ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການແຂວງຈໍາປາສັກ ວາງພວງມາລາ ແລະກະຕ່າດອກໄມ້ ໃນໂອກາດວັນສ້າງຕັ້ງພັກ ຄົບຮອບ 70 ປີ

Mar 22, 2025

ການແຂວງຈໍາປາສັກ ວາງພວງມາລາ ແລະກະຕ່າດອກໄມ້ ໃນໂອກາດວັນສ້າງຕັ້ງພັກ ຄົບຮອບ 70 ປີ
ຕອນເຊົ້າວັນທີ 22 ມີນາ 2025, ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນ ກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ, ພ້ອມດ້ວຍການນໍາພັກ-ລັດຈາກຂົງເຂດຕ່າງໆ ພາຍໃນແຂວງຈໍາປາສັກ ໄດ້ເຂົ້າວາງພວງມາລາ ຢູ່ທີ່ອະນຸສາວະລີນັກຮົບນິລະນາມ ແລະ ເຂົ້າວາງກະຕ່າດອກໄມ້ ທີ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ ທີ່ເດີ່ນສະໜາມແດງນະຄອນປາກເຊ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູ ລຸດລາວ ກໍຄື ບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະຫລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ພາບ: ຈັນທະວີສັກ ເຊັນສຸດໃຈ