ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກິລາຄົນພິການເເຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ໄຂຂຶ້ນຢ່າງເປັນທາງການ

Dec 15, 2025

ງານມະຫາກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ພາຍໃຕ້ຄໍາຂວັນ “ມິດຕະພາບ, ສະເໝີພາບ ເເລະ ການພັດທະນາ” ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງ ວັນທີ 14 ຫາ 19 ທັນວາ 2025 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 14 ທັນວາ 2025 ຢູ່ສະໂມສອນໃຫຍ່ ມະຫາວີທະຍາໄລເເຫ່ງຊາດ ວິທະຍາເຂດດົງໂດກ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ປະທານຄະນະກໍາມະການຈັດງານມະຫາກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ເເລະ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ເເລະ ກິລາ. ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ, ມີການນໍາຂັ້ນສູງພັກ-ລັດ, ການນຳນະຄອນຫຼວງວຽງຈັນ, ຄະນະນໍາ-ຄູຝຶກ ເເລະ ນັກກິລາຈາກ 7 ເເຂວງ 1 ນະຄອນຫຼວງ ພ້ອມດ້ວຍມວນຊົນເປັນຈໍານວນຫຼາຍ.
May be an image of text that says 'แดตนิำคิม mom มง ทำมะกามตัดสิม เสิบ กำมะก' May be an image of flute, clarinet and crowd
ພິທີທາງການໄດ້ເລີ່ມຂຶ້ນດ້ວຍ ຂະບວນກ້ອນກຳລັງເຊີນປ້າຍຊົມເຊີຍງານມະຫາກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025, ຂະບວນທຸງຊາດ, ທຸງກິລາ ເເລະ ທຸງສັນຍາລັກ ພ້ອມດ້ວຍຂະບວນກ້ອນກໍາລັງຂອງນະຄະນໍາ, ຄູຝຶກ ເເລະ ນັກກິລາຈາກ 17 ເເຂວງ ເເລະ 1 ນະຄອນຫຼວງວຽງງຈັນ ເຂົ້າສູ່ສະໜາມ. ຫຼັງຈາກນັ້ນ, ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ, ປະທານຈັດງານເເຂ່ງຂັນງານມະຫາກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນເກມ 2025 ໄດ້ລາຍງານສະພາບການກະກຽມຄວາມພ້ອມ ເເລະ ໃຫ້ຮູ້ເຖິງຄວາມໝາຍຄວາມສໍາຄັນຂອງການຈັດງານມະຫາກໍາກິລາຄັ້ງນີ້ ບາງຕອນທ່ານໃຫ້ຮູ້ວ່າ: “ງານມະຫາກຳກິລາຄົນພິການແຫ່ງຊາດ ແມ່ນການແຂ່ງຂັນກິລາ ຫຼາຍປະເພດຮ່ວມກັນ ຕາມລະບຽບກຳນົດແມ່ນຈັດຂຶ້ນໃນທຸກໆ 3 ປີ ພາຍຫຼັງສິ້ນສຸດການຈັດງານມະຫາກຳກິລາແຫ່ງຊາດແຕ່ລະຄັ້ງ ເພື່ອສົ່ງເສີມສິດທິຄວາມເທົ່າທຽມຂອງຄົນພິການ ແລະ ຄົນບໍ່ພິການ ໃນການປະກອບສ່ວນເຂົ້າຮ່ວມຂະບວນການເຄື່ອນໄຫວກິລາ-ກາຍຍະກຳ ເພື່ອສຸຂະພາບ ແລະ ມິດຕະພາບ, ການຈັດງານມະຫາກຳກິລາຄົນພິການແຫ່ງຊາດຄັ້ງນີ້ ເພື່ອເຮັດໃຫ້ສຸຂະພາບຂອງທຸກຄົນແຂງແຮງ, ໄດ້ຄວາມຊົງຈຳທີ່ດີ ໄດ້ໄມຕີຈິດ-ມິດຕະພາບແບບສະຫາຍອ້າຍນ້ອງເພື່ອນຮ່ວມຊາດດຽວກັນ ສໍາຄັນແມ່ນເຮັດໃຫ້ຄົນຢູ່ໃນສັງຄົມຮັບຮູ້ບົດບາດ ຄວາມສາມາດຂອງຄົນພິການ ຢູ່ໃນເວທີສາກົນ ກໍຄືຢູ່ໃນຂະບວນກິລາ-ກາຍຍະກຳ ທັງພາຍໃນ ແລະ ຕ່າງປະເທດ ເປັນຜົນງານປະກອບສ່ວນທີ່ສໍາຄັນເຂົ້າໃນການສ້າງສາພັດທະນາປະເທດຊາດ. ການຈັດງານມະຫາກຳກິລາຄົນພິການແຫ່ງຊາດ ຍັງເປັນການຄັດເລືອກເອົານັກກິລາທີ່ມີພອນສະຫວັນ, ຄັດເລືອກໄດ້ນັກກິລາທີ່ມີສະຖິຕິດີເພື່ອສ້າງເປັນນັກກິລາລະດັບຊາດ ສົ່ງເຂົ້າຮ່ວມແຂງຂັນກິລາຄົນພິການໃນລະດັບຕ່າງໆ ຢູ່ຕ່າງປະເທດ. ພິເສດການແຂ່ງຂັນຄັ້ງນີ້ ແມ່ນຄັດເລືອກເອົານັກກິລາທີ່ດີເດັ່ນ ມີພອນສະຫວັນ ເພື່ອເຂົ້າຮ່ວມແຂ່ງຂັນໃນລະດັບອາຊຽນ ພາຣາເກມ ຄັ້ງທີ 13 ທີ່ປະເທດໄທ ໃນເດືອນມັງກອນ 2026.
