ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຳມາທິການວຽກງານພາຍໃນໄອປາ ຮ່ວມກັນຄົ້ນຄວ້າ ພິຈາລະນະຮ່າງມະຕິ 16 ສະບັບ

Oct 20, 2024

ກອງປະຊຸມກຳມາທິການວຽກງານພາຍໃນໄອປາ ຂອງກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 45 ໄດ້ຈັດຂຶ້ນທີ່ຫໍປະຊຸມໃຫຍ່ແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາ ແຫ່ງຊາດ ແຫ່ງ ສປປ ລາວ ເຂົ້າຮ່ວມມີສະມາຊິກລັດຖະສະພາຈາກບັນດາປະເທດສະມາຊິກອາຊຽນ.
ກອງປະຊຸມໄດ້ຮ່ວມກັນຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນະຮ່າງມະຕິຈຳນວນ 16 ສະບັບ ໃນຂົງເຂດວຽກງານຈັດຕັ້ງພາຍໃນໄອປາຄື:
1. ຮ່າງມະຕິ ວ່າດ້ວຍ ບົດລາຍງານການກວດສອບການເງິນ ສົກປີ 2023-2024;
2. ຮ່າງມະຕິວ່າດ້ວຍ ແຜນສະເໜີງົບປະມານ ຂອງກອງເລຂາໄອປາ ໄລຍະວັນທີ 1 ສິງຫາ 2024 ຫາ 31 ກໍລະ ກົດ 2025;
3. ຮ່າງມະຕິ ວ່າດ້ວຍ ການຈັດສັນເງິນພັນທະ ໃນການປະກອບສ່ວນ ຂອງລັດຖະສະພາສັງເກດການໄອປາ;
4. ຮ່າງມະຕິວ່າດ້ວຍ ການ​ປັບປຸງ​ທຳ​ມະນູນໄອປາ;
5. ຮ່າງມະຕິ ວ່າດ້ວຍ ການຮັບຮອງເອົາ ຄໍາແນະນຳ ແລະ ຂັ້ນຕອນການພົວພັນ ລະຫວ່າງ ໄອປາ ກັບ ພາກສ່ວນພາຍນອກ; 6. ຮ່າງມະຕິ ວ່າດ້ວຍ ການຮັບຮອງເອົາ ລະບຽບເງື່ອນໄຂ (ToR) ແລະ ການກອບແນວຄວາມຄິດ (Concept Note) ກ່ຽວກັບຫໍສະໝຸດກົດໝາຍດິຈິຕອລ AIPA (AIPAlync); 7. ຮ່າງ​ມະຕິ ວ່າດ້ວຍ ການ​ສະ​ເໜີ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ລະຫວ່າງ AIPA ກັບ​ ອົງການລັດຖະສະພາສາກົນ/ສະມາຄົມ;
8. ຮ່າງ​ມະຕິ ວ່າດ້ວຍ ການ​ສະ​ເໜີ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ລະຫວ່າງ AIPA ກັບ​ ​ຄູ່​ຮ່ວມ​ມື​ພັດທະນາ;
9. ຮ່າງມະຕິວ່າດ້ວຍ ການຮັບຮອງເອົາສະພາແຫ່ງຊາດ ຣາຊະອານາຈັກບາເຣນ ເຂົ້າເປັນຜູ້ສັງເກດການ ຂອງ AIPA;
10. ຮ່າງມະຕິ ວ່າດ້ວຍ ການຮັບຮອງເອົາສະພາແຫ່ງຊາດບູນເດັດສະຕາກ (Bundestag) ຂອງສະຫະພັນ ເຢຍລະມັນ ເຂົ້າເປັນຜູ້ສັງເກດການ ຂອງ AIP;
11. ຮ່າງມະຕິ ວ່າດ້ວຍ ການມອບລາງວັນຜູ້ທີ່ມີຜົນງານດີເດັ່ນ ຕໍ່ AIPA ໃຫ້ແກ່ ທ່ານ ເປຮິນ ດາໂຕະ ຮາຈິ ຈູດິນ ຮາຈິ ອາຊາ ຈາກບຣູໄນ ດາຣູຊາລາມ;
12. ຮ່າງມະຕິ ວ່າດ້ວຍ ການມອບລາງວັນຜູ້ທີ່ມີຜົນງານດີເດັ່ນ ຕໍ່ AIPA ໃຫ້ແກ່ທ່ານ ຮູ ສະຣີ ຈາກຣາຊະອານາຈັກ​ກຳປູ​ເຈຍ; 13.ຮ່າງມະຕິ ວ່າດ້ວຍ ການມອບລາງວັນຜູ້ທີ່ມີຜົນງານດີເດັ່ນ ຕໍ່ AIPA ໃຫ້ແກ່ທ່ານ ສາດສະດາຈານ ນາງ ການຈະນາລັດ ຣີວິໂຣຈະນາ ຈາກຣາຊະອານາຈັກໄທ;
14. ຮ່າງມະຕິ ວ່າດ້ວຍ ການສະ​ແດງ​ຄວາມຊົມເຊີຍການບໍລິຫານງານ ຂອງ ພະນະທ່ານ ໄຊສົມພອນ ພົມວິຫານ, ປະທານໄອປາ; 15. ຮ່າງມະຕິ ວ່າດ້ວຍ ການສະ​ແດງ​ຄວາມຊົມເຊີຍ ແລະ ​ຂອບ​ໃຈ ​ຕໍ່​ລັດຖະບານ ​ຟີ​ລິບ​ປິນ ທີ່​ໄດ້​ສະໝັກ​ໃຈປະກອບສ່ວນງົບປະມານ ຈໍານວນ 20,000(ຊາວພັນ) ໂດລາສະຫະລັດ ໃຫ້ AIPA ໃນປີ 2024;
16. ຮ່າງມະຕິ ວ່າດ້ວຍ ວັນທີ ແລະ ສະຖານທີ່ ຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) ຄັ້ງທີ 46.