ການແຂ່ງຂັນກິລາຢູໂດ ປະເພດຕໍ່ສູ້ຊາຍຍິງຮອບຊິງຊະນະເລີດໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 12 ທີ່ ນະຄອນຫຼວງວຽງຈັນເປັນເຈົ້າພາບ ຈັດຂຶ້ນໃນວັນທີ 17 ພະຈິກ 2025 ຢູ່ສູນກິລາບູຢອງມີແຂ່ງຂັນທັງໝົດ 37ຄູ່ ປະເພດຕໍ່ສູ້ຊາຍ-ຍິງ.
ຜົນການແຂ່ງຂັນມີດັ່ງນີ້: ເພດຊາຍ: ລຸ້ນ -46 ກິໂລ ຫຼຽນຄຳນັກກິລາແຂວງຄຳມ່ວນ, ຫຼຽນເງິນແຂວງສະຫວັນນະເຂດ, ຫຼຽນທອງນະຄອນຫຼວງວຽງຈັນ. ລຸ້ນ -50 ກິໂລ ຫຼຽນຄຳແຂວງສະຫວັນນະເຂດ, ຫຼຽນເງິນແຂວງຄຳມ່ວນ ແລະ ຫຼຽນທອງນະຄອນຫຼວງວຽງຈັນ. ລຸ້ນ -55 ກິໂລຫຼຽນຄຳກະຊວງປ້ອງກັນປະເທດ, ຫຼຽນເງິນນະຄອນຫຼວງວຽງຈັນ ແລະ ຫຼຽນທອງແຂວງຊຽງຂວາງ. ລຸ້ນ -60 ກິໂລ, ຫຼຽນຄຳແຂວງວຽງຈັນ, ຫຼຽນເງິນກະຊວງປ້ອງກັນປະເທດ, ຫຼຽນທອງຮ່ວມແຂວງຊຽງຂວາງ ແລະ ນະຄອນຫຼວງວຽງຈັນ. ລຸ້ນ -66 ກິໂລ ຫຼຽນຄຳແຂວງສະຫວັນນະເຂດ, ຫຼຽນເງິນແຂວງຄຳມ່ວນ, ຫຼຽນທອງຮ່ວມແຂວງຊຽງແຂວງ ແລະ ກະຊວງປ້ອງກັນຄວາມສະຫງົບ. ລຸ້ນ -73 ຫຼຽນຄຳແຂວງອັດຕະປື, ຫຼຽນເງິນແຂວງຊຽງຂວາງ, ຫຼຽນທອງຮ່ວມ ນະຄອນຫຼວງວຽງຈັນ ແລະ ກະຊວງປ້ອງກັນປະເທດ.
ເພດຍິງ: ລຸ້ນນໍ້າໜັກ -52 ກິໂລ ຫຼຽນຄຳກະຊວງປ້ອງກັນປະເທດ, ຫຼຽນເງິນແຂວງອັດຕະປື, ຫຼຽນທອງຮ່ວມ ແຂວງສະຫວັນນະເຂດ ແລະ ແຂວງຊຽງຂວາງ. ລຸ້ນ -57 ກິໂລ ຫຼຽນຄຳກະຊວງປ້ອງກັນປະເທດ, ຫຼຽນເງິນນະຄອນຫຼວງວຽງຈັນ ແລະ ຫຼຽນທອງແຂວງສະຫວັນນະເຂດ. ລຸ້ນ -63 ກິໂລ ຫຼຽນຄຳແຂວງສະຫວັນນະເຂດ, ຫຼຽນເງິນນະຄອນຫຼວງວຽງຈັນ, ຫຼຽນທອງແຂວງຄຳມ່ວນ. ລຸ້ນ -70 ກິໂລ ຫຼຽນຄຳນະຄອນຫຼວງວຽງຈັນ, ຫຼຽນເງິນ ແຂວງຄຳມ່ວນ, ຫຼຽນທອງແຂວງອັດຕະປື. ລຸ້ນ +70 ກິໂລ ຫຼຽນຄຳ ກະຊວງປ້ອງກັນປະເທດ, ຫຼຽນເງິນແຂວງຊຽງຂວາງ ແລະ ຫຼຽນທອງແຂວງວຽງຈັນ