May be an image of text May be an image of text
ໃນໂອກາດດຽວກັນນີ້, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຕາງໜ້າການນໍາພັກ-ລັດ ເເລະ ຄະນະກໍາມະການຈັດການເເຂ່ງຂັນມີຄຳເຫັນເປີດງານມະຫາກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ວ່າ:ຕາງໜ້າລັດຖະບານ ຂໍສະແດງຄວາມຊົມເຊີຍ ມາຍັງ ນະຄອນຫຼວງວຽງຈັນເຈົ້າພາບ, ກະຊວງສຶກສາທິການ ແລະ ກິລາ, ຄະນະຮັບຜິດຊອບຈັດງານ ແລະ ຄະນະນັກກິລາຄົນພິການ ທີ່ໄດ້ເປັນເຈົ້າການກະກຽມຄວາມພ້ອມຮອບດ້ານສາມາດເຮັດໃຫ້ງານມະຫາກຳກິລາຄັ້ງນີ້ ໄຂຂຶ້ນຕາມກຳນົດເວລາທີ່ວາງໄວ້. ພັກ-ລັດເຮົາ ເຫັນແຈ້ງບົດບາດຄວາມໝາຍສໍາຄັນ ຂອງຄົນພິການ ຈິ່ງໄດ້ຈັດງານແຂ່ງຂັນ ກິລາຄັ້ງນີ້ ເພື່ອສົ່ງເສີມຄວາມເທົ່າທຽມກັນ ລະຫວ່າງ ຄົນພິການ ແລະ ບໍ່ພິການ. ຫວັງວ່າ ງານມະຫາກຳກິລາຄົນພິການແຫ່ງຊາດ ຄັ້ງທີ 4 ນີ້ ຈະປະສົບຜົນ ສຳເລັດຢ່າງຈົບງາມ ແລະ ເຕັມໄປດ້ວຍຄວາມສາມັກຄີ, ມິດຕະພາບ ແລະ ຄວາມເບີກບານ ມ່ວນຊື່ນ.
May be an image of one or more people and people dancing
ພາຍຫຼັງນາຍົກລັດຖະມົນຕີ ມີຄຳເຫັນເປີດພິທີຢ່າງເປັນທາງການເເລ້ວ ຕາງຫນ້າຄະນະກໍາມະການຕັດສິນ ແລະ ນັກກິລາໄດ້ຂຶ້ນກ່າວຄໍາປະຕິຍານຕົນ ຫຼັງຈາກນັ້ນທວນໄຟເເຫ່ງສັນຍາລັກງານມະຫາຫາກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ IV ໄດ້ຈູດຂຶ້ນຢູ່ທີ່ອ່າງໄຟ ສະເເດງວ່າງານມະຫາກໍາກິລາຄົນພິການເເຫ່ງຊາດຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ໄດ້ເລີ່ມຂຶ້ນຢ່າງເປັນທາງການເເລ້ວ. ໃນພິທີໄຂຄັ້ງນີ້, ຍັງໄດ້ຮັບຊົມການສະເເດງສິລິປະວັດທະນະທໍາ ປະກອບມີບົດຟ້ອນ 3 ລາຍການ ຄື: ເຂົ້າໜຽວສຽງແຄນ, ສະເໜ່ເມືອງລາວ, ສາມັກຄີ, ມີພະລັງ ແລະ ຄວາມຫວັງ, ບວກກັບການຮ້ອງເພງອີກ 5 ລາຍການ ຄື: ຮ້ອງດ່ຽວຊາຍ ໄດ້ຮັບນະໂຍບາຍແຕ່ບໍ່ເຫັນໜ້າ, ຮ້ອງຄູ່ຍິງ-ຊາຍ ສູ້ດ້ວຍຫົວໃຈ, ລໍາເດີນດ່ຽວຍິງ ວາດສະໜາໜ້ອຍ, ຮ້ອງດ່ຽວຊາຍ ເລືອກເກີດບໍ່ໄດ້ ແລະ ຮ້ອງລວມໝູ່ຊາຍ ວຽງຈັນພົບກັນຕື່ມອີກ.
ສໍາລັບງານມະຫາກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພຣາເກມ 2025 ມີທັງໝົດ 9 ປະເພດກິລາຄື: ຍົກນໍ້າໜັກ, ແລ່ນ-ລານ, ລອຍນໍ້າ, ບານບ້ວງລໍ້ເລື່ອນ, ໂກນບານ, ບ໋ອດເຊຍ, ບານເຕະຄົນພິການຕາ 5 ຄົນ, ກິລາດອກປີກໄກ່ ແລະ ກິລາຟັນດາຍ. ມີການແຂ່ງຂັນທັງໝົດ 172 ລາຍ ການ, ຊີງໄຊ 172 ຫຼຽນຄໍາ, 172 ຫຼຽນເງິນ ແລະ 172 ຫຼຽນທອງ, ກໍານົດເອົາພະທາດຫຼວງເປັນສັນຍາລັກ ເເລະ ກໍານົດເອົານົກຍຸງເປັນສັດນໍາໂຊກ.