ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກິດຈະກຳເລາະລາດໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະຈຳປີ 2024 ທີ່ເມືອງໄຊຍະບູລີ

Oct 16, 2024

ຕອນເຊົ້າວັນທີ 16 ຕຸລາ 2024 ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກິດຈະກໍາເລາະລາດ ໃນງານເທດສະການ ບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະຈຳປີ 2024. ໂດຍການເຂົ້າຮ່ວມຂອງທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ມີແຂກຖືກເຊີນ, ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນເມືອງເຂົ້າຮ່ວມ.
ການຈັດກິດຈະກຳເລາະລາດປີນີ້, ໄດ້ມີສີນຄ້າຫຼາຍລາຍການມາວາງຂາຍ ໂດຍສະເພາະກໍແມ່ນ ຊີ້ນ, ປາ, ຜັກ, ໝາກໄມ້, ເຄື່ອງຫັດຖະກໍາ, ຂອງກິນສຸກ ແລະ ອື່ນໆ. ໂດຍມີຈຸດປະສົງເພື່ອດຶງດູດເອົານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ເລືອກຊື້ສິນຄ້າ ແລະ ທ່ຽວຊົມງານບຸນຊ່ວງເຮືອຢູ່ເມືອງໄຊຍະບູລີ. ທັງເປັນການສ້າງວຽກເຮັດງານທໍາໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນ ສະເພາະບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະຈຳປີ ພສ 2566 ນີ້ ໄດ້ມີຫຼາຍກິດຈະກໍາເປັນຕົ້ນແມ່ນ: ການແຂ່ງຂັນເຮືອຊ່ວງຍິງ-ຊາຍ, ການແຂ່ງຂັນເຮືອໄຟທໍາມະຊາດ, ການແຂ່ງຂັນກອງຫາງ, ການປະກວດນາງທິດາເຮືອຊ່ວງ, ການປະກວດອາຫານພື້ນບ້ານ, ການຈູດບັ້ງໄຟດອກເພື່ອບູຊາເຈົ້ານໍ້າ-ເຈົ້າທ່າ, ການເລາະລາດ ແລະ ກິດຈະກໍາໃສ່ບາດຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດກັນມາແຕ່ດົນນານ.
(ຂ່າວ-ພາບ: ສົມພົງ ສີສະຫວັດ)