ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ກຳມະບານເມືອງຜົ້ງສາລີ ສ້າງສະພາບແວດລ້ອມໃນການເຮັດວຽກທີ່ປອດໄພ ແລະ ດີຕໍ່ສຸຂະພາບໃຫ້ກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ

ໂດຍ: ສົມຄິດ ແກ້ວນວນລາ

ການສ້າງສະພາບແວດລ້ອມໃນການເຮັດວຽກທີ່ປອດໄພ ແລະ ດີຕໍ່ສຸຂະພາບ, ການສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານຢູ່ພາຍໃນເມືອງຜົ້ງສາລີ ແມ່ນເປັນວຽກສຳຄັນທີ່ສະຫະພັນກຳມະບານເມືອງຜົ້ງສາລີ ທີ່ໄດ້ເອົາໃຈໃສ່ເອື້ອອຳນວຍ ໃນການຈັດຕັ້ງປະຕິບັດວຽກດັ່ງກ່າວໃຫ້ເປັນໜ້າທີ່ຂອງທົ່ວປວງຊົນ

ເຊິ່ງທ່ານ ສີວິໄລ ອຸ່ນສານ ກຳມະການພັກເມືອງ, ຄະນະບໍລິຫານງານສະຫະພັນກຳມະບານແຂວງ ປະທານສະຫະພັນກຳມະບານເມືອງຜົ້ງສາລີ ໄດ້ໃຫ້ສຳພາດແກ່ສະຖານີວິທະຍຸ – ໂທລະພາບແຂວງຜົ້ງສາລີ ເນື່ອງໃນໂອກາດການກະກຽມສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 137 ປີ ເຊິ່ງບາງຕອນທ່ານກ່າວວ່າ:

ວັນທີ 1 ພຶດສະພາ ຂອງທຸກໆປີ ເປັນວັນສຳຄັນໜຶ່ງ ກໍຄືວັນສ້າງຕັ້ງວັນກຳມະກອນສາກົນ ຊຶ່ງເປັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນພາກພື້ນ ແລະ ສາກົນ.  ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງວັນກຳມະກອນສາກົນ ໄດ້ໝູນວຽນມາອີກວາລະໜຶ່ງ ( 1 ພຶດສະພາ 1886-1 ພຶດສະພາ 2023) ຄົບຮອບ 137 ປີ, ສະຫະພັນກຳມະບານເມືອງຜົ້ງສາລີ ພວກເຮົາ ໄດ້ເປີດກອງປະຊຸມປຶກສາຫາລືກ່ຽວກັບການສ້າງຂະບວນການກິດຈະກໍາ ສະເຫຼີມສະຫຼອງວັນກຳມະກອນສາກົນ ພາຍໃຕ້ຄຳຂັວນ: (ສ້າງສະພາບແວດລ້ອມໃນການເຮັດວຽກທີ່ປອດໄພ ແລະ ດີຕໍ່ສຸຂະພາບແມ່ນສິດພື້ນຖານຂອງທຸກຄົນ)  ຊຶ່ງໃນວັນທີ 26 ເມສາ 2023  ໄດ້ນຳພາອອກແຮງງານວັນພຸດແດງ ຢູ່ຫ້ອງການ, ສຳນັກງານ, ອົງການທຽບເທົ່າຂັ້ນເມືອງ ເວລາ 13:30 ໂມງ ຕອນບ່າຍ ເປັນເອກະພາບກັນ ໂດຍມີຄະນະບໍລິຫານງານສະຫະພັນກຳບານເມືອງ, ຄະນະປະທານກຳມະບານຮາກຖານ ແລະ ພະນັກງານສະມາຊິກກຳມະບານແຕ່ລະຮາກຖານເຂົ້າຮ່ວມ; ສຳລັບກຳມະບານຮາກຖານໂຮງຮຽນ ມສ ພູຟ້າ, ມສ ມົງເຈົາ, ມສ ຫາດສາ ແລະ ບ່ອນອື່ນແມ່ນໃຫ້ອອກແຮງງານຢູ່ໂຮງຮຽນຂອບເຂດຄວາມຮັບຜິດຊອບໃຜລາວ; ວັນທີ 28 ເມສາ 2023 ຈັດພິທີໂຄສະນາປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງວັນກຳມະກອນສາກົນ ເວລາ 8:00 ໂມງ ຢູ່ສະໂມສອນໃຫຍ່ຂອງເມືອງຜົ້ງສາລີ, ຫ້ອງວ່າການເມືອງອອກແຈ້ງການໃຫ້ພະນັກງານສະມາຊິກກຳມະບານ, ກຳມະກອນ ເຂົ້າຮ່ວມຮັບຟັງ.

