ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກາເຟປະສົມສານເສບຕິດ ທີ່ກໍາລັງແຜ່ລະບາດຢ່າງຮ້າຍແຮງຕໍ່ຊາວໜຸ່ມເຍົາວະຊົນ

Dec 18, 2024

ທ່ານ ພົນຈັດຕະວາ ກົງຈັນ ໄຊປັນຍາ ກຳມະການພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ລາຍງານ ໃນການປະຕິບັດວຽກງານດ້ານປະກົດການຫຍໍ້ທໍ້ຕໍ່ກອງປະຊຸມອົງການປົກຄອງແຂວງເປີດກວ້າງ 6 ເດືອນທ້າຍປີ 2024 ໃນວັນທີ 17 ທັນວາ 2024 ນີ້ ໂດຍການເປັນປະທານຂອງທ່ານ ສອນທະນູ ທຳມະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ.
ໃນໄລຍະ 6 ເດືອນທ້າຍປີ 2024 ເຈົ້າໜ້າທີ່ໄດ້ດຳເນີນ ແລະ ແກ້ໄຂຄະດີທັງໝົດໃນທົ່ວແຂວງ 309 ເລື່ອງ, ກັກຜູ້ຖືກຫາ 593 ຄົນ, ຍິງ 57 ຄົນ, ໃນນີ້ພົ້ນເດັ່ນແມ່ນຄະດີຢາເສບຕິດ ມີ 176 ເລື່ອງ, ກັກຜູ້ຖືກຫາ ໄດ້ 458 ຄົນ, ຍິງ 50 ຄົນ, ຍຶດຂອງກາງ ປະເພດຢາບ້າ 19,835 ເມັດ, ຢາອີ 61 ກິໂລກຼາມ, ຢາໄອສ໌ 1,559 ກິໂລກຼາມ, ເຮໂລອິນ 37,5 ກິໂລກຼາມ, ຄັນຊາແຫ້ງ 320 ກິໂລກຼາມ, ໃບກະທ່ອມ 15 ກິໂລກຼາມ, ຢາສູບໄຟຟ້າ 531 ອັນ, ຢາດີໄອ 765 ແກ້ວ ເຫດການທີ່ປະຕິບັດໄດ້ຜົນງານດັ່ງ ກ່າວ ຄະນະຮັບຜິດຊອບໄດ້ມີມາດຕະການແກ້ໄຂບັນຫາປະ ກົດການຫຍໍ້ທໍ້ໃນສັງຄົມ, ບັນຫາຢາເສບຕິດ ຢ່າງໜັກໜ່ວງ ແລະ ເຄັ່ງຮ້ອນ ເພາະໃນປະຈຸບັນບັນຫາປະກົດການຫຍໍ້ທໍ້ໃນສັງຄົມຍັງເກີດຂຶ້ນຢ່າງຕໍ່ເນື່ອງ ເປັນຕົ້ນ: ການລັກ-ຊີງຊັບ, ປຸ້ນຈີ້, ຄາດຕະ ກຳ, ບັນຫາອາວຸດເຖື່ອນ, ຄ້າຂາຍເຖື່ອນ, ອາລາວາດຕີກັນ, ສໍ້ໂກງ, ໜີ້ສິນ, ອາຊະຍາກຳທາງເອເລັກໂຕນິກ ຄອມພີວເຕີ, ຫຼີ້ນກິນຟຸມເຟືອຍ, ບັນຫາອຸປະຕິເຫດຕາມທ້ອງຖະໜົນ ແລະ ອື່ນໆ, ແຕ່ພົ້ນເດັ່ນ ຍັງແມ່ນບັນຫາຢາເສບຕິດ ທີ່ມີລັກສະນະເພີ່ມຂຶ້ນ ແລະ ແຜ່ລະບາດໄປທົ່ວທຸກບ່ອນທຸກຂົງເຂດ ໂດຍສະເພາະແມ່ນຢາເສບຕິດຊະນິດໃໝ່ເຊັ່ນ: ກາເຟປະສົມສານເສບຕິດ, ຄໍລາເຈນ, ນໍ້າກະທ້ອມ, ຢາສູບໄຟຟ້າ, ສານໃນຕັດອ໋ອກຊາຍ ທີ່ກໍາລັງແຜ່ລະບາດຢ່າງຮ້າຍແຮງ ໂດຍສະເພາະຢູ່ໃນກຸ່ມນັກຮຽນ, ນັກ ສຶກສາ ພວກເຂົານໍາໃຊ້ສະຖານທີ່ງານດອງ, ບຸນປະເພນີ, ຮ້ານກິນດື່ມ, ເທັກ, ບາ, ຮ້ານຄາລາໂອເກາະ ແລະ ສະຖານທີ່ສ່ວນຕົວ ເປັນບ່ອນມົ້ວສຸມ ທີ່ມີຫຼາຍຮູບແບບ, ບັນຫາດັ່ງກ່າວເປັນສາເຫດໜຶ່ງທີ່ເຮັດໃຫ້ເກີດມີປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍທາງສັງຄົມ ໃນທົ່ວປະເທດກໍຄືບັນດາແຂວງທ້ອງຖິ່ນໃນປະຈຸບັນ.
ຂ່າວ-ພາບ: ຄຳຟອງ