ກຳມາທິການເສດຖະກິດ ພິຈາລະນາຮ່າງມະຕິ 8 ສະບັບ
ກອງປະຊຸມກຳມາທິການເສດຖະກິດ ຊຶ່ງຈັດຂຶ້ນໃນຕອນເຊົ້າວັນທີ 20 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ລີເບິ ລີບົວປາວ ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ແຫ່ງ ສປປລາວ; ມີສະມາຊິກລັດຖະສະພາຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.

ກອງປະຊຸມໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາຮ່າງມະຕິຈຳນວນ 8 ສະບັບ ໃນຂົງເຂດວຽກງານເສດຖະກິດຄື: ຮ່າງມະຕິວ່າດ້ວຍການເສີມສ້າງຄວາມສາມາດໃນການຮັບມືໄຊເບີ້ ຜ່ານການຮ່ວມມືຂອງລັດຖະສະພາອາຊຽນກ້າວໄປສູ່ເສດຖະກິດດີຈີຕອນທີ່ປອດໄພ ແລະ ມີຊີວິດຊີວາ; ຮ່າງມະຕິວ່າດ້ວຍບົດບາດຂອງລັດຖະສະພາໃນການສະໜັບສະໜູນ ການປະຕິບັດຄໍາແນະນໍາຂອງອາຊຽນ ໃນການສົ່ງເສີມການລົງທຶນຢ່າງມີຄວາມ ຮັບຜິດຊອບໃນຂະແໜງການກະສິກຳ, ອາຫານ ແລະ ປ່າໄມ້; ຮ່າງມະຕິວ່າດ້ວຍບົດບາດຂອງລັດຖະສະພາໃນການສົ່ງເສີມການລະ ດົມທຶນ ເພື່ອພັດທະນາການເຊື່ອມຈອດພື້ນຖານໂຄງລ່າງຂອງພາກພື້ນ ແນໃສ່ບັນລຸແຜນແມ່ບົດການເຊື່ອມຈອດອາຊຽນໃນປີ 2025 ແລະ ໃນຕໍ່ໜ້າ; ຮ່າງມະຕິວ່າດ້ວຍບົດບາດລັດຖະສະພາໃນການຊຸກຍູ້ການເຊື່ອມໂຍງທາງດ້ານເຕັກໂນໂລຊີດີຈີຕອນອາຊຽນ ກ້າວໄປສູ່ການບັນລຸແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025 ແລະ ໃນຕໍ່ໜ້າ.
ນອກຈາກນີ້, ຍັງມີຮ່າງມະຕິວ່າດ້ວຍການເສີມຂະຫຍາຍ ສ້າງລະບົບການຄ້າກາກບອນຂອງອາຊຽນ ເພື່ອເຕີບໂຕແບບຍືນຍົງ ແລະຄວາມສົມດູນທາງດ້ານສິ່ງແວດລ້ອມໃຫ້ເປັນອັນໜຶ່ງອັນ ດຽວກັນ; ຮ່າງມະຕິວ່າດ້ວຍການໝູນໃຊ້ທ່າແຮງທາງດ້ານການທ່ອງທ່ຽວເຂົ້າໃນການຟື້ນຟູເສດຖະກິດຂອງອາຊຽນໃຫ້ມີຄວາມຍືນຍົງ; ຮ່າງມະຕິວ່າດ້ວຍການຍົກລະດັບຂີດຄວາມສາມາດຂອງສະຖາບັນ ເພື່ອເຊື່ອມຈອດດ້ານການຂົນສົ່ງ, ການບິນ ແລະ ທ່າເຮືອທາງທະເລຢູ່ໃນພາກພື້ນອາຊຽນ; ຮ່າງມະຕິວ່າດ້ວຍການສ້າງຕັ້ງສູນຄົ້ນຄວ້າປັນຍາປະດິດຂອງອາຊຽນ.



