ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກິດຈະກຳແລກປ່ຽນວັດທະນະທຳ ຈີນ-ແຊັກບີ ຢູ່ນະຄອນຫຼວງແບນກຣາດ

May 8, 2024

ໃນໂອກາດທີ່ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ເດີນທາງໄປຢ້ຽມຢາມສາທາລະ ນະລັດແຊັກບີ ທາງລັດຖະກິດ, ວັນທີ 7 ພຶດສະພານີ້, ວິທະຍຸໂທລະພາບສູນກາງຈີນຫຼື CMG ແລະ ວິທະຍຸໂທລະພາບແຫ່ງຊາດແຊັກບີ ໄດ້ຮ່ວມກັນເປັນເຈົ້າພາບຈັດກິດຈະກຳແລກປ່ຽນວັດທະນະທຳໃນຫົວຂໍ້“ຈີນ-ແຊັກບີ ສະໜິດກັນເຖິງຈະຢູ່ໄກກັນພັນລີ້ກໍປຽບເໝືອນເພື່ອນບ້ານໃກ້ຄຽງ ”ຢູ່ນະຄອນຫຼວງແບນກຣາດປະເທດແຊັກບີ. ທ່ານອາເລັກຊັນດາວູຊິກປະທານາທິບໍດີແຊັກບີ ໄດ້ປະກອບຄຳເຫັນຜ່ານທາງວິດີໂອ ໂດຍອວຍພອນໃຫ້ກິດຈະກຳດັ່ງກ່າວຈົ່ງປະສົບຜົນສຳເລັດຢ່າງຈົບງາມ.
ນອກນີ້, ເພື່ອລົງເລິກການຮ່ວມມືຕົວຈິງລະຫວ່າງສອງຝ່າຍຕື່ມອີກ, CMG ແລະອົງການທ່ອງທ່ຽວແຊັກບີ ໄດ້ລົງນາມ ແລະ ແລກປ່ຽນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື. ສອງຝ່າຍຈະດຳເນີນການຮ່ວມມືໃນດ້ານຕ່າງໆເຊັ່ນ: ການຮ່ວມກັນຜະລິດລາຍການ, ຮ່ວມກັນວາງແຜນໂຄງການ, ຈັດກິດຈະກຳນຳສະເໜີຜົນງານແລະອື່ນໆ, ຂະນະດຽວກັນຍັງຈະຮ່ວມກັນຊຸກຍູ້ການໂຄສະນາເຜີຍແຜ່ການທ່ອງທ່ຽວ ແລະ ວັດທະນະທຳຂອງສອງປະເທດຢ່າງກວ້າງຂວາງ, ສົ່ງເສີມປະຊາຊົນສອງຊາດຮັບຮູ້ເຂົ້າໃຈແລະສະໜິດສະໜົມກັນ.
ກິດຈະກຳຄັ້ງນີ້ຍັງໄດ້ເຜີຍແຜ່ສະແຕມລະນຶກທີ່ມີຫົວຂໍ້ວ່າ: “ມີເພື່ອນມິດເດີນທາງມາຈາກແດນໄກ”