ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ຕາງໜ້າໃຫ້ກອງເລຂາ ຄະນະກຳມະການແຫ່ງຊາດ ເພື່ອສົ່ງເສີມກາເຟລາວ ໃຫ້ຮູ້ໃນໂອກາດຂຶ້ນລາຍງານຕໍ່
ກອງປະຊຸມຄະນະກໍາມະການແຫ່ງຊາດ ເພື່ອສົ່ງເສີມກາເຟລາວ ປະຈໍາປີ 2024 ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມ ສູນວັດທະນາທໍາແຂວງຫົວພັນ, ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບການຜະລິດ ແລະ ການຕະຫຼາດກາເຟຂອງ ສປປ ລາວ ໃນທົ່ວປະເທດ ມີ 11 ແຂວງ ທີ່ປູກກາເຟ.
ໃນນີ້ ພາກເໜືອ ມີ 7 ແຂວງ ຄື: ຜົ້ງ ສາລີ, ຫຼວງນໍ້າທາ, ອຸດົມໄຊ, ຫົວພັນ, ຫຼວງພະບາງ, ຊຽງຂວາງ ແລະ ໄຊສົມບູນ.
ສ່ວນພາກໃຕ້ ມີ 4 ແຂວງ ຄື: ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື. ພາກໃຕ້ 97% ປູກຫຼາຍກວ່າໝູ່: ຈໍາປາສັກ ມີເນື້ອທີ່ 51.272 ເຮັກຕາ, ສາລະວັນ ມີ 18.495 ເຮັກຕາ ແລະ ເຊກອງ ມີ 10,041 ເຮັກຕາ (ຂໍ້ມູນ ປີ 2023); ຈໍານວນການສົ່ງອອກກາເຟ ປີ 2024 ສົ່ງອອກ 27.033 ໂຕນ ມູນຄ່າ 79 ລ້ານ ໂດລາສະຫະລັັດ ລາຄາ ການສົ່ງອອກໝາກຂຽວ ປີ 2024 ກາເຟນ້ອຍ 2.411-6.272 ໂດລາສະຫະລັດ/ໂຕນ. ກາເຟກາງ 1,600-1,800 ໂດລາສະຫະລັດ/ໂຕນ; ເຊິ່ງເປັນພືດຍຸດທະສາດ ສ້າງລາຍຮັບເປັນອັນດັບທີ 5 ຂອງລາຍຮັບແຫ່ງຊາດ ສາມາດສ້າງລາຍຮັບໃຫ້ ຊາວສ່ວນກາເຟ ຫຼາຍກວ່າ 25.000 ຄອບຄົວ, ສ້າງວຽກເຮັດງານທໍາ ຫຼາຍກວ່າ 300.000 ຄອບຄົວ.
ທ່ານໄດ້ຍົກໃຫ້ເຫັນຕື່ມວ່າ: ສໍາລັບທິດທາງແຜນການປີ 2024-2025 ຈະສືບຕໍ່ສົມທົບກັບພະແນກການກະຊວງທີ່ກ່ຽວ ຂ້ອງ ແລະ ອົງການຈັດຕັ້ງສາກົນຄູ່ຮ່ວມພັດທະນາໃນການສ້າງແຜນສົ່ງອອກກາເຟລາວທີ່ມີຄຸນນະພາບໄປຕະຫຼາດສາກົນໃຫ້ນັບມື້ນັບຫຼາຍຂື້ນ ສົ່ງເສີມໃຫ້ຜູ້ປະກອບທຸລະກິດດ້ານການເຟໃຫ້ເຂົ້າເຖິງທຶນທີ່ມີດອກເບ້ຍຕໍາ, ນະໂຍບາຍດ້ານພາສີອາກອນ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ນໍາສະເໜີຜົນໄດ້ຮັບ ແລະ ສິ່ງທ້າທາຍໃນວຽກງານຄຸ້ມຄອງສົ່ງເສີມກາເຟລາວໃຫ້ມີຄວາມຍືນຍົງເພື່ອສ້າງວຽກເຮັດງານທໍາ ແລະ ລາຍຮັບທີ່ໝັ້ນຄົງໃຫ້ຊາວກະສິກອນເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດສັງຄົມແຫ່ງຊາດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
Coffee plant generating 5th of its national revenueMr. Bounchan Kombounyasith, head of the Department of Agriculture and Forestry, representing the Secretariat of the National Committee to promote Lao Coffee, informs on the occasion of the reportThe National Committee to Promote Lao Coffee in 2024 was held recently at the conference room of Houaphan Province Development Center, where it highlighted the state of coffee production and marketing of Lao PDR in the country with…See more
Hide original
Rate this translation






