ການຝຶກຊ້ອມກອບກູ້ໄພພິບັດ ຝ່າຍດຽວ ປະຈຳປີ 2024 ສຳເລັດຢ່າງຈົບງາມໃນວັນທີ 2 ພະຈິກ 2024, ຢູ່ສະໜາມເຝີກຊ້ອມອ່າງນ້ຳຫຸມ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ຫົວໜ້າຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງ ປ້ອງກັນປະເທດ.
ໃນພິທີ ສະຫາຍ ພັນໂທ ຄຳຜາຍ ອ້ວນວິໄລ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ຫົວໜ້າຄະນະຊີ້ນຳພາກສະໜາມ ໄດ້ຂຶ້ນລາຍງານຄວາມມຸ້ງປະສົງ ຂອງການຝຶກຊ້ອມກອບກູ້ໄພພິບັດ ຝ່າຍດຽວ ປະຈຳປີ 2024 ຈາກນັ້ນ ໄດ້ດຳເນີນການເຝີກຊ້ອມສະແດງສວນສະໜາມ, ລາດຕະເວັນທາງອາດກາດ, ທາງນ້ຳ ແລະ ການສະແດງເຝິກຊ້ອມກອບກູ້ຊ່ວຍ ເຫຼືອຜູ້ປະສົບໄພພິບັດ ທາງນ້ຳ, ທາງບົກ ແລະ ລົບລ້າງທິດຜິດເຄມີ ສົມທົບກັບການສະແດງປະຖົມພະຍາບານຂັ້ນຕົ້ນ, ຄັດ ເລືອກໄຈ້ແຍກຜູ້ບາດເຈັບນຳສົ່ງໂຮງໝໍແຕ່ລະຂັ້ນ (ໜັກ, ກາງ, ເບົາ) ຕາມບາດກ້າວການເຝິກຊ້ອມ. ພາຍຫຼັງສຳເລັດການເຝິກຊ້ອມ ຄະນະປະທານ ແລະ ບັນດາສະຫາຍແຂກທີ່ເຂົ້າຮ່ວມການເຝີກຊ້ອມ ໄດ້ລົງກວດກາເບີ່ງສະຖານທີ່ເຝີກຊ້ອມຕົວຈິງ.
ຈາກນັ້ນ, ສະຫາຍ ພົນຕີ ສົມພອນ ມິດຕະພອນ ຮອງຫົວ ໜ້າກົມໃຫຍ່ເສນາທິການກອງທັບ, ຮອງຫົວໜ້າຄະນະຊີ້ນຳການເຝິກຊ້ອມກອບກູ້ໄພພິບັດ ຝ່າຍດຽວ ປະຈຳປີ 2024 ໄດ້ຂຶ້ນລາຍງານຜົນສຳເລັດຂອງການເຝີກຊ້ອມກອບກູ້ໄພພິບັດ ໃນຄັ້ງນີ້, ເຊີ່ງຄະນະຮັບຜິດຊອບການເຝີກໄດ້ເປັນແບບຢ່າງ, ລົງໄກ້ສິດນໍາພາ, ບັນຊາ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາແນວຄິດຂອງພະນັກ ງານ-ນັກຮົບຢ່າງຕໍ່ເນື່ອງ, ໄດ້ສ້າງແຜນການໃຫ້ຄົບຖ້ວນທຸກວຽກ ງານ, ດ້ານເນື້ອໃນການຫັດແອບກໍຖືກຕ້ອງສອດຄອງກັບສະພາບໄພພິບັດ ທີ່ເຄີຍເກີດຂຶ້ນຢູ່ປະເທດເຮົາ, ພະນັກງານ- ນັກຮົບທີ່ຖືກແຕ່ງຕັ້ງກໍເປັນເຈົ້າການປະຕິບັດຄໍາສັ່ງ, ແຈ້ງການ ແລະ ລະ ບຽບສະໜາມ ຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບສູງຕໍ່ ໜ້າທີ່ວຽກງານ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ສະຕິ ປັນຍາ-ກໍາລັງກາຍ ຂອງພະນັກງານນັກຮົບ ໃຫ້ຮູ້ໝູນໃຊ້ພາຫະ ນະ, ເຄື່ອງຈັກ ແລະ ອຸປະກອນ-ເຕັກນິກ ເຂົ້າໃນການເຝີກຊ້ອມຢ່າງສອດຄ່ອງກັບກໍລະນີຕ່າງໆທີ່ສ້າງຂຶ້ນ ແລະ ຮັບປະກັນໃຫ້ມີຄວາມປອດໄພ 100%. ທັງເປັນການກະກຽມໃຫ້ຄົບຖວ້ນໃນແຕ່ລະດ້ານ ແລະ ຫັດແອບ ເຝີກຊ້ອມໃຫ້ມີຄວາມຊໍານິຊໍານານ, ສາມາດນໍາໃຊ້ເຂົ້າໃນວຽກງານຕົວຈິງ ໃນທຸກເງື່ອນໄຂພູມີປະເທດ ແລະ ສະພາບດິນຟ້າອາກາດ.
ໂອກາດນີ້, ສະຫາຍ ພົນຕີ ປະສິດ ທ່ຽງທຳ ໄດ້ມີຄຳເຫັນໂອ້ ລົມຕໍ່ພິທີວ່າ: ການເຝີກຊ້ອມກອບກູ້ໄພພິບັດ ຂອງບັນດາເຫຼົ່າ ຮົບໃນກອງທັບປະຊາຊົນລາວ ຝ່າຍດຽວ ປະຈຳປີ 2024 ເປັນ ການຫັດແອບໃຫ້ສາມາດກຳແໜ້ນການປະຕິບັດບັນດາຫຼັກສູດວິຊາສະເພາະທີ່ໄດ້ຮຽນມາ ໃຫ້ມີຄວາມຊໍານານ ເພື່ອຮັບປະກັນການປະຕິບັດໜ້າທີ່ການເມືອງຂອງກອງທັບ ເມື່ອມີເຫດການໄພ ພິບັດເກີດຂຶ້ນ ແລະ ທັງເປັນການຫັດແອບກະກຽມຄວາມພ້ອມເດີນທາງໄປ ເຂົ້າຮ່ວມເຝີກຊ້ອມກອບກູ້ໄພພິບັດ 3 ກອງທັບ ກຳປູເຈຍ-ລາວ-ຫວຽດນາມ ຢູ່ທີ່ຣາຊະອານາ ຈັກ ກຳປູເຈຍ ໃນເດືອນ 11 ປີ 2024. ພ້ອມທັງໄດ້ຍ້ອງຍໍຊົມເຊີຍຕໍ່ການເຝິກຊ້ອມຄັ້ງນີ້ທີ່ສໍາເລັດຢ່າງຈົບງາມ.
ຂ່າວ: ໜັງສືພິມກອງທັບ









