ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຳລັງທະຫານທຸກເຫຼົ່າຮົບລະດົມກຳລັງຊ່ວຍເຫຼືອປະຊາຊົນ 6 ຕົວເມືອງ

Sep 14, 2024

ພາຍຫຼັງທີ່ໄດ້ຮັບແຈ້ງໃນວັນທີ 12-13 ກັນຍາ 2024, ມີເຫດການນ້ຳຂອງໄຫຼລົ້ນຝັ່ງຖ້ວມບ້ານເຮືອນ ແລະ ພື້ນທີ່ທຳການຜະລິດຂອງປະຊາຊົນໃນ 6 ຕົວເມືອງ ທີ່ຂຶ້ນກັບນະຄອນຫຼວງ ວຽງຈັນ(ນວ) ຄື: ເມືອງສັງທອງ, ເມືອງສີໂຄດຕະບອງ, ເມືອງຈັນທະບູລີ, ເມືອງສີສັດຕະນາກ, ເມືອງຫາດຊາຍຟອງ ແລະ ເມືອງປາກງື່ມ, ກຳລັງທະຫານທຸກເຫຼົ່າຮົບໄດ້ລະດົມກຳລັງຊ່ວຍ ເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ, ໂດຍນໍາໃຊ້ລົດເຮືອສະເທືອນນ້ຳສະເທືອນບົກ ແລະ ເຮືອທ້ອງແບນຈຳນວນໜຶ່ງ ນຳສົ່ງປະຊາ ຊົນ, ຊັບສິນທີ່ມີຄ່າ ແລະ ສັດລ້ຽງ ອອກຈາກເຂດນ້ຳຖ້ວມ ໂດຍສະເພາະ ຢູ່ດອນຊິງຊູ້ ບ້ານດ່ານຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັັນ ໄປຢູ່ເຂດປອດໄພໄດ້ໂດຍໄວ.
ສະຫາຍ ພັນເອກ ໄພວັນ ອະລິຍະທຳ ຫົວໜ້າຫ້ອງເສນາ ທິການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ: ໂດຍໄດ້ຮັບຄໍາສັ່ງຈາກຂັ້ນເທິງລະດົມກໍາລັງຊ່ວຍເຫຼືອປະຊາຊົນໂດຍໄວ້, ກຳລັງທຸກເຫຼົ່າຮົບກໍໄດ້ລະດົມກຳລັງ ໂດຍສະເພາະນໍາໃຊ້ກໍາລັງເຫຼົ່ຮົບຊ່າງແສງ ກົມໃຫຍ່ເສນາທິການກອງທັບ ນຳປະຊາຊົນ ແລະ ສັດລ້ຽງທີ່ຍັງຕົກຄ້າງ ຢູ່ເຂດດອນຊິງຊູ້ ແລະ ບ້ານອື່ນໆທີ່ຂຶ້ນກັບ ເມືອງສີໂຄດຕະບອງ ໄປຢູ່ເຂດປອດໄພໄດ້ໂດຍໄວ.
ສະຫາຍ ພັນໂທ ກອງແກ້ວ ມິ່ງຈານທອງ ຫົວໜ້າການທະຫານກອງບັນຊາການທະຫານເມືອງສີໂຄດຕະບອງ ໄດ້ໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນເມືອງສີໂຄດຕະບອງ ໄດ້ຮັບຜົນກະທົບຈຳນວນ 8 ບ້ານ ຄື: ບ້ານດ່ານຄຳ ໄດ້ຮັບຜົນກະທົບ 99 ຄອບຄົວ, ເຂດບ້ານດອນຊິງຊູ້ 49 ຄອບຄົວ ໄດ້ຍົກຍ້າຍອອກໄປເຂດປອດໄພແລ້ວ 19 ຄອບຄົວ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ 30 ຄອບຄົວທີ່ຍັງຕົກຄ້າງ, ບ້ານໃໝ່ 10 ຄອບຄົວ ຍົກຍ້າຍໄປຢູູ່ເຂດປອດໄພແລ້ວ, ບ້ານຫ້ວຍຮ່ອມ ມີ 46 ຄອບຄົວຍົກຍ້າຍໄປຢູ່ ໂຮງຮຽນ 5 ຄອບຄົວ ໄປຢູ່ເຮືອນພີ່ນ້ອງຈຳນວນໜຶ່ງ, ບ້ານໜອງດາ 25 ຄອບຄົວ ຍົກຍ້າຍໄປຢູ່ເຂດປອດໄພ 7 ຄອບຄົວຍັງສືບຕໍ່ຊ່ວຍ ເຫຼືອ 18 ຄອບຄົວ, ບ້ານອ່າງໃຫຍ່ 10 ຄອບຄົວຍົກຍ້າຍສຳເລັດ, ບ້ານໜອງປາໄນ ແລະ ບ້ານອຸມຸງ ມີນໍ້າໄຫຼລອດພື້ນເຮືອນປະຊາຊົນຈຳນວນໜຶ່ງ. ສ່ວນ ຈໍານວນຄອບຄົວທີ່ຖືກຜົນກະທົບທົ່ວເມືອງສີໂຄດຕະບອງ ມີທັງໝົດ 230 ຄອບຄົວ.
ສໍາລັບກໍາລັງທີ່ປະຕິບັດໜ້າທີ່ໃຫ້ການຊ່ວຍເຫຼືອປະຊາຊົນ ຢູ່ເມືອງສີໂຄຕະບອງ ມີ 10 ກົມກອງ ຈຳນວນພົນ 486 ສະຫາຍ, ໃນນັ້ນ ມີ ກອງບັນຊາການທະຫານນະຄອນຫຼວງ, ກອງພັນ 415, ກອງຮ້ອຍ 416, ກອງພັນໃຫຍ່ 11, ກອງພັນ 433, ກອງບັນຊາການທະຫານເມືອງສີໂຄດຕະບອງ, ອົງການປົກຄອງເມືອງສີໂຄດຕະບອງ, ກອງພັນ 513, ວິທະຍາຄານປ້ອງກັນຄວາມສະຫງົບ ແລະ ກົມຊ່າງແສງ ກົມໃຫຍ່ເສນາທິການກອງ ທັບ.
Cr: ໜັງສືພິມກອງທັບປະຊາຊົນລາວ