ຂົວພາສາຈີນ ຂອງນັກຮຽນມັດທະຍົມຈາກຕ່າງປະເທດທົ່ວໂລກ ຄັ້ງທີ 17 ໄດ້ຈັດຂຶ້ນຢູ່ ນະຄອນທ່ຽນສິນຂອງຈີນ ໃນວັນທີ 17 ຕຸລານີ້, ຜູ້ເຂົ້າຮ່ວມການແຂ່ງຂັນ 5 ຄົນ ໄດ້ຜ່ານຈາກການແຂ່ງຂັນ 5 ຮອບຄື: ປະຫວັດສາດໃນສະໄໝຊຸນຊິວ ແລະ ຈານກົກ, ຕົວໜັງສືຂອງລາຊະວົງສິນ ແລະ ຮັ້ນ, ມົນສະເໜ່ຂອງ ລາຊະວົງຖັງ ແລະ ຊົ້ງ, ຈີນ ໃນສະໄໝປັດຈຸບັນ ແລະ ການແຂ່ງຂັນຮອບ ສຸດທ້າຍແລ້ວ, ທ້າວ ສຸວັນໄຊ ຈິດປະສົງ ຊີງໄດ້ແຊັມໂລກໃນທີ່ສຸດ.
ພາຍຫລັງການແຂ່ງຂັນສິ້ນສຸດລົງແລ້ວ, ທ້າວ ສຸວັນໄຊ ຈິດປະສົງ ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ໂດຍຜ່ານການແຂ່ງຂັນຂົວພາສາຈີນ, ຂ້ອຍໄດ້ ຜູກມິດສຳພັນກັບນັກຮຽນທີ່ມາຈາກປະ ເທດຕ່າງໆ. ຂ້ອຍຢາກມາຮຽນຕໍ່ ຢູ່ຈີນ ແລະ ຮຽນພາສາຈີນ. ໃນອະນາຄົດ, ຂ້ອຍຢາກເສີມສ້າງມິດຕະພາບ ລາວ-ຈີນ ໃຫ້ໄດ້ດີກວ່າເກົ່າ.
ໃນຊຸມປີຜ່ານມາ, ນັກຮຽນລາວ ໄດ້ຮຽນພາສາຈີນ ນັບມື້ນັບຫລາຍຂຶ້ນ ແລະ ຫລັກສູດການຮຽນພາສາຈີນ ກໍຖືກຈັດເຂົ້າໃນລະບົບການສຶກສາແຫ່ງຊາດຂອງລາວ; ໂດຍຜ່ານຈາກກິດຈະກຳວັດທະນະທຳທີ່ຫລາກຫລາຍ ສີສັນ, ເຮັດໃຫ້ນັກຮຽນທັງຫລາຍໄດ້ຮັບຮູ້ປະເທດຈີນ ໂດຍກົງ ແລະ ໄດ້ກະ ຕຸກຊຸກຍູ້ໃຫ້ນັກຮຽນເຫລົ່ານີ້ມີຄວາມຫ້າວຫັນໃນການຮຽນພາສາຈີນ ແລະ ຊອກຮູ້ວັດທະນະທຳຂອງຈີນ ຫລາຍກວ່າເກົ່າ. ປະເທດລາວ ແລະ ຈີນ ໄດ້ຈັດກິດຈະກຳດ້ານວັດທະນະທຳຊາວໜຸ່ມຂັ້ນຕ່າງໆ, ໄດ້ເພີ່ມຄວາມ ເຂົ້າໃຈກັນ ລະຫວ່າງ ຊາວໜຸ່ມສອງປະເທດ, ໃນນັ້ນ, ຂົວພາສາຈີນ ທີ່ຈັດຂຶ້ນທຸກປີກໍເປັນໜຶ່ງໃນກິດຈະກຳດັ່ງກ່າວ, ນັກ ຮຽນລາວ ທີ່ເຂົ້າຮ່ວມ ການແຂ່ງຂັນຂົວພາສາຈີນ ລ້ວນແຕ່ຊີງໄດ້ຜົນງານທີ່ດີໃນການແຂ່ງຂັນ ຮອບຊີງຊະນະເລີດ.
ພາສາ ແລະ ວັດທະນະທຳທີ່ແຕກຕ່າງກັນຈະບໍ່ເປັນອຸປະສັກໃນການ ແລກປ່ຽນກັນ, ໂດຍຜ່ານການຕິດຕໍ່ພົວພັນ ແລະ ແລກປ່ຽນກັນເລື້ອຍໆ, ຊາວໜຸ່ມ ລະຫວ່າງ ປະເທດລາວ ແລະ ຈີນ ໄດ້ຜູກມິດສຳພັນທີ່ເລິກເຊິ່ງ. ຊາວໜຸ່ມທີ່ໄດ້ຮຽນຮູ້ພາສາ ແລະ ວັດທະນະທຳຂອງສອງປະເທດເຫລົ່ານີ້ ຍ່ອມຈະສາມາດຊຸກຍູ້ການພົວພັນ ຈີນ-ລາວ ຂະຫຍາຍລົງສູ່ລວງເລິກ ຕື່ມອີກ.
ທີ່ມາ: CMG





