ວັນທີ 2 ພຶດສະພາ 2025 ນີ້, ຢູ່ທີ່ເດີ່ນກິລາຂອງເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດກິດຈະກຳແຂ່ງຂັນກິລາບານເຕະມິດຕະພາບ ລະຫວ່າງ ເມືອງຫົງສາ ແລະ ຫ້ອງວ່າການປົກຄອງແຂວງໄຊຍະບູລີ, ເຊິ່ງທີມເມືອງຫົງສາ ນຳໂດຍ ທ່ານ ພອນສະຫວັນ ໄຊສົມພັນ ເຈົ້າເມືອງ ເມືອງຫົງສາ, ທີມຫ້ອງວ່າການປົກຄອງແຂວງໄຊຍະບູລີ ນຳໂດຍ ທ່ານ ອາເມ ຊົງເຍ້ຍເລັ່ງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍນັກກິລາບານເຕະ ຍິງ-ຊາຍ ແລະ ກອງເຊຍເຂົ້າຮ່ວມ.
ຈຸດປະສົງໃນການຈັດກິດຈະກຳຄັ້ງນີ້, ເພື່ອເປັນການສ້າງຂະບວນການໃຫ້ແກ່ການກະກຽມກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ທີ່ຈະໄດ້ໄຂຂຶ້ນໃນຕໍ່ໜ້ານີ້ ໃຫ້ມີບັນກາດ, ທັງເປັນຜູກແໜ້ນຄວາມສາມັກຄີ ລະຫວ່າງ ອົງການປົກຄອງເມືອງຫົງສາ, ຫ້ອງວ່າການປົກຄອງແຂວງ ແລະ ບັນດາພະແນກການຂອງແຂວງໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.
ການແຂ່ງຂັນກິລາມິດຕະພາບຄັ້ງນີ້, ໄດ້ດຳເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ເຕັມໄປດ້ວຍໄມຕີຈິດ ມິດຕະພາບ, ຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ ເຊິ່ງຜົນການແຂ່ງຂັນ ທີມບານເຕະຍິງ ເມືອງຫົງສາ ຊະນະ ທີມບານເຕະຍິງ ຫ້ອງວ່າການປົກຄອງແຂວງ 6-2 ປະຕູ, ສ່ວນການແຂ່ງຂັນບານເຕະຊາຍ ທີມບານເຕະຊາຍ ຫ້ອງວ່າການປົກຄອງແຂວງ ຊະນະ ທີມບານເຕະຊາຍ ເມືອງຫົງສາ 4-2 ປະຕູ.
ຂ່າວ-ພາບ ໂດຍ: ຖວທ ເມືອງຫົງສາ







