5.10.24) ພັທ ແສງອຸໄທ ສິນນະວົງ ຫົວໜ້າຈຸຮັບຜິດຊອບປະຈຳດ່ານປ້ອງກັນ ວົງວຽນ ໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງ ວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ວ່າ: ພາຍຫຼັງໄດ້ຮັບແຕ່ງຕັ້ງຈາກຂັ້ນເທິງ ທາງເຈົ້າໜ້າທີ່ ໄດ້ນຳກຳລັງລົງມາປະຈຳການເຮັດວຽກງານປ້ອງກັນຢູ່ຈຸດດັ່ງກ່າວ ນັບແຕ່ວັນທີ 1 ຕຸລາ ເປັນຕົ້ນມາເຖິງປັດຈຸບັນ ເຫັນໄດ້ວ່າສະພາບຢູ່ຈຸດປ້ອງກັນໜອງໄຮ ມີຄວາມສະຫງົບປອດໄພໂດຍພື້ນຖານ ໂດຍມີກໍາລັງເຈົ້າໜ້າທີ່ຫຼາຍພາກສ່ວນເຂົ້າມາສົມທົບຄື ປກສ ເມືອງ, ທະຫານເມືອງ, ວິທະຍາຄານຕຳຫຼວດປະຊາຊົນ ແລະ ອໍານາດການປົກຄອງບ້ານໃກ້ຄຽງ.
ທີ່ມາ: ຄວາມສະຫງົບລາວ






