ກິດຈະກຳແລກປ່ຽນວັດທະນະທຳ ເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດຈີນ – ຣັດເຊຍ

ເນື່ອງໃນໂອກາດທີ່ ທ່ານ ສີຈິ້ນຜິງ ປະທານປະເທດຈີນເດີນ ທາງໄປເຂົ້າຮ່ວມກອງປະຊຸມສຸດຍອດບຣິກສ ຄັ້ງທີ 16 ຢູ່ນະ ຄອນຄາຊານ ຂອງຣັດເຊຍ ໃນວັນທີ 22 ຕຸລາ 2022, ກິດຈະ ກຳແລກປ່ຽນວັດທະນະທຳເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດຈີນ-ຣັດເຊຍ ຄົບຮອບ 75 ປີ ທີ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ຮ່ວມກັບ ບໍລິສັດກະຈາຍສຽງໂທລະພາບແຫ່ງຊາດຣັດເຊຍ ເປັນເຈົ້າພາບ ໄດ້ຈັດຂຶ້ນຢູ່ນະຄອນຄາຊານ ຂອງຣັດເຊຍ. ແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມໄດ້ຮ່ວມກັນເປັນສັກຂີພິຍານໃຫ້ແກ່ການເລີ່ມດຳເນີນງານວາງສະ ແດງພິເສດຣັດເຊຍ ຂອງງານວາງສະແດງໂລກປີ 2024 ທີ່ມີຫົວຂໍ້ວ່າ “ຄວາມເປັນມາຂອງອະລິຍະທຳ ພົບກັບເມືອງບູຮານລຽງຈູ” ຂອງ CMG, CMG ໄດ້ເຊັນສັນຍາຮ່ວມມືກັບຫຼາຍອົງການຂອງຣັດເຊຍ, ພ້ອມທັງໄດ້ອອກອາກາດລາຍການ “ພົບກັບຈີນ” “ຊີວິດຂອງຂ້ອຍຢູ່ເມືອງຈີນ” ແລະ ລາຍການອື່ນໆທີ່ເປັນລາຍການຜະລິດຮ່ວມກັນລະຫວ່າງສື່ມວນຊົນຈີນ-ຣັດເຊຍ. ຫ້ອງວ່າການທຳນຽບປະທານາທິບໍດີຣັດເຊຍ ໄດ້ສົ່ງຈົດໝາຍເພື່ອສະແດງຄວາມຊົມເຊີຍຕໍ່ການຈັດກິດຈະກຳດ້ວຍຜົນສຳເລັດຢ່າງຈົບງາມ, ພ້ອມທັງໄດ້ສະແດງຄວາມອວຍພອນອັນດີງາມຕໍ່ແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມ.
ທ່ານ ເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ຜູ້ອຳນວຍການໃຫຍ່ CMG ໄດ້ກ່າວຄຳເຫັນວ່າ: CMG ໄດ້ສຸມກຳລັງເຂົ້າໃນການຊຸກຍູ້ການສືບທອດໄມຕີຈິດມິດຕະພາບທຸກເຊັ່ນຄົນລະຫວ່າງຈີນ-ຣັດເຊຍ ພ້ອມທັງຄວາມເຂົ້າໃຈ ແລະ ຄວາມໃກ້ຊິດກັນລະຫວ່າງປະຊາຊົນສອງຊາດ, ຈະຮ່ວມກັບວົງການຕ່າງໆຂອງຣັດເຊຍສ້າງຈຸດສົນໃຈຫຼາຍກວ່າເກົ່າໃຫ້ແກ່ “ປີວັດທະນະທຳຈີນ-ຣັດເຊຍ”, ເພື່ອເຮັດໃຫ້ມິດຕະ ພາບລະຫວ່າງຈີນ-ຣັດເຊຍ ສາມາດເປັ່ງລັດສະໝີທີ່ສະຫງ່າລາສີກວ່າເກົ່າ.



