ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການແຂ່ງຂັນກິລາປິງປ໋ອງ ໃນງານມະຫາກຳກິລານັກຮຽນ ຄັ້ງທີ VII

Dec 17, 2024

 ເລີ່ມຂຶ້ນຢ່າງເປັນທາງການແລ້ວການແຂ່ງຂັນກິລາປິງປ໋ອງ ໃນງານມະຫາກຳກິລານັກຮຽນ ຄັ້ງທີ VII ທີ່ແຂວງສາລະວັນເປັນເຈົ້າພາບ ໃນລະຫວ່າງວັນທີ 13ຫາ22 ທັນວາ2024, ທີ່ສະໜາມກິລາ ສະໂມສອນຊາວໜຸ່ມແຂວງສາລະວັນ, ມີນັກກິລາເຂົ້າຮ່ວມແຂ່ງຂັນ ທັງໝົດ 6 ແຂວງຄື: ແຂວງສາລະວັນ ເຈົ້າພາບ, ນະຄອນຫຼວງວຽງຈັນ, ແຂວງຈຳປາສັກ, ແຂວງ ຄຳມ່ວນ, ແຂວງ ຊຽງຂວາງ ແລະແຂວງຫຼວງພະບາງ, ເພື່ອຊິງເອົາ 7 ຫຼຽນຄຳ ໃນປະເພດກິລາ 7 ລາຍການຄື: ດ່ຽວ ຊາຍ-ຍິງ, ປະເພດຄູ່ຊາຍ-ຍິງ, ປະເພດທີມຊາຍ-ຍິງ ແລະປະເພດຄູ່ປະສົມ.ການແຂ່ງຂັນນັດທໍາອິດປະເພດທີມຍິງ-ທີມຊາຍ ມີ 4 ທີມເຂົ້າແຂ່ງຂັນຄື: ນະຄອນຫຼວງວຽງຈັນ ພົບກັບ ແຂວງຈຳປາສັກ, ແຂວງສາລະວັນ ພົບກັບ ແຂວງຊຽງຂວາງ, ແຂວງຫຼວງພະບາງ ພົບກັບ ແຂວງສາລະວັນ, ນະຄອນຫຼວງ ພົບກັບ ແຂວງຊຽງຂວາງ.
ສໍາລັບການເເຂ່ງຂັນນັດຕໍ່ໄປໃນວັນທີ 17ທັນວາ2024 ເປັນການແຂ່ງປະເພດຄູ່ຊາຍ-ຄູ່ຍິງ, ຄູ່ປະສົມ. ດັ່ງນັ້ນຂໍເຊີນຊວນບັນດາທ່ານ ເຂົ້າຮ່ວມຊົມຮ່ວມເຊຍ ແລະ ໃຫ້ກຳລັງໃຈທີມນັກກິລາປິ໋ງປ່ອງ ທຸກໆແຂວງເພື່ອໃຫ້ຍາດໄດ້ໄຊຊະນະຕາມທີ່ຄາດຫວັງໄວ້ ,ສຳລັບການເຂົ້າຊົມແມ່ນເຂົ້າຊົມບໍ່ເສຍຄ່າ. ສຳລັບການແຂ່ງຂັນກິລາປິ໋ງປ່ອງ ແມ່ນແຂ່ງຂັນ ແຕ່ວັນທີ 16 -ຫາ19 ທັນວານີ້ຈື່ງສໍາເລັດ.
ຂ່າວ: ເດດອາລຸນ ແກ້ວວິໄລ
May be an image of 10 people and text