີດປະຕູສູ່ພາຍນອກ ແລະ ການຮ່ວມມືກັບພາຍນອກຂອງຈີນໄດ້ສະໜອງພື້ນທີ່ການພັດທະນາຢ່າງກວ້າງຂວາງ. ສຽງຕອບຮັບທີ່ຕັ້ງໜ້າຈາກນັກທຸລະກິດເຫຼົ່ານີ້, ບໍ່ພຽງແຕ່ໄດ້ເພີ່ມຄວາມມີຊີວິດຊີວາອັນໃໝ່ເຂົ້າໃນການພັດທະນາເສດຖະກິດຈີນເທົ່ານັ້ນ, ແຕ່ຍັງໄດ້ສະໜັບສະໜູນຢ່າງແຂງແຮງໃຫ້ແກ່ການເຕີບໂຕຢ່າງໝັ້ນທ່ຽງຂອງເສດຖະກິດໂລກອີກດ້ວຍ.
ໃນໄລຍະສຳຄັນທີ່ເສດຖະກິດໂລກໄດ້ຮັບການຟື້ນຟູຄືນໃໝ່, ການເປີດປະຕູສູ່ພາຍນອກ ແລະ ການຮ່ວມມືເປັນຂໍກຸນແຈສຳຄັນທີ່ບັນລຸການເຕີບໂຕຂອງເສດຖະກິດ. ການຈັດກອງປະຊຸມເວທີປຶກສາຫາລືຂັ້ນສູງການພັດທະນາຈີນປະຈຳປີ 2025 ຢ່າງສຳເລັດຜົນນັ້ນ ໄດ້ຢືນຢັນອີກເທື່ອໜຶ່ງ ເຖິງຖານະບົດບາດທີ່ສຳຄັນຂອງຈີນໃນເສດຖະກິດໂລກ. ຈີນຈະສືບຕໍ່ຍຶດໝັ້ນການເປີດປະຕູສູ່ພາຍນອກ ແລະ ການຮ່ວມມືກັບພາຍນອກ ເພື່ອຊຸກຍູ້ການພັດທະນາເສດຖະກິດດ້ວຍຄຸນນະພາບສູງ ແລະ ປະກອບສ່ວນເຂົ້າໃນການເຕີບໂຕຢ່າງໝັ້ນທ່ຽງຂອງເສດຖະກິດໂລກ.




