ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກິດຈະກຳ “ທ່ຽວຊົມປະເທດຈີນ” ປີ 2025 ຈັດຂຶ້ນຢູ່ນະຄອນອູຮັ້ນ

May 9, 2025

ຕອນຄ່ຳວັນທີ 7 ພຶດສະພານີ້, ໂທລະພາບສາກົນຈີນ ຫຼື CGTN ຂອງ ວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະ ຄະນະໂຄສະນາອົບຮົມນະຄອນອູຮັ້ນໄດ້ເຊື້ອເຊີນເຈົ້າໜ້າທີ່ການທູດຈາກ 5 ປະເທດ ຄື: ລາວ, ຫວຽດນາມ, ອິນໂດເນເຊຍ, ເນປານ ແລະ ຕູຣາເຄຍ ພ້ອມດ້ວຍນັກຂ່າວ 20 ທ່ານຈາກອົງການສື່ມວນຊົນຂອງ 5 ປະເທດເຫຼົ່ານີ້ ເພື່ອເຂົ້າຮ່ວມການລິເລີ່ມກິດຈະກຳເກັບກຳຂ່າວຮ່ວມ “ທ່ຽວຊົມປະເທດຈີນ” ປີ 2025 ຢູ່ນະຄອນອູຮັ້ນແຂວງຫູເປີຍ ສປ ຈີນ.
ໃນກິດຈະກຳດັ່ງກ່າວ, ທ່ານຈິນດາວົງ ໄຊຍະສິນ ທີ່ປຶກສາດ້ານການສຶກສາ ແລະ ວັດທະນະທຳສະຖານທູດລາວປະຈໍາ ສປ ຈີນໄດ້ຍົກເອົາລາຍການ “ທຸກທິດທາງ” ທີ່ໂທລະພາບແຫ່ງຊາດລາວ ຫຼື LNTV ແລະ ວິທະຍຸໂທລະພາບສູນກາງຈີນ ຫຼື CMG ຮ່ວມກັນຖ່າຍທຳເປັນຕົວຢ່າງ ໂດຍກ່າວວ່າ: ການຮ່ວມມືລະຫວ່າງສື່ມວນຊົນສອງປະເທດລາວ ແລະ ຈີນໄດ້ນຳສະເໜີລາຍການໂທລະພາບດີເດັ່ນໃຫ້ແກ່ຜູ້ຊົມລາວ ເຊິ່ງໄດ້ກາຍເປັນຊ່ອງທາງສຳຄັນໃນການເພີ່ມທະວີມິດຕະພາບ ແລະ ຄວາມເຂົ້າໃຈກັນລະຫວ່າງປະຊາຊົນສອງຊາດ.
ໃນອາທິດຕໍ່ໄປ, ນັກຂ່າວຈີນ ແລະ ຕ່າງປະເທດທີ່ເຂົ້າຮ່ວມກິດຈະກຳຄັ້ງນີ້ຈະຮ່ວມກັນຖ່າຍທຳລາຍການ “ທ່ຽວຊົມປະເທດຈີນ ແລະ ພົບເຫັນອູຮັ້ນ” ໂດຍປິ່ນອ້ອມຂົງເຂດຈຸດສຸມດ້ານການພັດທະນາຂອງນະຄອນອູຮັ້ນ ເຊັ່ນ: ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ, ສິ່ງແວດລ້ອມນິເວດ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ການຄົມມະນາຄົມ. ຫຼັງຈາກນັ້ນ, ຈະເຜີຍແຜ່ລາຍການເຫຼົ່ານີ້ ຜ່ານສື່ຕ່າງໆຂອງ CGTN ແລະ ສື່ຕ່າງໆທີ່ເຂົ້າຮ່ວມກິດຈະກຳຄັ້ງນີ້, ໂດຍຖືເອົາເລື່ອງລາວອູຮັ້ນເປັນຕົວຢ່າງ, ພະຍາຍາມເພີ່ມຄວາມເຂົ້າໃຈ ແລະ ຮັບຮູ້ຕໍ່ຄວາມທັນສະໄໝແບບຈີນຂອງໂລກ.