ສຳລັບໃນການຄຸ້ມຄອງ, ຊຸກຍູ້ ແລະ ສົ່ງເສີມສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານຂອງສະຫະພັນກຳມະບານເມືອງຜົ້ງສາລີພວກເຮົາ ໄລຍະສຸມປີຜ່ານມາໄດ້ພົບຄວາມຫຍຸ້ງຍາກຫຼາຍ, ເນື່ອງມາຈາກການແຜ່ລະບາດພະຍາດໂຄວິດ-19  ໄດ້ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງພະນັກງານລັດຖະກອນ ກໍຄືສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ ຢູ່ພາຍໃນເມືອງ. ໂດຍທ່ານ ສີວິໄລ ອຸ່ນສານ ປະທານສະຫະພັນກຳມະບານເມືອງຜົ້ງສາລີ ໄດ້ໃຫ້ຮູ້ອີກວ່າ:

ປະຈຸບັນ ມີຄະນະປະທານສະຫະພັນກຳມະບານອາຊີບ 3 ສະຫາຍ ຍິງ 2 ສະຫາຍ, ມີ 15 ຄະນະບໍລິຫານງານສະຫະພັນກຳມະບານເມືອງ, ມີ 51 ກຳມະບານຮາກຖານ, ມີສະມາຊິກກຳມະບານທົ່ວເມືອງ 716 ສະຫາຍ ຍິງ 510 ສະຫາຍ. ການເຄື່ອນໄຫວພາລະກິດປະຕິວັດວຽກງານກຳມະບານເມືອງຜົ້ງສາລີ ແມ່ນເຫັນໄດ້ຜົນສຳເລັດຫຼາຍດ້ານ ໂດຍສະເພາະໄດ້ເອົາໃຈໃສ່ໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານບັນດາເຜົ່າ ເປັນຕົ້ນແມ່ນລົງຕິດຕາມ, ຊຸກຍູ້ ໃຫ້ກຳມະບານຮາກຖານ, ບັນດາຫົວໜ່ວຍແຮງງານທີ່ມີການຈັດຕັ້ງກຳມະບານ ດຳເນີນຊີວິດການເມືອງ ຕິດພັນກັບການເຄື່ອນໄຫວວຽກງານວີຊາສະເພາະຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຮາກຖານ

ພ້ອມນີ້ທ່ານ ສີວິໄລ ອຸ່ນສານ ກຳມະການພັກເມືອງ, ຄະນະບໍລິຫານງານສະຫະພັນກຳມະບານແຂວງ ປະທານສະຫະພັນກຳມະບານເມືອງຜົ້ງສາລີ ບອກອີກວ່າ ສະຫະພັນກຳມະບານເມືອງຜົ້ງສາລີ ໄດ້ເປັນເຈົ້າການຊຸກຍູ້ ແລະ ສົ່ງເສີມໃຫ້ສະມາຊິກກຳມະບານ, ກຳມະກອນ ເຂົ້າຮ່ວມໃນວຽກງານກິດຈະກຳຕ່າງໆ ທີ່ສະຫະພັນກຳມະບານເມືອງຜົ້ງສາລີຈັດຂຶ້ນ ພ້ອມນັ້ນກໍຍັງໄດ້ເຂົ້າຮ່ວມເຊື່ອມຊຶມບັນດາເອກະສານຕ່າງໆເນື່ອງໃນໂອກາດວັນສຳຄັນຂອງຊາດ-ຂອງພັກ ແລະ ວຽກງານກຳມະບານຂອງເມືອງ ໂດຍສະເພາະ ມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານແຕ່ລະຂັ້ນໄດ້ປະຕິບັດນະໂຍບາຍຕໍ່ສະມາຊິກກອງທຶນຜູ້ທີ່ເຈັບເປັນ, ເກິດລູກ, ນອນໂຮງໝໍ, ເສຍຊີວິດ ແລະ ອື່ນໆ ຕາມລະບຽບກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ສະຫະພັນກຳມະບານ, ສະມາຊິກກຳມະບານແຕ່ລະສະຫາຍໄດ້ຕັ້ງໜ້າເຂົ້າຮ່ວມຂະບວນການແຂ່ງຂັນ 5 ເປັນເຈົ້າ ຂອງກຳມະບານລາວ ແລະ ຂະບວນການອື່ນໆ ເນື່ອງໃນໂອກາດວັນສຳຄັນຂອງຊາດ-ຂອງພັກ ພ້ອມທັງລາພັກປະຈຳປີຕາມກົດໝາຍ ວ່າດ້ວຍພະນັກງານລັດຖະກອນ.

ເນື່ອງໃນໂອກາດວັນກຳມະກອນສາກົນ ຄົບຮອບ 137 ປີ: ຄົບຮອບ 137 ປີນີ້ ທ່ານ ສີວິໄລ ອຸ່ນສານໄດ້ຮຽກຮ້ອງມາຍັງບັນດາສະຫາຍສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານບັນດາເຜົ່າ, ຊາວທຸລະກິດທັງຫຼາຍວ່າ: ຈົ່ງຮ່ວມແຮງຮ່ວມໃຈກັນເຂົ້າຮ່ວມສະເຫຼີມສະຫຼອງວັນກຳມະກອນສາກົນ 1 ພຶດສະພາ 2023 ຄົບຮອບ 137 ປີ ໃຫ້ມີບັນຍາກາດທີ່ຟົດຟື້ນ. ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ຂ້າພະເຈົ້າ ອວຍພອນແດ່ບັນດາສະຫາຍການນຳພັກ-ລັດ, ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານທຸກທົ່ວໜ້າຈົ່ງມີສຸຂະພາບເຂັ້ມແຂງ ມີຄວາມຜາສຸກ ແລະ ເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າຂອງບັນດາສະຫາຍ;